ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະຣັຖຊ່ອຍອີກ 9 ລ້ານເພື່ອກູ້ລະເບີດ
Anonymous

Date:
ສະຫະຣັຖຊ່ອຍອີກ 9 ລ້ານເພື່ອກູ້ລະເບີດ
Permalink   
 


ສະຫະຣັຖຊ່ອຍອີກ 9 ລ້ານເພື່ອກູ້ລະເບີດ

ສະພາ ສະຫະຣັຖ ອະເມຣິກາ ອະນຸມັດ ເງິນຊ່ວຍເຫລືອ $9 ລ້ານ ເພື່ອໃຊ້ຈ່າຍ ໃນໂຄງການ ເກັບກູ້ ລະເບີດ ໃນລາວ ໃນສົກ ງົບປະມານ ປີ 2012. ຕາມການເປີດເຜີຽ ຂອງ ອົງການ legacies of war ທີ່ມີ ສໍານັກງານ ຢູ່ ນະຄອນຫລວງ ວໍຊິງຕັນ ດີຊີ ໃນວັນທີ່ 16 ກຸມພາ ນີ້.

ເງິນຊ່ວຍເຫລືອ ຈໍານວນ $9 ລ້ານ ນີ້ເພີ້ມຂື້ນເປັນ 3 ເທົ້າ ຂອງງົບປະມານ ການຊ່ວຍເຫລືອ ໂຄງການ ເກັບກູ້ລະເບີດ ໃນລາວ ນັບແຕ່ປີ 2006 ເປັນຕົ້ນມາ ແລະເປັນເງິນ ກ້ອນໃຫ່ຽ ກ່ວາຄັ້ງ ທີ່ຜ່ານມາ ທີ່ສະພາ ສະຫະຣັຖ ໄດ້ ອະນຸມັດໃຫ້.

ລາຍງານແຈ້ງວ່າ ໃນຫລາຍເດືອນ ມານີ້ ເຈົ້າໜ້າທີ່ ອົງການ legacies of war ໄດ້ເຂົ້າພົບ ເຈົ້າໜ້າທີ່ ສະພາຕໍ່າ ແລະ ສະພາສູງ ຮ່ວມທັງ ທ່ານ Patrick Leahy ສະມາຊິກ ສະພາສູງ ຈາກຣັຖ Vermont ສັງກັດພັກ ດີໂມແກຣັດ ເພື່ອຂໍໃຫ້ເພີ້ມ ງົບປະມານ ການຊ່ວຍເຫລືອ ການເກັບກູ້ ລະເບີດ ໃນລາວ ຈາກທີ່ເຄີຽ ຂໍໄປໃນ ຄັ້ງທໍາອິດ $ 5 ລ້ານ ຊື່ງສະພາ ສະຫະຣັຖ ຮັບຮູ້ວ່າ ສະຫະຣັຖ ມີຄວາມ ຮັບຜິດຊອບ ຊ່ວຍເຫລືອ ເກັບກູ້ ລະເບີດ ໃນລາວ ຢູ່ໃນເຂດ ທີ່ສະຫະຣັຖ ຖິ້ມລະເບີດ ໃສ່.

ໃນຈົດໝາຍ ທີ່ສົ່ງໄປຫາ ຣັຖມົນຕຣີ ການຕ່າງ ປະເທດ ເພື່ອຮ້ອງຂໍ ໃຫ້ສະຫະຣັຖ ມີພັນທະ ໃນການຊ່ວຍເຫລືອ ສປປລາວ ເຣື້ອງເກັບກູ້ ລະເບີດນັ້ນ ອະດີດ ເອກອັຄຣາຊທູດ ປະຈໍາລາວ ທ່ານ Douglas A. Hartwick ແລະ ອະດີດ ເອກອັຄຣາຊທູດ 5 ຄົນ ຮ່ວມຢູ່ນໍາດ້ວຍ. ອົງການ Legacies of war ຊື່ງແມ່ນ ທ່ານ Brett Darkin ເປັນປະທານ ຄນະບໍຣິຫານ ໄດ້ຂໍໃຫ້ ກະຊວງການ ຕ່າງປະເທດ ມີພັນທະ ຊ່ວຍເຫລືອ ສປປລາວ ຢ່າງນ້ອຍ $100 ລ້ານໂດລາ ຫລືວ່າ $10 ລ້ານຕໍ່ປີ ໃນລະຍະ 10 ປີ ຂ້າງໜ້າ ສໍາລັບໃຊ້ຈ່າຍ ໃນການເກັບກູ້ ລະເບີດ ຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກລະເບີດ ແລະ ໃຫ້ການສືກສາ ກ່ຽວກັບ ຄວາມສ່ຽງ ຂອງລະເບີດ ຝັງດິນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard