ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວເລີ້ມສົນທະນາ ສັງຄົມ-ການເມືອງ
Anonymous

Date:
ຊາວລາວເລີ້ມສົນທະນາ ສັງຄົມ-ການເມືອງ
Permalink   
 


ຊາວລາວເລີ້ມສົນທະນາ ສັງຄົມ-ການເມືອງ

ປັດຈຸບັນ ຊາວລາວ ຈໍານວນນື່ງ ມັກ ສົນທະນາ ເຣື້ອງ ກ່ຽວກັບ ສັງຄົມລາວ ແລະ ວຽກບ້ານ ການເມືອງ ຫລາຍຂື້ນ.

F-Tuk-tuk.jpg

RFA

ຊີວິດ ການເປັນຢູ່ ຂອງຊາວລາວ ສ່ວນໃຫຍ່ ຕ້ອງຫາເຊົ້າ ກິນຄໍ່າ ມັກໃຊ້ເວລາ ທໍາມາ ຫາລ້ຽງຊີພ ເຣື້ອງວຽກບ້ານ ການເມືອງ ເປັນໜ້າທີ່ ຂອງຜູ້ນໍາ ຫາກຜູ້ນໍາດີ ບໍ່ບຽດບຽນ ຣາສດອນ ບ້ານເມືອງ ກໍ່ຈະຊຸ່ມເຢັນ ເປັນທີ່ເພີ່ງ ຂອງປວງປະຊາ.

ຄົນລາວ ມັກອອກ ຄວາມເຫັນ ຢູ່ຕາມ ເວັບໄຊຕ໌ ແລະເຄືອຂ່າຍ ອິນເທີແນັດ ສົນທະນາ ກັນຢູ່ ຕາມບ້ານເຮືອນ ລະຫ່ວາງ ໝູ່ຄູ່ ສົນທະນາ ເຣື້ອງການ ປົກຄອງ ໃນລາວ ເຣື້ອງ ປະຊາທິປະໄຕ ປະຊາຊົນ ຊື່ງເຂົາເຈົ້າ ຄິດວ່າ ຈະຊ່ວຍ ແກ້ໄຂບັນຫາ ສັງຄົມ ທີ່ບໍ່ມີ ຄວາມເປັນທັມ ໄດ້ ເຊັ່ນບັນຫາ ການສໍ້ຣາສ ບັງຫລວງ ບັນຫາ ຫລີ້ນພັກ ຫລິ້ນພວກ ແລະ ບັນຫາຫຍໍ້ທໍ້ ອື່ນໆ. ດັ່ງຊາວລາວ ຜູ້ນື່ງ ໃນ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ເຂົາກໍຢາກ ເຣັດໃຫ້ກົງຈັກ ຂອງຣັຖ ເຮົານີ້ມັນ ເຂັ້ມແຂງຂື້ນ ມັນຫລຸດຜ່ອນ ບັນຫາ ຄໍຣັບຊັ້ນບໍ່ ຫລຸດຜ່ອນ ບັນຫາ ສາຍພີ່ ສາຍນ້ອງບໍ່ ເຮັດຈັ່ງໃດ ໃຫ້ ປະຊາຊົນ ໄດ້ມີສ່ວນ ຮ່ວມເຂົ້າ ຢູ່ໃນວຽກບ້ານ ການເມືອງ ໃຫ້ມີ ຄວາມຮັບ ຜິດຊອບ ຕໍ່ບ້ານຕໍ່ເມືອງ ຫລາຍຂື້ນ ຄິດວ່າ ສີ່ດີ ແຕ່ວ່າ ບໍ່ທັນມີ ຊນິດຢາໃດ ທີ່ຈະປິ່ນປົວ ພຍາດນີ້ໄດ້"

ຊາວລາວ ຜູ້ນີ້ ໄດ້ເວົ້າ ຕື່ມວ່າ ຢູ່ໃນເວັບໄຊຕ໌ ຕ່າງໆ ກໍປາກົດເຫັນ ຄົນລາວ ວິພາກວິຈານ ການເມືອງ ໃນ ສປປລາວ ຫລາຍ ແຕ່ກໍເປັນພຽງ ການແລກປ່ຽນ ຄວາມຄິດ ຄວາມເຫັນ ຊື່ໆ ໃນທາງ ປະຕິບັດ ນັ້ນມັນ ເປັນໄປໄດ້ຍາກ ເພາະມັນຄາ ຢູ່ບ່ອນວ່າ ຣະບົບ ການປົກຄອງ ມັນບໍ່ສອດຂ່ອງ ກັບສາມັນ ສໍານຶກ ຂອງຄົນ ທົ່ວໄປ ຈື່ງເຮັດໃຫ້ ຄົນສ່ວນຫລາຍ ຢູ່ຊື່ໆ ຣັຖບານ ສັ່ງແນວໃດ ກໍເຮັດແນວນັ້ນ.

ທ່ານເວົ້າວ່າ ຣະບອບ ການປົກຄອງ ໃນລາວ ໃນ ປັດຈຸບັນ ເຖິງວ່າມີການ ສໍ້ຣາສ-ບັງຫລວງ ຢ່າງກວ້າງຂວາງ ບໍ່ມີຄວາມ ເປັນທັມ ໃນສັງຄົມ ເທົ່າທີ່ຄວນ ແຕ່ຄົນລາວ ກໍຍອມຮັບວ່າ ປະຊາຊົນ ມີຢູ່ມີກິນ ບໍ່ເດືອດ ຮ້ອນເທົ່າໃດ:

"ຖ້າວ່າ ຣັຖບານ ບໍ່ມີການ ຄຸ້ມຄອງດີ ໃຫ້ ປະຊາຊົນ ມັນທຸກຈົນ ຫລາຍກ່ວານີ້ ບາງເທື່ອ ອາດມີບັນຫາ ຫລາຍ ຕາມເຮົາຄິດ. ຊູ່ມື້ນີ້ ບໍ່ແມ່ນວ່າ ເຂົາປົກຄອງດີ ແຕ່ວ່າ ຊູ່ມືນີ້ ຊີວິດ ການເປັນຢູ່ ຂອງປະຊາຊົນ ມັນກໍບໍ່ ເຖິງຂັ້ນວ່າ ຈະເດືອດຮ້ອນ".

ຊາວລາວ ສ່ວນຫລາຍ ກໍໄດ້ເຫັນ ໄດ້ຮູ້ວ່າ ສັງຄົມລາວ ໃນປັດຈຸບັນ ມີແຕ່ຜູ້ ມີອໍານາດ ແລະພັກພວກ ເທົ່ານັ້ນ ຢູ່ສະດວກ ສະບາຍ ຫລາຍກວ່າ ປະຊາຊົນ ທັມມະດາ ສາມັນ ທີ່ເປັນຜູ້ ຮັບກັມ ແລະ ໄດ້ແຕ່ຈົ່ມຊື່ໆ ເຮັດຫຍັງ ບໍ່ໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard