ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ດິນປູກຝັງໃນ ຊົນນະບົດໜ້ອຍລົງ
Anonymous

Date:
ດິນປູກຝັງໃນ ຊົນນະບົດໜ້ອຍລົງ
Permalink   
 


ດິນປູກຝັງໃນ ຊົນນະບົດໜ້ອຍລົງ

ຊາວລາວ ໃນເຂດ ຊົນນະບົດ ຕ້ອງໄດ້ ຖາງປ່າ ເປັນບ່ອນ ປູກຝັງ ຍ້ອນພື້ນທີ່ ປູກຝັງ ບໍ່ພຽງພໍ.

F-Slash-and-Burn-on-Lao.jpg

Lao_travel_pod

ຊາວລາວ ໃນເຂດ ຊົນນະບົດ ຕ້ອງໄດ້ປູກ ໄດ້ຝັງ ເພື່ອລ້ຽງປາກ ລ້ຽງທ້ອງ ຕ້ອງຈູດ ຕ້ອງເຜົາ ເອົາພື້ນທີ່ ເຮັດສວນຄົວ ເພື່ອ ຄວາມຢູ່ລອດ

ບັນຫາ ທີ່ສຳຄັນ ຂອງຊາວລາວ ໃນເຂດ ຊົນນະບົດ ໃນເວລານີ້ ກໍແມ່ນເລື້ອງ ຂາດພື້ນທີ່ ທຳມາຫາກີນ ແລະ ປູກຝັງ ເພື່ອລ້ຽງ ຄອບຄົວ ເພາະພື້ນທີ່ ທີ່ອຸດົມ ສົມບູນ ສ່ວນໃຫຍ່ ຣັຖບານ ອະນຸມັດ ໃຫ້ນັກລົງທືນ ຕ່າງຊາດ ສຳປະທານ ໄປແລ້ວ. ດັ່ງຄົນລາວ ຜູ້ນື່ງ ເວົ້າວ່າ:

"ຢູ່ລາວເຮົານີ້ ມັນມີແຕ່ ເດືອນຮ້ອນ ທີ່ວ່າດິນດອນ ຕ່ອນຫຍ້າ ມັນກໍໜ້ອຍ ໄປເລື້ອຍໆ ບາງເທື່ອກໍ ດັນໄປໃສ່ ທະເລເພື່ອຖົມ ແຕ່ບາງເທື່ອ ເຈົ້າຫນ້າທີ່ ກໍຈັດດີນ ໃຫ້ຜູ້ອື່ນ ຫລືວ່າເຮັດ ທຸຣະກິດ ອັນອື່ນ ແລະ ກໍເຮັດ ໃຫ້ປະຊາຊົນ ເດືອນຮ້ອນ ຕຣອດ ແລະ ມັນຈະມີ ບັນຫາ".

ຄົນລາວ ຜູ້ນັ້ນ ເວົ້າຕໍ່ໄປວ່າ ເຖິງແມ່ນວ່າ ປະຊາຊົນ ຈະມີ ໃບຕາດີນ ບໍ່ໄດ້ ຫມາຍຄວາມວ່າ ຈະມິີສິດທິ ເດັດຂາດ ໃນທີ່ດີນ ຂອງຕົນ ເນື່ອງຈາກວ່າ ນະໂຍບາຍ ກ່ຽວກັບ ການຈັດສັນ ທີ່ດີນ ເພື່ອການພັທນາ ຂອງ ຣັຖບານ ຈະສາມາດ ເອົາທີ່ດີນ ຂອງ ປະຊາຊົນ ໃຫ້ແກ່ ນັກລົງທືນ ຕ່າງຊາດ ສຳປະທານ ໄດ້ ຈົນໃນທີ່ສຸດ ດີນຂອງ ປະຊາຊົນ ກໍຕົກເປັນ ຂອງກຸ່ມ ນັກລົງທືນ ຕ່າງຊາດ ໂດຍທີ່ ປະຊາຊົນ ບໍ່ສາມາດ ຂັດຂຶນໄດ້.

ສ່ວນຣັຖບານ ກໍອອກທີີ່ດີນ ຜືນໄຫມ່ໃຫ້ ແຕ່ທີ່ດີນ ຜືນໄຫມ່ນັ້ນ ສ່ວນຫລາຍ ບໍ່ມີການ ບຸກເບີກ ມາກ່ອນ ເປັນປ່າຫລືໂຄກ ທີ່ໃຊ້ການ ບໍ່ໄດ້ ຫລາຍກວ່າ. ໃນຣະຍະ ສີ່-ຫ້າ ປີ ຫລັງໆມານີ້ ຣັຖບານລາວ ໄດ້ເປີດໃຫ້ ກຸ່ມ ນັກລົງທືນ ຕ່າງປະເທດ ເຂົ້າມາ ດຳເນີນ ທຸຣະກິດ ໃນລາວ ຫລາຍຂື້ນ ດ້ວຍການສວຍໃຊ້ ຊັພຍາກອນ ທັມມະຊາດ ໃນລາວ ເປັນພື້ນຖານ ຂອງ ການລົງທືນ ໃນນັ້ນ ຮ່ວມດ້ວຍ ການໃຊ້ທີ່ດີນ ໃນລາວ ໃນທົ່ວ ປະເທດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard