ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບຶງທາຕຫຼວງດຶງຄວາມສົນໃຈຂອງນັກລົງທຶນ
Anonymous

Date:
ບຶງທາຕຫຼວງດຶງຄວາມສົນໃຈຂອງນັກລົງທຶນ
Permalink   
 


ບຶງທາຕຫຼວງດຶງຄວາມສົນໃຈຂອງນັກລົງທຶນ

ມີອີກ 5 ບໍຣິສັດ ທີ່ສົນໃຈ ຢາກຈະລົງທຶນ ໃນໂຄງການ ພັທນາ ບຶງທາດຫລວງ.

F-Thatluang-Bung.jpg

RFA

ພື້ນທີ່ເຂດ ບຶງທາຕຫຼວງ ທີ່ນັກລົງທຶນ ຕ່າງປະເທດ ກໍາລັງໃຫ້ ຄວາມສົນໃຈ

ໂຄງການ ພັທນາ ເຂດ ບຶງທາດຫລວງ ໃຫ້ເປັນເຂດ ເສຖກິດ ພິເສດ ແລະ ການຄ້າ ນັ້ນ ປັດຈຸບັນ ເລີ້ມມີ ບໍຣິສັດ ຕ່າງຊາດ ທັງໝົດ 5 ບໍຣິສັດ ສເນີເຂົ້າມາ ລົງທຶນ ເພີ້ມອີກ ໂດຍທາງການ ຮັບຜິດຊອບ ກໍາລັງ ຈັດຕັ້ງ ຄນະກັມມະການ ເພື່ອ ພິຈາຣະນາ ຂໍ້ສເນີ ການຂໍເຂົ້າຮ່ວມ ໃນໂຄງການ ດັ່ງກ່າວ. ເຈົ້າໜ້າທີ່ ກົມໂຍທາທິການ ແລະ ຜັງເມືອງ ນະຄອນຫລວງ ວຽງຈັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ກໍຍັງບໍ່ທັນໄດ້ ຮູ້ເພາະວ່າ ຕ້ອງໄດ້ແຈ້ງ ຄນະກັມມະການ ຮັບຜິດຊອບ ຂຶ້ນມາ ດຽວນີ້ຫັ້ນນ໋າ ດຽວນີ້ທາງ ຜູ້ລົງທຶນ ກໍໄດ້ສເນີ ມາແລ້ວ 5 ບໍຣິສັດ ທີ່ທໍາສເນີ ການລົງທຶນມາ".

ທ່ານເວົ້າ ຕໍ່ໄປວ່າ ພື້ນທີ່ ການລົງທຶນ ນອກເໜືອ ຈາກຂອງຈີນ ທີ່ໄດ້ຮັບ ສໍາປະທານ ໄປແລ້ວ ປະມານ 365 ເຮັກຕານັ້ນ ທາງບໍຣິສັດ ທີ່ຍື່ນສເນີ ຂໍລົງທຶນ ຈະໄດ້ຮັບ ພື້ນທີ່ ປະມານ 100 ເຮັກຕາ ໃນບໍລິເວນ ນອກພື້ນທີ່ ຂອງຈີນ ຊຶ່ງຍັງບໍ່ຮູ້ ແນ່ນອນວ່າ ຈະອະນຸມັດ ໃຫ້ບໍຣິສັດ ໃດແດ່ ຍ້ອນວ່າ ຄນະກັມມະການ ຮັບຜິດຊອບ ໃນການລົງທຶນ ໂຄງການ ພັທນາເຂດບຶງ ທາດຫລວງ ຍັງຢູ່ໃນ ລະຫວ່າງ ການກໍ່ຕັ້ງ ຈຶ່ງບໍ່ ສາມາດ ໃຫ້ລາຍລະອຽດ ກ່ຽວກັບ 5 ບໍຣິສັດ ທີ່ມາສເນີ ການລົງທຶນ ນີ້ໄດ້ເທື່ອ.

ເຖິງປັດຈຸບັນ ແມ່ນແຕ່ການ ຊົດເຊີຍເງິນ ໃຫ້ປະຊາຊົນ ທີ່ຕ້ອງ ໂຍກຍ້າຍ ອອກຈາກເຂດ ບຶງທາດຫລວງ ກໍຍັງບໍ່ມີ ຄວາມຄືບໜ້າ ແຕ່ຢ່າງໃດເລີຍ ເພາະຍັງລໍ້ຖ້າ ການຈັດຕັ້ງ ຄນະກັມມະການ ຢູ່.

ເຖິງຢ່າງໃດ ກໍຕາມ ໂຄງການ ພັທນາເຂດ ບຶງທາດຫລວງ ຄາດວ່າ ຈະດໍາເນີນການ ໃນໄວໆນີ້ ພຽງແຕ່ວ່າ ຍັງບໍ່ສາມາດ ຣະບຸມື້ ທີ່ແນ່ນອນ ໄດ້ເທື່ອ ເທົ່ານັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard