ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການອອກ ໃບຕາດີນ ໃຫ້ແກ່ ປະຊາຊົນ ມີບັນຫາ ຂັດແຍ່ງກັນ ຫລາຍຢ່າງ ໃນລາວ.
Anonymous

Date:
ການອອກ ໃບຕາດີນ ໃຫ້ແກ່ ປະຊາຊົນ ມີບັນຫາ ຂັດແຍ່ງກັນ ຫລາຍຢ່າງ ໃນລາວ.
Permalink   
 


ການອອກ ໃບຕາດີນ ໃຫ້ແກ່ ປະຊາຊົນ ມີບັນຫາ ຂັດແຍ່ງກັນ ຫລາຍຢ່າງ ໃນລາວ

ການອອກ ໃບຕາດີນ ໃຫ້ ປະຊາຊົນ ທີ່ແຂວງ ຫລວງພຣະບາງ ໄດ້ເລີ້ມ ມາແຕ່ປີ 2011 ເທົ່າເຖິງ ປັດຈຸບັນ ຍັງບໍ່ສາມາດ ເຮັດໃຫ້ເປັນ ຣະບົບ ໄດ້ເທື່ອ ຍ້ອນມີຄວາມ ຂັດແຍ່ງ ເກີດຂື້ນ ຈາກການ ບໍ່ລົງຮອຍກັນ ຣະຫວ່າງ ປະຊາຊົນ ກັບ ປະຊາຊົນ ປະຊາຊົນ ກັບຣັຖ ຜູ້ທີ່ມີດີນ ໃກ້ຄຽງກັນ ແຕ່ບໍ່ມີ ຫລັກຫມາຍ. ດັ່ງເຈົ້າຫນ້າທີ່ ຫ້ອງການ ທີ່ດີນ ທີ່ແຂວງ ຫລວງພຣະບາງ ເວົ້າວ່າ:

"ບໍ່ຫມົດ ທຸກບ່ອນເທື່ອ ບໍ່ກວມໝົດ ທຸກບ້ານເທື່ອ ມັນຄາ ແນວໃດກໍມີ ຫລາຍໆ ກໍຣະນີ ມີການຂັດແຍ່ງ ເຂດແດນ ຫຍັງຕ່າງໆ ຜູ້ຄັດຄ້ານ ຄັດຄ້ານ ສະມາຊິກ ຄັດຄ້ານ ເລື້ອງອ້າຍນ້ອງ ພໍ່ແມ່ ເລື້ອງການ ສືບທອດ ຕ່າງໆຫລື ວ່່າ ບ້ານທີ່ເຮົາຍັງ ສຳຣວດ ບໍ່ເຖິງ ມັນຍັງຄ້າງຢູ່".

ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ໃນຣະຍະ ທີ່ຜ່ານມາ ໃນເຂດ ນອກເມືອງ ຍັງບໍ່ມີການ ເຮັດໃບຕາດີນ ຢ່າງເປັນ ທາງການເທື່ອ ເນື່ອງຈາກ ບັນຫາທີ່ກ່າວມາ ຂ້າງເທີງນັ້ນ ຊື່ງໃນ ປັດຈຸບັນ ທາງຫ້ອງການ ຕາດີນ ປະຈຳແຂວງ ກໍພຍາຍາມ ທີ່ຈະເຮັດໃຫ້ ເປັນຣະບົບ ແຕ່ບໍ່ແນ່ວ່າ ຈະແລ້ວ ເວລາໃດ. ການແກ້ໄຂ ບັນຫາ ທີ່ຂັດຂ້ອງ ຕ່າງໆ ກໍຈະເລີ້ມໄປ ແຕ່ລະກ້າວ ເພື່ອໃຫ້ ທຸກຝ່າຍ ພໍໃຈ. ທ່ານເວົ້າອີກວ່າ:

"ບັນຫາຈຸດນີ້ ມັນຕ້ອງໄດ້ ແກ້ໄປແຕ່ ລະຂັ້ນໄປ ເພາະວ່າຢູ່ນີ້ ພນັກງານ ເຮົາບໍ່ມີຫລາຍ ບໍມີ ຫລາຍແລ້ວ ເຮົາຈະອອກໄປ ປີນື່ງ ຈັກບ້ານ ຈັກບ້ານຊີ່ໄປ".

ເຫດຜົລ ໃນການເຮັດ ໃບຕາດີນ ໃຫ້ແກ່ ປະຊາຊົນ ນັ້ນ ກໍເພື່ອໃຫ້ ປະຊາຊົນ ສາມາດ ນຳໃຊ້ທີ່ີດີນ ຂອງຕົນ ແບບມີ ປະສິດທິພາບ ເຊັ່ນໃຊ້ເປັນ ສີນເຊື້່ອ ໃນການຄ້ຳ ປະກັນ ການກູ້ຢຶມເງິນ ມາເຮັດ ທຸຣະກິດ ແບບຖືກຕ້ອງ ຕາມກົດຫມາຍ ປາສຈາກ ການເອົາປຽບ ຈາກກຸ່ມ ນາຍທືນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard