ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງງານ ໄຟຟ້າ​ຫົງ​ສາ ເລັ່ງຈັດ​ສັນທີ່​ຢູ່​ ​ໃຫ້​ຜູຸ້ຖືກຜົນ​ກະທົບ
Anonymous

Date:
ໂຮງງານ ໄຟຟ້າ​ຫົງ​ສາ ເລັ່ງຈັດ​ສັນທີ່​ຢູ່​ ​ໃຫ້​ຜູຸ້ຖືກຜົນ​ກະທົບ
Permalink   
 


 
 
29.2.2012l;lklflporj36.jpg
 

* (ຂປລ): ​ໂຄງການ​ກໍ່ສ້າງ​​ໂຮງ​ໄຟຟ້າ​ພະລັງ​ຄວາ​ມຮ້ອນ​ຈາກຖ່ານຫີນ ​ເມືອງ​ຫົງ​ສາ ​ແຂວ​ງ​ໄຊຍະ​ບູລີ ​ໄດ້​ດຳ​ເນີນ​ການກໍ່ສ້າງ ​ໄປ​ພ້ອມໆ​ກັບການ​ຍົກຍ້າຍ​ຈັດ​ສັນທີ່​ດິນ, ສ້າງ​ເຮືອນ​ພັກ​ທີ່ຢູ່​ອາ​ໄສ ​ແລະ ​​ຊົດເຊີຍ​ຜົນ​ເສຍ​ຫາຍ​ຕ່າງໆ ​ໃຫ້ແກ່​ປະຊາຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ຈຳນວນ 450 ຄອບຄົວ, ສ້າງໂຮງຮຽນ, ຫ້ອງການ ບ້ານ ແລະ ສຸກສາລາ ທັງເອົາ​ໃຈ​ໃສ່​ໃນ​ການ​ສະໜອງ ສະບຽງອາຫານ,​ ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ​ແລະ ການ ສົ່ງ​ເສີມ​ໃຫ້​ມີ​ເນື້ອ ທີ່​ການຜະລິດ​ກະສິກຳ​ໄລຍະ​ສັ້ນ, ກາງ ​ແລະ ​ໄລຍະຍາວ ເພື່ອ​ສ້າງ​ລາຍ​ຮັບ​ ​ແລະ ຍົກ​ລະດັບ ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ.

ທ່ານນາງ ສຸລາ​ນີ ພູ​ສຸວັນ, ຜູ້​ຈັດການ​ຝ່າຍ​ຍົກຍ້າຍ​ຈັດ​ສັນ ໂຄງການ​ໄຟຟ້າ​ຫົງ​ສາ ​​ໃຫ້​ຮູ້​ວ່າ: ປະຊາ ຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ນອກຈາກ​ໄດ້​ຮັບ​ເງິ​ນຊົດ​ເຊີຍ ຍັງໄດ້​ຮັບການຈັດ​ສັນ​ເນື້ອທີ່ 450 ຕາ​ແມັດ/ຄອບຄົວ ສຳລັບປຸກ​ສ້າງ​ເຮືອນໜຶ່ງຫລັງ ​ແລະ ປູກ​ພືດ​ສວນ​ຄົວ​ໄລຍະ​ສັ້ນ ລວມທັງ​ການ​ປູກ​ເຫັດ, ລ້ຽງປາດຸກ​ພັນ, ​ເປັດ,​ໄກ່​ ແລະ ອື່ນໆ, ພ້ອມ​ນີ້ ໄດ້ຈັດ​ສັນ​ເນື້ອທີ່​ການ​ຜະລິດ 1 ​ເຮັກຕາ ສຳລັບປູກ​ພືດ​ອຸດສາຫະກຳ ​ປູກຢາງພາລາ ແລະ ພືດລົ້ມລຸກ ເຊັ່ນ: ສາລີ, ຖົ່ວດິນ, ຖົ່ວເຫລືອງ, ໝາກເດືອຍ, ກວ້ຍ, ອ້ອຍ, ໝາກນັດ ແລະ ອື່ນໆ ເປັນ​ການ​ສ້າງ​ລາຍ​ຮັບ​ໄລຍະ​ກາງ ​ແລະ ອີກ 1 ​ເຮັກຕາ ສຳລັບ​ການ​ລ້ຽງສັດ​ໃຫຍ່ ສ້າງ​ລາຍ​ຮັບ​ໄລຍະ​ຍາວ. ປະຈຸ​ບັນ ການປຸກ​ສ້າງ​ເຮືອນດັ່ງກ່າວ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງຮ້ອນ ​ແລະ ສຳ​ເລັດ​ກວ່າ 80% ​ໂດຍປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ໄດ້​ຍົກຍ້າຍ​ໄປ​ອາ​ໄສຢູ່ ຈຳນວນ​ຫລາຍ​ກວ່າ​ເຄິ່ງໜຶ່ງຂອງ​ຈຳນວນ​ທັງໝົດ 450 ຄອບຄົວ ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີນີ້.​ ສຳລັບ​ແຜນກາ​ນຊ່ວຍ​ເຫລືອປະຊາ​ຊົນ ​ໃນ​ໄລຍະ​ສາມ​ປີ​ທຳ​ອິດ ​ແມ່ນ​ກາ​ນຊ່ວຍ​ເຫລືອ​ເຂົ້າ​ສານ ຈຳນວນ 25 ກິ​ໂລ/ຄົນ/​ເດືອນ ​ແລະ ອາຫານ​ທີ່​ຈຳ​ເປັນ, ຮັບຈ້າງ​ຢ່າງໜ້ອຍ 1 ​ແຮງ​ງານ/ ຄອບຄົວ, ສົ່ງ​ເສີມ​ການ​ປູກ​ພື​ດຜັກ​ລົ້ມ​ລຸກ ​ແລະ ການ​ລ້ຽງສັດ​ນ້ອຍ, ການ​ສ້າງ​ລາຍ​ຮັບ​ຈາກ​ຜະລິດ​ຫັດຖະກຳ ແລະ ການ​ບໍລິການ ​ໂດຍ​ມີ​ການ​ຕິດຕາມ​ຢ່າງ​ໃກ້ຊິດ ​ແລະ ຊ່ວຍຄຸ້ມ​ຄອງ​ການ​ໃຊ້​ເງິນ​ທີ່​ໂຄງກາ​ນຊົດ​ເຊີຍ. ທັງ​ນີ້ ​ເປັນ​ການ​ປະຕິບັດ​ພັນທະ​ສັນຍາ ທີ່​ໂຄງການ​ມີ​ຕໍ່ປະຊາຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ​ຊຶ່ງເປົ້າໝາຍຕົ້ນຕໍ​​ ​ແມ່ນເຮັດ​ໃຫ້ແຕ່​ລະ​ຄອບຄົວ ຕ້ອງ​ໄດ້​ຮັບ​ການ​ພັດທະນາ​ອາຊີບ​ໃຫ້​ມີ​ລາຍ​ໄດ້ ​ເພື່ອ​ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ພາຍ​ໃນ​ສາມ​ປີ ​ແລະ ລາຍ​ໄດ້​ຂອງ​ແຕ່​ລະ​ຄອບຄົວ ​ຕ້ອງ​ເພີ່​ມຂຶ້ນ 150% ພາຍ​ໃນ 10 ປີຕໍ່ໜ້າ.

ຢ່າງ​​ໃດ​ກໍ​ຕາມ ປະຊາຊົນ​ທີ່​ຍົກຍ້າຍ​ມາຕັ້ງຖິ່ນ​ຖານ​ໃໝ່ຢູ່​ບ້ານ​ຈັດ​ສັນ ຫລາຍ​ຄອບຄົວ​ບອກ​ກັບ​ນັກ​ຂ່າວ​ວ່າ: ຮູ້ສຶກ​ດີ​ໃຈທີ່​ໂຄງການ​ໄດ້​​ໃຫ້ການສະໜັບສະໜູນ​​ ແກ້​ໄຂບັນຫາ​ຕ່າງໆ ​ໃຫ້​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະ ທົບ ​​ໂດຍ​ສະ​ເພາະວຽກງານ​ພັດທະນາ​ຊຸມ​ຊົນ ​ແລະ ກາ​ນຊ່ວຍ​ເຫລືອ​ໃນ​ເບື້ອງຕົ້ນ ເຮັ​ດໃຫ້ຊີວິດ​ການ​ເປັນຢູ່ດີ​ຂຶ້ນ. ​ເຖິງ​ວ່າ ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ບາງ​ປະການ ກໍ​ຍິນ​ດີ ແລະ ພ້ອມ​ກັນ​ແກ້​ໄຂ ​ເພື່ອ​ການ​ພັດທະນາ​ເສດຖະ ກິດ-ສັງຄົມ​ ຂອງ​ປະ​ເທດ ກໍ​ຄື​ ຂອງ​ແຂວ​ງ​ໄຊ​ຍະ​ບູລີ. ​ໂຄງການ​ນີ້ ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2015 ດ້ວຍ​ກຳລັງ​ການ​ຜະລິດ 1.878 ​ເມ​ກາ​ວັດ ​ໂດຍ​ສ່ວນ​ໃຫຍຈະ​ສົ່ງ​ຂາຍ​ໄປ​ຍັງ​ປະ​ເທດ​ໄທ ​ແລະ ນຳ​ໃຊ້​ພາຍໃນ​ຈຳນວນໜຶ່ງ ຊຶ່ງ​ຈະ​ປະກອບສ່ວນ​ສຳຄັນ​ໃນ​ການ​ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ລະບົບ​ພື້ນຖານ​​ໂຄງລ່າງ ໃຫ້​ປະຊາຊົນ​ໃນ​ຂົງ​ເຂດ​ນີ້​ເປັນ​ຢ່າງ​ດີ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard