ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທີ່ຕັ້ງຂອງໂຮງຮຽນໃຜຈະແກ້ ?
Anonymous

Date:
ທີ່ຕັ້ງຂອງໂຮງຮຽນໃຜຈະແກ້ ?
Permalink   
 


ທີ່ຕັ້ງຂອງໂຮງຮຽນໃຜຈະແກ້ ?

school6.3.20121thytjy21354j.JPG

ຄໍ ​ລໍາ​ຂອງ​ພວກ​ເຮົາ ເຄີຍ​ລົງ​ພິມ​ເລື່ອງ​ທີ່​ຕັ້ງ​ຂອງ​ໂຮງ­ຮຽນ​ບາງ​ແຫ່ງ​ທີ່​ບໍ່​ເໝາະ​ສົມ ພາ​ໃຫ້­ການ​ສັນ­ຈອນ​ຕິດ​ຂັດ ໂດຍ​ສະ­ເພາະ​ໃນ​ຊົ່ວ­ໂມງ​ຮີບ​ຮ້ອນ ແຕ່​ບໍ່​ທັນ​ເຫັນ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຕັ້ງ​ເປັນ​ບັນ­ຫາ​ແກ້​ໄຂ...

ເພື່ອນ ​ຜູ້​ອ່ານ​ທ່ານ​ໜຶ່ງ​ທີ່​ເປັນ​ພະ­ນັກ­ງານ​ສັງ­ກັດ​ຫ້ອງ­ການ​ອົງ­ການ​ຂອງ​ພັກ ບໍ­ລິ­ເວນ​ບ້ານ​ໜອງ​ບອນ ເມືອງ​ໄຊ​ເຊດ​ຖາ ອັນ​ເປັນ​ທີ່​ຕັ້ງ​ຂອງ​ໂຮງ­ຮຽນ​ພາກ​ເອ­ກະ​ຊົນ​ສອງ​ແຫ່ງ ທີ່​ຕັ້ງ​ຢູ່​ທາງ​ຜ່ານ​ເຂົ້າ​ຫ້ອງ­ການ ເພິ່ນ​ໄດ້​ສ່ອງ​ແສງ​ມາ​ວ່າ: ດີ­ໃຈ ທີ່​ເຫັນ​ຄໍ​ລໍາ​ລົງ​ພິມ​ເລື່ອງ​ທີ່​ຕັ້ງ​ຂອງ​ໂຮງ­ຮຽນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ ຈັນ ແຕ່​ເຫັນ​ວ່າ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຊ້າ​ໂພດ ຫຼື​ວ່າ​ຫຼາຍ​ວຽກ ຈຶ່ງ​ບໍ່​ຄ່ອຍ​ສົນ­ໃຈ​ເລື່ອງ​ນີ້ ພວກ​ເພິ່ນ​ລຳ­ບາກ​ຫຼາຍ ໂດຍ​ສະ­ເພາະ ໃນ​ຊົ່ວ­ໂມງ​ຮີບ​ຮ້ອນ​ທັງ​ຕອນ​ເຊົ້າ ແລະ ຕອນ​ແລງ.

ເພິ່ນ ​ເຫັນ​ດີ​ນໍາ​ການ​ແກ້​ໄຂ​ທີ່​ວ່າ: ໃຫ້​ໂຮງ­ຮຽນ​ທັງ​ສອງ​ແຫ່ງ ຫຼຸດ​ຊັ້ນ​ຮຽນ ແລະ ຫ້ອງ​ຮຽນ​ລົງ ແລ້ວ​ຍ້າຍ​ໄປ​ຢູ່​ສາ­ຂາ​ອື່ນ (ສ້າງ­ສາ​ຂາ​ຕື່ມ) ເປັນ​ທາງ​ອອກ​ລະ­ຫວ່າງ​ກາງ​ທີ່​ດີ​ສຸດ ເພາະ​ດຽວ­ນີ້ ທັງ​ສອງ​ໂຮງ­ຮຽນ​ມີ​ແຕ່​ຊັ້ນ​ປະ­ຖົມ​ຈົນ​ຮອດ​ມັດ­ທະ­ຍົມ​ປາຍ (ມ7) ຢາກ​ໃຫ້​ສຶກ​ສາ​ເມືອງ​ນະ­ຄອນ­ຫຼວງ ແລະ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດ ມາ​ລົງ​ກວດ­ກາ​ເບິ່ງ​ຄວາມ​ເປັນ​ຈິງ !.

ການ ​ແກ້​ໄຂ​ການ​ສັນ­ຈອນ​ນີ້ ມັນ​ສະ­ແດງ​ໃຫ້​ເຫັນ​ເຖິງ​ບົດ­ບາດ​ຂອງ​ການ​ປົກ­ຄອງ ໃນ​ຖາ­ນະ​ຜູ້​ມີ​ອະ­ພິ­ສິດ ຍ້ອນ​ວ່າ​ເປັນ​ຕົວ​ແບບ​ໃຫ້​ແກ່​ປະ­ຊາ­ຊົນ ທັງ​ສະ­ແດງ​ໃຫ້​ເຫັນ​ເຖິງ​ບົດ­ບາດ​ຂອງ​ສໍາ­ນັກ­ງານ​ພັກ​ທີ່​ເປັນ​ຜູ້­ນໍາ ພາ... ຫາກ​ວ່າ­ການ​ແກ້​ໄຂ​ບັນ­ຫາ​ນີ້​ບໍ່​ລຸ​ລ່ວງ ປ່ອຍ​ໃຫ້​ພາກ​ເອ­ກະ​ຊົນ​ເຮັດ​ຕາມ​ລຳ­ພັງ​ໃຈ​ແລ້ວ​ການ­ຈັດ­ຕັ້ງ​ຖອຍ​ໜີ ຈະ​ເປັນ​ການ​ສໍ່​ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເດັດ­ຂາດ​ຂອງ​ອຳ­ນາດ​ລັດ... ເພື່ອນ​ຜູ້​ອ່ານ​ທີ່​ສ່ອງ​ແສງ​ມາ​ໃນ​ວັນ​ທີ 28/2/2012 ກ່າວ​ຢ້ຳ​ມ້ວນ­ທ້າຍ​ຄື​ແນວ​ນັ້ນ !.

ໃນ​ຖາ­ນະ​ຜູ້​ຮັບ­ຜິດ­ຊອບ​ຄໍ​ລໍາ ແນວ​ລາວ ເຫັນ ​ວ່າ​ມີ​ຫຼາຍ​ກໍ­ລະ­ນີ​ໂຮງ­ຮຽນ ມີ​ທີ່​ຕັ້ງ​ບໍ່​ເໝາະ​ສົມ ແຕ່​ມີ​ຫຼາຍ​ຊັ້ນ​ຮຽນ ເຊິ່ງ​ສົມ­ຄວນ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ກວດ­ກາ​ຄືນ ແລະ ແກ້​ໄຂ ເພາະ­ວ່າ​ມັນ​ຈະ​ເປັນ​ແບບ­ຢ່າງ​ບໍ່​ດີ ແກ່​ການ​ຂະ­ຫຍາຍ​ໂຮງ­ຮຽນ​ຂອງ​ພາກ​ເອ­ກະ​ຊົນ​ບາງ​ແຫ່ງ ທີ່​ບໍ່​ຄໍາ­ນຶງ​ເຖິງ​ທີ່​ຕັ້ງ !.

ສິ່ງ­ແວ­ດລ້ອມ ​ຂອງ​ໂຮງ­ຮຽນ​ມັນ​ສໍາ­ຄັນ​ຫຼາຍ ເພາະ​ມັນ​ກະ­ທົບ​ເຖິງ​ຈິດ­ໃຈ​ຂອງ​ນັກ­ຮຽນ ໂດຍ​ສະ­ເພາະ​ລູກ​ຫຼານ​ຮຽນ​ຊັ້ນ​ປະ­ຖົມ-ມັດ­ທະ­ຍົມ.

ຂໍ​ຮຽກ­ຮ້ອງ​ເຖິງ​ພາກ­ສ່ວນ​ກ່ຽວ­ຂ້ອງ ຊ່ວຍ​ພິ­ຈາ­ລະ­ນາ​ດ້ວຍ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard