ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້ຽວທັງຄືນ-ເວັນ ປັບປຸງສະຫນາມບິນວັດໄຕ
Anonymous

Date:
ຂ້ຽວທັງຄືນ-ເວັນ ປັບປຸງສະຫນາມບິນວັດໄຕ
Permalink   
 


ຂ້ຽວທັງຄືນ-ເວັນ ປັບປຸງສະຫນາມບິນວັດໄຕ

wattay%20airport%206.3.2012.JPG

ໂຄງ­ການ ​ຍົກ​ລະ­ດັບ​ສະ ຫນາມ​ບິນ​ສາ­ກົນ​ວັດ​ໄຕ ຫນຶ່ງ​ໃນ ໂຄງ­ການ ເພື່ອ​ຮອງ​ຮັບ​ກອງ​ປະຊຸມ​ອາ​ເຊັມ​ປະ­ຈຸ​ບັນ​ຜູ້​ຮັບ​ເຫມົາເລ່ງ​ຫນ້າ​ວຽກ​ ເຮັດ​ທັງ​ຄືນ ແລະ ເວັນ, ດ້ານ​ຜູ້​ຮັບ­ຜິດ­ຊອບ​ເຜີຍສຳ­ເລັດ​ແລ້ວ​ເກືອບ​ເຄິ່ງ.

   ວານ​ນີ້ ທ່ານ ແສງ​ສະ­ຫງວນ ຈັນ­ທະ​ວົງ ຫົວ­ຫນ້າ​ໂຄງ­ການປັງ​ປຸງ​ຍົກ​ລະ­ດັບ​ສະ­ຫນາມ​ບິນສາ­ກົນ​ວັດ​ໄຕ ຕາງ­ຫນ້າ​ກົມ​ການບິນ​ພົນ​ລະ​ເຮືອນ​ກະ­ຊວງ​ໂຍ­ທາທິ​ການ ແລະ ຂົນ­ສົ່ງ​ເຜີຍ​ຕໍ່​ທີມຂ່າວ​ເສດ­ຖະ­ກິດ​ວ່າ: ໂຄງ­ການຍົກ​ລະ­ດັບ​ສະ­ຫນາມ​ບິນ​ສາ­ກົນວັດ​ໄຕ ມາ​ຮອດ​ປະ­ຈຸ​ບັນ​ທາງໂຄງ­ການ​ໄດ້​ຂຸ້ນ­ຂ້ຽວ​ຈັດ​ຕັ້ງ​ປະຕິ​ບັດ​ວຽກ​ຕະ­ຫລອດ 24 ຊົ່ວ­ໂມງ (ວຽກ​ຕິດ​ຕັ້ງ​ໄຟ​ສັນ­ຍານ​ຍົນລົງ​ເດີ່ນ) ສະ­ເລ່ຍ​ລວມ​ທຸກ​ຫນ້າວຽກ​ສໍາ­ເລັດ​ແລ້ວ 47,44%.

   ສະ­ເພາະ​ຫນ້າ​ວຽກ​ປັບ­ປຸງລານ​ຈອດ​ເຮືອ­ບິນ​ເບີ 3 ແມ່ນ​ໄດ້ສຳ­ເລັດ​ການ​ການ​ປູ​ຄອນ​ກີດ ຍັງພຽງ​ແຕ່​ການ​ແຕ້ມ​ເສັ້ນ​ທີ່​ຍັງ​ສືບຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ ສ່ວນ​ລານ​ເບີ 2 ໄດ້​ສໍາ­ເລັດ​ການ​ຮອງ​ພື້ນ​ຊັ້ນ​ເດັດ ຄ​ອັດ​ແລ້ວ ແລະ ປະ­ຈຸ​ບັນ​ກຳ­ລັງຈະ​ເທ​ຊັ້ນ​ຄອນ​ກີດ ໂດຍ​ລານຈອດ​ເຮືອ­ບິນ​ລວມ​ມີ​ທັງ​ຫມົດ 3 ຊັ້ນ.

   ດ້ານ​ວຽກ​ປັບ­ປຸງ​ທາງ​ອ້ອມ ສະ­ຫນາມ​ແມ່ນ​ສໍາ­ເລັດ 40% ແລະ ຫນ້າ​ວຽກ​ລະ­ບົບ​ການ​ລະບາຍ​ນ້ຳ​ສະ­ຫນາມ​ບິນ​ປະ­ຕິ­ບັດ ໄດ້​ແລ້ວ 70% ເຊັ່ນ​ດຽວ​ກັນຫນ້າ​ວຽກ​ຍ່ອຍ​ທີ່​ມີ​ຄວາມ​ຄືບ ຫນ້າ​ຕາມ​ລະ­ດັບ.

   ແນວ­ໃດ​ກໍ່​ດີ ທ່ານ ແສງ​ສະຫງວນ ຈັນ­ທະ​ວົງ ກ່າວ​ອີ​ກວ່າ: ການ​ຈັດ​ຈັດ​ຕັ້ງ​ປະ­ຕິ­ບັດ ແຕ່​ລະຫນ້າ​ວຽກ​ຖື​ວ່າ​ທຸກ​ຢ່າງ​ໄປ​ຕາມແຜນ­ທີ່​ວາງ​ໄວ້ ເຊິ່ງ​ກໍ່​ເຊື່ອ​ວ່າຫນ້າ​ວຽກ​ພື້ນ­ຖານ​ຈະ​ໃຫ້​ສຳ ເລັດ​ໃນ​ເດືອນ​ກໍ­ລະ­ກົດ​ທີ່​ຈະ​ມາ ເຖິງ ແລະ ສຳ­ເລັດ​ສົມ­ບູນ​ປະ ມານ​ເດືອນ​ກັນ­ຍາ 2012 ນີ້.

   ໂຄງ­ການ​ດັ່ງ­ກ່າວ ມີ​ເປົ້າ   ຫມາຍ​ເພື່ອ​ຂະ­ຫຍາຍ​ລານ​ຈອດຮອງ​ຮັບເຮືອ­ບິນ​ຂະ­ຫນາດ​ກາງ ແລະ ໃຫຍ່​ໄດ້​ຈໍາ­ນວນ 20 ລໍາ ໂດຍເປັນ​ການ​ລົງ­ທຶນ​ຂອງ​ລັດ​ຖະບານ​ໃນ​ມູນ​ຄ່າ 37,6 ລ້ານ​ໂດລາ​ສະ­ຫະ­ລັດ ແລະ ບໍ­ລິ­ສັດ​ໄຊ​ນາ ຊີ​ເອັມ​ຊີອິນ​ຈີ​ເນຍ​ຣິງ ຈຳ­ກັດ ຈາກ ສປ ຈີນ​ເປັນ​ຜູ້​ຮັບ​ເຫມົາກໍ່­ສ້າງ​ໂດຍ​ໄດ້​ເລີ່ມ​ລົງ­ມື​ແຕ່​ວັນ ທີ 1 ພະ­ຈິກ 2011 ເປັນ­ຕົ້ນ​ມາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard