ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພະນັກງານພັກລັດ ສໍ້ຣາສບັງຫລວງ
Anonymous

Date:
ພະນັກງານພັກລັດ ສໍ້ຣາສບັງຫລວງ
Permalink   
 


ພະນັກງານພັກລັດ ສໍ້ຣາສບັງຫລວງ

ດຣ. ບຸນທອງ ຈິດມະນີ ປະທານ ຄນະກວດກາ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ພ້ອມທັງ ເປັນປະທານ ອົງການກວດກາ ຂອງ ຣັຖບານ ເປີດເຜີຍວ່າ ເມື່ອປີກາຍ ເຈົ້າໜ້າທີ່ ຄນະກວດກາ ໄດ້ກວດກາ ການສໍ້ຣາສ ບັງຫລວງ ຂອງ ເຈົ້າໜ້າທີ່ພັກ ແລະ ຣັຖບານ ຢ່າງເຂັ້ມງວດ ຄືໄດ້ກວດກາ ທັງໝົດ 101 ເປົ້າໝາຍ ຜົນປະກົດວ່າ ເຈົ້າໜ້າທີ່ ໄດ້ຄົ້ນພົບ ເງິນເສັຍຫາຍ ຍ້ອນການ ສໍ້ຣາສບັງຫລວງ ຂອງ ເຈົ້າໜ້າທີ່ ໃນພັກ ແລະ ຣັຖບານ ຫລາຍຕື້ກີບ ຫລື ຫລາຍລ້ານ ດອນລ່າ ສະຫະຣັຖ.

ດຣ. ບຸນທອງ ຈິດມະນີ ບໍ່ໄດ້ ຣາຍງານ ຣາຍລະອຽດ ວ່າເຈົ້າໜ້າທີ່ ພັກ-ຣັດ ຜູ້ໃດ ຫລື ພາກສ່ວນໃດ ເປັນຜູ້ ສໍ້ຣາສບັງຫລວງ ແລະ ກໍບໍ່ໄດ້ ເວົ້າເຖິງເລີຍວ່າ ພັກແລະຣັຖ ຈະເອົາ ມາຕການ ລົງໂທດຜູ້ ກະທຳຜິດ ແນວໃດ.

ອົງການ ຄວາມໂປ່ງໃສ ສາກົນ ທີ່ມີ ສຳນັກງານ ຢູ່ປະເທດ ເຍັຍຣະມັນ ຣາຍງານວ່າ ເມື່ອປີກາຍ ສປປລາວ ເປັນປະເທດນຶ່ງ ທີ່ມີການ ສໍ້ຣາສບັງຫລວງ ຫລາຍທີ່ສຸດ ໃນໂລກ ຖືກຈັດເປັນ ອັນດັບທີ່ 152 ໃນຈຳນວນ ທັງໝົດ 182 ປະເທດ.

ເຈົ້າໜ້າທີ່ ຣັຖບານລາວ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ເວົ້າວ່າ ຖ້າຫາກ ພັກແລະຣັຖບານ ປາບປາມ ການ ສໍ້ຣາສບັງຫລວງ ຢ່າງຈິງຈັງ ແລະ ຈັບເຈົ້າໂຕການ ທີ່ ສໍ້ຣາສບັງຫລວງ ທຸກຄົນ ມາລົງໂທດ ແນ່ນອນວ່າ ເຈົ້າໜ້າທີ່ ພັກແລະຣັຖ ຈະຖືກລົງໂທດ ເປັນສ່ວນ ຫລາຍ. ການສໍ້ຣາສ ບັງຫລວງ ໄດ້ຝັງເລິກ ຢູ່ໃນສັງຄົມ ລາວ ຢ່າງເລິກເຊິ່ງ ແກ້ໄຂຍາກ. ນັກຊ່ຽວຊານ ຕ່າງປະເທດ ທີ່ເຂົ້າໄປ ປະຕິບັດ ໜ້າທີ່ ຢູ່ ສປປລາວ ກ່າວວ່າ ສະມາຊິກ ພັກ ແລະ ເຈົ້າໜ້າທີ່ ຣັຖບານລາວ ສໍ້ໂກງ ແລະ ສໍ້ຣາສບັງຫລວງ ກໍເພາະວ່າ ພວກເຂົາ ມີອຳນາດ ຫລາຍ ແຕ່ໄດ້ຮັບ ເງິນເດືອນ ໜ້ອຍ ອີກຢ່າງນຶ່ງ ຢູ່ລາວ ບໍ່ມີຝ່າຍຄ້ານ ແລະ ສື່ມວນຊົນ ກໍເປັນເຄື່ອງມື ຂອງ ພັກແລະຂອງຣັຖ ບໍ່ກ້າເປີດເຜີຍ ຜູ້ສໍ້ຣາສ ບັງຫລວງ ໃຫ້ ປະຊາຊົນ ຮູ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard