ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຖືກເອົາປຽບ ໂຄງການສອງບວກສາມ
Anonymous

Date:
ຊາວບ້ານຖືກເອົາປຽບ ໂຄງການສອງບວກສາມ
Permalink   
 


ຊາວບ້ານຖືກເອົາປຽບ ໂຄງການສອງບວກສາມ

ມີບາງ ບໍຣິສັດ ເອົາປຽບ ຊາວບ້ານ ບໍ່ປະຕິບັດ ຕາມນະໂຍບາຍ ຂອງ ຣັຖບານ ແລະສແວງຫາ ຜົລປໂຍດ ສໍາລັບຕົນເອງ ຫລາຍກວ່າ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ແຜນການ ແລະ ການລົງທຶນ ແຂວງສາລະວັນ:

”ມີບາງ ບໍຣິສັດ ເຂົາກໍ ດໍາເນີນການ ຕາມ ນະໂຍບາຍ ຂອງຣັຖບານ ແລະ ກໍມີບາງ ບໍຣິສັດ ເຂົາກໍບໍ່ ດໍາເນີນການ ສແວງຫາ ຜົລປໂຍດ ເຂົາກ່ອນ”.

ການລົງທຶນ ໃນຮູບແບບ ສອງບວກສາມ ເປັນການຮ່ວມມື ຣະຫວ່າງ ນັກລົງທຶນ ຕ່າງປະເທດ ແລະ ຄົນຢູ່ໃນລາວ ໂດຍມີຣັຖບານ ລາວ ເປັນຄົນກາງ ໃນການ ຄຸ້ມຄອງ ໃນນັ້ນ ນັກລົງທຶນ ຈະສນອງ ເຣື່ອງເທັກນິກ ແລະ ພືດພັນ ສ່ວນ ປະຊາຊົນ ຈະເປັນຜູ້ ສນອງ ແຮງງານ ແລະ ທີ່ດິນ ຊຶ່ງສ່ວນຫລາຍ ປະຊາຊົນ ມັກໄດ້ຮັບ ຜົລຕອບແທນ ໜ້ອຍ ເຮັດໃຫ້ເກີດ ບັນຫາ ຂັດແຍ່ງກັນ ແລະ ເວລານີ້ນີ້ ກໍມີນັກ ລົງທຶນ ຈາກວຽດນາມ ກໍາລັງ ມີບັນຫາ ມີຂໍ້ຂັດແຍ່ງ ເຣື່ອງການ ເຂົ້າຣ່ວມ ໂຄງການ ເພາະຕ້ອງການ ພື້ນທີ່ ການຜລິດ ແຕ່ບໍ່ຢາກ ຈ່າຍຄ່າທີ່ດິນ ແລະ ແຮງງານ ໃຫ້ ປະຊາຊົນ ຜູ້ເປັນເຈົ້າຂອງ ທີ່ດິນ ຊຶ່ງ ທາງການ ຍັງບໍ່ ອະນຸມັດ ໃຫ້ເທື່ອ. ທ່ານເວົ້າເປັນ ພາສາໄທ ຕໍ່ໄປວ່າ:

“ສັນຍາ ມັນກໍ10 ປີ 15 ປີ ຫລັງຈາກເຂົາ ໄດ້ໝົດແລ້ວ ເຂົາຈຶ່ງຈະ ສົ່ງເສີມ ປະຊາຊົນນະ ແຕ່ວ່າ ເບື້ອງ ຣັຖ ກໍຮຽກຮ້ອງ ໃຫ້ເຂົາໃຫ້ ປະຊາຊົນ ໄດ້ເຂົ້າຮ່ວມ ໃນໂຄງການ ຕັ້ງແຕ່ເຣີ່ມ ຕັ້ງແຕ່ມື້ ເຣີ່ມຕົ້ນ ໂຄງການ”.

ຢ່າງໃດກໍຕາມ ມີປະຊາຊົນ ຢູ່ບາງເຂດ ທີ່ເຂົ້າຮ່ວມ ໂຄງການ ໄປແລ້ວ ປະສົບບັນຫາ ໄດ້ຮັບຜົລ ຕອບແທນ ໜ້ອຍກວ່າ ຜົລປໂຍດ ທີ່ນັກລົງທຶນ ຕ່າງປະເທດ ໄດ້ຮັບ ແລະກໍ ມີການ ຮ້ອງຮຽນໄປຍັງ ສະພາແຫ່ງຊາດ ຫລາຍເພີ່ມຂຶ້ນ ໃນປີ 2011 ຜ່ານມານີ້ ຄືມີເຖິງ 400 ກວ່າ ກໍຣະນີ ກ່ຽວກັບເຣື່ອງ ທີ່ດິນ ທໍາກິນ ເພື່ອໃຫ້ທາງການ ຊ່ວຍແກ້ໄຂ ໃຫ້ຄວາມ ເປັນທັມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard