ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຂື່ອນເຊກະໝານ 1 ເລີ້ມກໍ່ສ້າງຄືນ
Anonymous

Date:
ເຂື່ອນເຊກະໝານ 1 ເລີ້ມກໍ່ສ້າງຄືນ
Permalink   
 


ເຂື່ອນເຊກະໝານ 1 ເລີ້ມກໍ່ສ້າງຄືນ

ຫລັງຈາກທີ່ ມີການຫລ້າຊ້າ ໃນການກໍ່ສ້າງ ເມື່ອປີ 2011 ບາດນີ້ ໂຄງການກໍ່ສ້າງ ເຂື່ອນ ເຊກະໝານ 1 ໃນແຂວງ ອັດຕະປື ກໍສາມາດ ດໍາເນີນ ການກໍ່ສ້າງ ໄປໄດ້ຢ່າງ ເຕັມກໍາລັງ ແລະ ຢູ່ໃນຂັ້ນຕອນ ການຂຸດ ອ່າງທໍ່ນໍ້າ ແລະ ວາງແຜນການ ກໍ່ສ້າງ ຫລັກພື້ນຖານ. ເຈົ້າໜ້າທີ່ ກະຊວງ ພລັງງານ ແລະບໍ່ແຮ່ ຜູ້ນຶ່ງເວົ້າ ກ່ຽວກັບ ເຣື່ອງນີ້ວ່າ:

"ເປີເຊັນ ກໍຍັງຕໍ່າຢູ່ ຄວາມເລີ້ມລົງມື ຫັ້ນໜ໋າ ຊິປະມານ 20% ນີ້ແຫລ໋ະ ເຂົາໄດ້ບຸກເບີກ ຕົວເຂື່ອນ ຫົວງານນີ້ເດ໋ ເພິ່ນບຸກເບີກ ເຈາະອຸໂມງ ແລ້ວເດ໋".

ທ່ານເວົ້າ ຕໍ່ໄປວ່າ ການກໍ່ສ້າງ ບ້ານພັກຄົນງານ ແລະ ຖນົນໄປຫາ ສະຖານທີ່ ກໍ່ສ້າງເຂື່ອນ ນັ້ນ ໄດ້ສໍາເຣັດ ໄປແລ້ວ. ປັດຈຸບັນ ການກໍ່ສ້າງ ໄດ້ດໍາເນີນ ໄປຕາມ ປົກກະຕິ ຍັງບໍ່ມີບັນຫາ ຂັດຂ້ອງ. ສ່ວນການ ໂຍກຍ້າຍ ຊາວບ້ານນັ້ນ ຕ້ອງລໍຖ້າ ໃຫ້ການກໍ່ສ້າງ ໝູ່ບ້ານໃໝ່ ໃຫ້ແລ້ວກ່ອນ, ຊຶ່ງຄາດວ່າ ຈະຕ້ອງ ໂຍກຍ້າຍ ຊາວບ້ານ 11 ໝູ່ບ້ານ, 220 ຄອບຄົວ ແລະ ປະມານ 1 ພັນຄົນ.

ເຈົ້າໜ້າທີ່ ເວົ້າກ່ຽວກັບ ການໂຍກຍ້າຍ ຊາວບ້ານວ່າ ໄດ້ປຶກສາຫາລື ແລະ ເຈຣະຈາ ກັບຊາວບ້ານ ໃນທ້ອງຖິ່ນ ແລະ ຍັງບໍ່ທັນມີ ອຸປສັກໃດໆ ເກີດຂຶ້ນ ຄາດວ່າການ ໂຍກຍ້າຍ ຈະໃຫ້ແລ້ວ ພ້ອມກັບ ການກໍ່ສ້າງ ໃນປີ 2014.

ເຂື່ອນ ເຊກະໝານ 1 ຕັ້ງຢູ່ ເມືອງສານໄຊ ແຂວງ ອັດຕະປື ມີມູນຄ່າ ງົບປະມານ ໃນການ ກໍ່ສ້າງ 441 ລ້ານ ໂດລາ ສະຫະຣັຖ ຊຶ່ງຈະສາມາດ ຜລິດກະແສ ໄຟຟ້າ ໄດ້ 322 ເມັກກະວັດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard