ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ.ຄໍາມ່ວນນໍ້າຂອງບົກລົງ ຫຼາຍກວ່າເຂດອື່ນ
Anonymous

Date:
ຂ.ຄໍາມ່ວນນໍ້າຂອງບົກລົງ ຫຼາຍກວ່າເຂດອື່ນ
Permalink   
 


ຂ.ຄໍາມ່ວນນໍ້າຂອງບົກລົງ ຫຼາຍກວ່າເຂດອື່ນ

F-mk-wc.jpg

RFA-File photo

ສະພາບນໍ້າຂອງ ທີ່ບົກແຫ້ງ ໃນເຂດ ຫາດດອນຈັນ (ວຽງຈັນ) ຕົ້ນເດືອນ ມິນາ ປີ 2011

ປັດຈຸບັນ ມີແລວນ້ຳ ພໍແລ່ນ ເຮືອນ້ອຍໄດ້ ພຽງສອງແລວ ຊາວບ້ານ ໃນເຂດເມືອງ ຫິນບູນ ເວົ້າວ່າ ໃນເດືອນສີ່ ເດືອນຫ້າ ແມ່ນ້ຳຂອງ ຍິ່ງຈະບົກ ແຫ້ງລົງ ຢ້ານເຮືອຂ້າມ ໄປມາບໍ່ໄດ້ ສະນັ້ນ ຊາວລາວ ຫລາຍຄົນ ຈຶ່ງຊື້ສິນຄ້າ ຈາກ ຕລາດຜ່ອນປົນ ທີ່ຝັ່ງໄທ ໄວ້ຫລາຍ ເພາະຢ້ານ ເຮືອຂ້າມ ໄປບໍ່ໄດ້ ໃນບໍ່ເທົ່າໃດ ເດືອນຫຼືອາທິດ ຂ້າງໜ້າ. ມີພໍ່ຄ້າ ຈາກເມືອງຫິນບູນ ຜູ້ນຶ່ງເວົ້າວ່າ:

“ປີກາຍນີ່ ມັນຍັງບໍ່ເລວ ປານນີ້ ຍາກຢູ່ ຖ້າເບິ່ງ ເດືອນສີ່ ເດືອນຫ້າ ພຸ່ນລະ ຢ້ານມັນແຫ້ງ ໄປກວ່ານີ້ ມັນໄປຍາກ ຂອງມັນນ້ອຍລົງ ເພາະວ່າມັນເອົາ ໄປບໍ່ໄດ້ແດ່ ມັນຊີ່ ຫ້າມຂ້າມ ຫາດບໍ່ໄດ້.”

ພໍ່ຄ້າຊາວເມືອງ ຫິນບຸນ ຜູ້ນີ້ເວົ້າອີກວ່າ ໃນຣະຍະນີ້ ຊາວລາວ ສ່ວນຫລາຍ ຂ້າມມາຊື້ອາຫານ ການກິນ ແລະເຄື່ອງໃຊ້ ປະຈຳວັນ ຫລາຍຊນິດ ເພື່ອເກັບໄວ້ກິນ ໄວ້ໃຊ້ ໃນຣະຍະ ສອງສາມ ເດືອນຂ້າງໜ້າ. ຖ້າຈະ ອາໄສ ໄປຊື້ສິນຄ້າ ຜ່ານຂົວ ມິດຕະພາບ ລາວ-ໄທ ແຫ່ງທີ່ສາມ ທີ່ເມືອງ ທ່າແຂກ ແຂວງຄຳມ່ວນ ຄ່າເດີນທາງ ແລະ ຄ່າຂົນສົ່ງ ສິນຄ້າ ຈະແພງກວ່າ.

ໄພແຫ້ງແລ້ງ ນັບມື້ນັບ ເປັນບັນຫາ ຮ້າຍແຮງ ຂື້ນຢູ່ລາວ ແມ່ນ້ຳຂອງ ບົກແຫ້ງ ແຕ່ຫົວປີ ບາງບ້ານ ຂາດເຂີນ ນ້ຳໃຊ້ ນ້ຳກິນແລ້ວ. ຊາວໄທ ທີ່ອາໄສ ຢູ່ຕາມແຄມ ແມ່ນ້ຳຂອງ ເວົ້າວ່າ ນ້ຳຂອງແຫ້ງ ເປັນເພາະ ເຂື່ອນ ຂອງຈີນ ເວລາເຂື່ອນຈີນ ເປີດນ້ຳ ແມ່ນ້ຳຂອງ ກໍພໍມີນ້ຳຢູ່ ບາດເຂົາອັດ ເຂື່ອນ ຢູ່ທາງພາກລຸ່ມ ກໍຂາດເຂີນນ້ຳ ທັນທີ. ສ່ວນສາເຫດອື່ນໆ ເວົ້າສະເພາະ ຢູ່ລາວ ກໍແມ່ນ ເປັນຍ້ອນ ການຕັດໄມ້ ທຳຣາຍປ່າ ໂດຍທົ່ວໄປ ເປັນເພາະໂລກ ມີຄວັນພິດ Carbon dioxide ຫລາຍເກີນໄປ ເປັນເຫດໃຫ້ ໂລກ ມີອາກາດ ຮ້ອນຂື້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard