ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນ ບ້ານຫນອງ ບົວທອງເຫນືອ ກຳລັງໄດ້ຣັບຜົນກະທົບ ຈາກການລັກລອບ ປ່ອຍນ້ຳເສຍ ຂອງໂຣງງານ
Anonymous

Date:
ປະຊາຊົນ ບ້ານຫນອງ ບົວທອງເຫນືອ ກຳລັງໄດ້ຣັບຜົນກະທົບ ຈາກການລັກລອບ ປ່ອຍນ້ຳເສຍ ຂອງໂຣງງານ
Permalink   
 


ປະຊາຊົນ ບ້ານຫນອງ ບົວທອງເຫນືອ ກຳລັງໄດ້ຣັບຜົນກະທົບ ຈາກການລັກລອບ ປ່ອຍນ້ຳເສຍ ຂອງໂຣງງານ


ປະຈຸບັນ ປະຊາຊົນບ້ານຫນອງບົວທອງເຫນືອ, ເມືອງສີໂຄດຕະບອງ ກຳລັງປະເຊີນກັບການດຳລົງຊີວິດ ຣ່ວມກັບສະພາບນ້ຳເສຍທີ່ເຊື່ອວ່າ  ມີບາງໂຣງງານທີ່ຢູ່ເຫນືອຄອງລະບາຍນ້ຳ ບໍລິເວນຫນອງດ້ວງ, ໂນນຕານ, ຄິວ ລົດເຕ້ສອງ, ບ້ານນາຄຳໄດ້ລັກລອບປ່ອຍລົງມາ.

ຄອງລະບາຍນ້ຳດັ່ງກ່າວ ແຕ່ກ່ອນແມ່ນຄອງເຫມືອງລະບາຍນ້ຳໃສ່ນາ ເຊິ່ງເຄີຍເປັນແຫລ່ງທຳມາຫາກິນສຳລັບ ປະຊາຊົນທົ່ວໄປ ແລະ ໂດຍສະເພາະແມ່ນຄົນທຸກຍາກ ປະຈຸບັນທາງການເພີ່ນໄດ້ປັບເປັນຄອງລະບາຍນ້ຳອອກ ຈາກເມືອງເວລາລະດູຝົນ, ເຖິງຢ່າງໃດກໍຕາມ ຄອງດັ່ງກ່າວກໍຍັງເປັນແຫລ່ງອາຫານສຳຣອງຂອງປະຊາຊົນບໍລິ ເວນດັ່ງກ່າວຢູ່.

ໃນປະຈຸບັນ, ເລື່ອງບໍ່ດີໄດ້ເກີດຂື້ນ ເພາະວ່າ ໄດ້ມີບາງໂຣງງານ (ຂໍສະຫງວນຊື່ໄວ້) ໄດ້ລັກປ່ອຍນ້ຳເສຍອອກມາຢ່າງຕໍ່ເນື່ອງ ແລະ ໂດຍສະເພາະແມ່ນຍາມກາງຄືນ ສົ່ງຜົນເຣັດໃຫ້ປະຊາຊົນໃນບ້ານ ດັ່ງກ່າວ ບໍ່ສາມາດ ດຳລົງຊີວິດໄດ້ຕາມປົກກະຕິເຊັ່ນ: ນອນບໍ່ຫລັບຍ້ອນກິ່ນເຫມັນ, ປິດປະຕູເພີ່ມເວລາຢູ່ໃນຫ້ອງ ເພື່ອຫລຸດຜ່ອນກິ່ນເຫມັນ, ຕ້ອງໃສ່ແພປິດປາກປິດດັງເວລາແຕ່ງຢູ່ຄົວກິນ, ກາງເວັນກໍຕ້ອງເພີ້ມເວລາອອກ ໄປຢູ່ບອ່ນອື່ນເພື່ອຫລີກບໍ່ໃຫ້ໄດ້ຣັບອາຍເຫມັນຫລາຍເຊິ່ງອາດມີອາຍຂອງສານມີພິດ, ແລະ ບໍ່ສາມາດຍ່າງອອກກຳ ລັງກາຍເລາະລຽບຕາມຄອງຄືແຕ່ກ່ອນໄດ້.

ຜົນກະທົບຕໍ່ສຸຂະພາບໃນປະຈຸບັນແມ່ນ ຣູ້ສຶກຫາຍໃຈຍາກ, ແຫນ້ນຫນ້າເອິກ, ແສບດັງ, ແສບຕາ, ແລະ ເຈັບຄໍເວລາດົມອາຍເຫມັນຂອງນ້ຳດັ່ງກ່າວເຂົ້າໄປ. ຖ້າສະພາບການດັ່ງກ່າວນີ້ຍັງສືບຕໍ່ ຜົນກະທົບຕໍ່ສຸຂະ ພາບທັງຈິດໃຈ ແລະ ຣ່າງກາຍຂອງປະຊາຊົນຍິ່ງຈະຣຸນແຣງຂື້ນເຖີງຂັ້ນລົ້ມປ່ວຍກໍ່ອາດເປັນໄດ້.

ຕໍ່ກັບສະພາບ ດັ່ງກ່າວ ປະຊາຊົນໄດ້ສົມທົບກັບອຳນາດການປົກຄອງບ້ານແລ້ວຫລາຍເທື່ອ ແຕ່ບັນດາໂຣງງານດັ່ງກ່າວກໍຍັງ ສືບຕໍ່ລັກລອບປ່ອຍນ້ຳໂດຍບໍ່ໄດ້ບຳບັດອີກຢູ່ ໂດຍບໍ່ຄຳນຶງເຖິງຜົນກະທົບຕໍ່ຜູ້ອື່ນ ແລະ ສິ່ງແວດລ້ອມ. ສະນັ້ນ, ຈື່ງຢາກຝາກຂ່າວນີ້ໄປເຖີງພາກສ່ວນທີ່ກ່ຽວຂ້ອງໃຫ້ລົງມາຊ່ວຍແກ້ໄຂດ່ວນດ້ວຍ.


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard