ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກາຊີໂນບໍ່ເຕັນ ຈະເລີ້ມກິຈການຄືນ
Anonymous

Date:
ກາຊີໂນບໍ່ເຕັນ ຈະເລີ້ມກິຈການຄືນ
Permalink   
 


ກາຊີໂນບໍ່ເຕັນ ຈະເລີ້ມກິຈການຄືນ

ເຈົ້າໜ້າທີ່ ທາງການ ແຂວງ ຫລວງນໍ້າທາ ເປີດເຜີຍວ່າ:

"ຊ່ວງນີ້ ບໍ່ມີແລ້ວ ທີ່ຜ່ານມານີ້ ມີຢູ່ ກະຊ້ວງທ້າຍປີ 2011 ຈະເປີດໄໝ່ ແຕ່ເປັນເວລາ ໃດອັນນີ້ ກໍບໍ່ຮູ້ເທື່ອ ຂະເຈົ້າ ຈະປັບປຸງ ຮ້ານຄ້າໃໝ່ ເປັນຮູບແບບໃໝ່ ບໍ່ ແນວໃດ ກໍບໍ່ຮູ້ ນໍາເຂົາ".

ເຈົ້າໜ້ທີ່ລາວ ວ່າ ບໍ່ທັນຮູ້ ຢ່າງແນ່ນອນ ເທື່ອວ່າ ເຂົາເຈົ້າໄດ້ ປັບປຸງ ອັນໃດແດ່ ກ່ອນຈະເປີດ ຄືນໄໝ່. ທາງການແຂວງ ຫລື ທາງ ສູນກາງໄດ້ ແກ້ໄຂ ລະບຽບການ ອັນໃດແດ່ ແລະ ໄດ້ແກ້ໄຂບັນຫາ ຜົນກະທົບ ຈາກກາຊີໂນ ແຫ່ງນີ້ ໃນລະຍະຜ່ານມາ ແນວໃດ? ບໍ່ມີຜູ້ໃດ ຮູ້ຄັກ. ຜ່ານມາ ກາຊີໂນ ແຫ່ງນີ້ ເຄີຽສ້າງບັນຫາ ໃຫ້ອໍານາດ ການປົກຄອງ ໃນທ້ອງຖິ່ນ ແລະ ປະຊາຊົນ ເພາະວ່າ ທາງແຂວງ ບໍ່ມີສິດ ເຂົ້າໄປຄວບຄຸມ ອັນໃດໄດ້ ຍ້ອນເປັນເຂດ ສັມປະທານ ຂອງນັກລົງທືນ ຈີນ ໂດຍສະເພາະ.

ຫລັງຈາກເຂດ ເສຖກິດ ແຫ່ງນີ້ ເປີດຂື້ນ ຊາວຈີນ ຫລາຍຮ້ອຍ ຄອບຄົວ ກໍລັ່ງໄຫລເຂົ້າມາ ເປີດຮ້ານຄ້າ ແລະ ການບໍຣິການ ຫລາຍຢ່າງ ແຕ່ລະມື້ ເຂດເສຖກິດ ແຫ່ງນີ້ ໄດ້ຖອກເທ ຂີ້ເຫຍື່ອ ຢູ່ຕາມແຄມນໍ້າ ຫ້ວຍຮ່ອງ ເປັນຕັ້ນໆ ຊື່ງບໍ່ຖືກຕ້ອງ ຕາມຫລັກ ອະນາມັຍ ສົ່ງກິ່ນເໝັນ ສ້າງຄວາມລໍາຄານ ໃຫ້ຊາວບ້ານ.

ພາຍໃນເຂດ ກາຊີໂນ ບໍ່ມີລະບົບ ບໍາບັດນໍ້າ ໂສໂຄກ ແຕ່ລະມື້ ນໍ້າໂສໂຄກ ໄຫລລົງສູ່ ລໍານໍ້າຫ້ວຍຮ່ອງ ເຮັດໃຫ້ ປະຊາຊົນ ຕາມແຄມນໍ້າ ບໍ່ສາມາດ ໃຊ້ອາບ ຫຼືຕົ້ມກິນໄດ້ ເພາະວ່າໃນສາຍນໍ້າ ມີແຕ່ສີ່ງ ໂສໂຄກ ໝົດແລ້ວ. ຜົນກະທົບ ທາງດ້ານ ສັງຄົມນັ້ນ ກໍເກີດມີ ການຄ້າ ໂສເພນີ ຄ້າສັດປ່າ ຜິດກົດໝາຍ ເກີດມີ ອາສຍາກັມ ຫລາຍຢ່າງ ດ້ານຕິດໜີ້ ຕິດສີນ ຂອງຊາວຈີນ ທີ່ມາຫລິ້ນ ການພະນັນ. ຫລາຍສິ່ງຫລາຍຢ່າງ ຂັດກັບ ປະເພນີລາວ ຫລືປະເພນີ ໃນທ້ອງຖິ່ນ ຕຣອດຮອດວ່າ ປະຊາຊົນ ເກີດຄວາມ ຮູ້ສືກສູນເສັຽ ຄວາມເປັນ ເຈົ້າຂອງ ແຜ່ນດິນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard