ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຂດເສດຖະກິດພິເສດສາມຫລ່ຽມຄໍາ(ເຂດທີ່ຈະມີການສ້າງສະຫນາມບິນສາກົນ)
Anonymous

Date:
ເຂດເສດຖະກິດພິເສດສາມຫລ່ຽມຄໍາ(ເຂດທີ່ຈະມີການສ້າງສະຫນາມບິນສາກົນ)
Permalink   
 


ເຂດເສດຖະກິດພິເສດສາມຫລ່ຽມຄໍາ(ເຂດທີ່ຈະມີການສ້າງສະຫນາມບິນສາກົນ)

 

ລົງທຶນກໍ່ສ້າງສະຫນາມບິນສາກົນຂຶ້ນ ​ ທີ່ເມືອງຕົ້ນເຜິ້ງ ​ເຊິ່ງຈະ​ຊ່ວຍ​ສ້າງ​​ແຮງ​ດຶງ​ດູດ ​ແລະ​ ປະສິດທິພາບ​ໃນ​ດ້ານ​ການ​ຄ້າ​ການ​ລົງທຶນ​ ​ແລະ ​ການ​ບໍລິການໃນ​​ແຂ​ວງບໍ່​ແກ້ວ ​ແລະ​ ເຂດ​ໃກ້​ຄຽງ​​ໄດ້​ດີຍິ່ງ​ຂຶ້ນ.

ທ່ານ ຄໍາ​ຫມັ້ນ​ ສູນວິ​ເລີດ ​ເຈົ້າ​ແຂວງໆ​ບໍ່​ແກ້ວ ກ່າວ​ກັບ​ທີ​ມຂ່າວ​ເສດຖະກິດ-ການ​ຄ້າ ​​ໃນ​ອາທິດ​ຜ່ານ​ມາ ວ່າ: ກາ​ນພັດ​ທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ​ບໍ່​ແກ້ວ​ໄລຍະ​ຜ່ານ​ມາ​​ໄດ້ຜົນ​ສໍາ​ເລັດ​ຫລາຍ​ດ້ານ. ​ສະ​ເພາະ​ສົກ​ປີ2010-2011ຜ່ານ​ມາເສດ​ຖະກິດ​ຂະຫຍາຍຕົວ9,2% ສະ​ເລ່ຍລາຍ​ໄດ້​ຕໍ່​ຫົວ​ຄົນ​ເທົ່າ​ກັບ1.173​ໂດ​ລາ​ສະຫະລັດ. ຂະນະ​ທີ່​ໃນ​ສົກ​ປີ​ນີ້ ​ແຂວງ​ບໍ່​ແກ້ວ​ຕັ້ງ​ເປົ້າ​ພັດທະນາ​ເສດຖະກິດ-ສັງຄົມ​ໃຫ້​ຂະຫຍາຍຕົວ​​​ໃນ​ລະດັບ9,6%.

ເພື່ອ​ຮອງ​ຮັບ​ແກ່​ການ​ເປີດ​ນໍາ​ໃຊ້​ຂົວ​ມິດຕະພາບ4 ​​ໃນ​ກາງ​ປີ2013 ແລະ ​ສະຫນາມ​ບິນ​ສາກົນ​ ທີ່​ເມືອງ​ຕົ້ນ​ເຜິ້ງນັ້ນ ​ແຂວງ​ບໍ່ແກ້ວ​ຈະ​ສຸມ​ໃສ່​ພັດທະນາ​ພຶ້ນຖານ​ໂຄງ​ລ່າງ​ແຕ່​ນີ້​ຮອດ​ປີ2020​ໃຫ້​ດີ​ຂຶ້ນ ​ພ້ອມ​ກັບ​ກໍານົດ3​ທ່າແຮງ​ຕົ້ນຕໍ​ຄື​: ທ່າ​ແຮງ​ດ້ານ​ກະສິກໍາ​, ດ້ານ​ການ​ຄ້າ ​ແລະ​ ດ້ານ​ການ​ທ່​ອງທ່ຽວ, ທ່ານ​ເຈົ້າ​ແຂວງ​ກ່າວ.

ທ່ານ​ເນັ້ນ​ຕື່ມ​ວ່າ: ປະຈຸ​ບັນ​ພວກ​ເຮົາ​ໄດ້​ກະກຽມພັດທະນາ​ບັນດາ​ທົ່ງພຽງໃຫ້​ມີ​ຊົນລະປະທານ, ປັບປຸງ​ເສັ້ນທາງ​ໃຫ້​ມີ​ຄວາມ​ສະດວກໂດຍ​ສະ​ເພາະ​ເສັ້ນທາງ​ແຕ່​ຕົວ​ເມືອງ​ຫ້ວຍຊາຍ​ໄປ​ຫາ​ເມືອງ​ຜາ​ອຸດົມ​ອອກ​ສູ່​ປາກ​ແບ່ງ, ​ເສັ້ນທາ​ງ​ແຄມ​ຂອງ​​ໄປຫາ​ເມືອງ​ເມິງ​ອອກ​ສູ່​ຫລວງນໍ້າ​ທາ​ ​ເຊິ່ງສອງ​ໂຄງການ​ນີ້​ຈະ​ຊ່ວຍ​ສະ​ຫນັບ​ສະ​ຫນູນແລະ​ ອໍານວຍ​ຄວາມ​ສະດວກ​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ​ຫລາຍ​ຂຶ້ນ.

      ທ່ານ​ເຈົ້າ​ແຂວງ​ຢໍ້າອີກ​ວ່າ: ຄວາມ​ຮຽກຮ້ອງຕ້ອງການ​ລົງທຶນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ ​ຍັງມີ​ຫລາຍ ​ແຕ່​ທຶນພັດ​ທະນາ​ຍັງ​ມີ​ຫນ້ອຍ. ດັ່ງ​ນັ້ນ​ນັກ​ລົງທຶນ​ໃດ​,ພາກ​ສ່ວນ​ໃດ​ສົນ​ໃຈ​ເຂົ້າ​ມາ​ລົງ ທຶນ ​ແຂວງ​ບໍ່ແກ້ວ​ ກໍ​ພ້ອມ​ຈະ​ອໍານວຍ​ຄວາມ​ສະດວກ.

ດ້ານທ່ານ ໂຈມ ໄຊສົງຄາມ ຫົວຫນ້າພະແນກແຜນການ ແລະການລົງທຶນ ກ່າວວ່າ: ​ໂຄງການ​ກໍ່ສ້າງ​ຂົວ​ມິດຕະພາບ​ ແລະ​ ສະຫນາມ​ບິນ​ສາກົນ​ທີ່​ເມືອງ​ຕົ້ນ​ເຜິ້ງຈະ​ເປັນ​ທ່າ​ແຮງ​ໃຫມ່ທີ່​ສໍາຄັນ ​ໃນ​ການ​ທີ່​ຈະ​ຊ່ວຍ​ພັດທະນາ​ແຂວງ​ບໍ່​ແກ້ວ​ ໃຫ້​ມີ​ໃບ​ຫນ້າ​ໃຫຍ່ກາຍ​ມາ​ເປັນ​ເປົ້າ​ຫມາຍ​ປາຍທາງ​ການ​ລົງທຶນ​ຂອງ​ນັກທຸລະ​ ກິດ​ທັງ​ພາຍ​ໃນ ​ແລະ​ ຕ່າງປະ​ເທດ​. ທີ່​ສຳຄັນ​ຂົວ​ມິດຕະພາບ4 ຈະ​ເຮັດ​​ໃຫ້​ຂໍ້​ຈໍາກັດ​ຂ​ອງ​ເສັ້ນທາ​ງ R3 ທີ່​ຕ້ອງ​ຂ້າມ​ບັກ​ໃນ​ບໍລິ​ເວນ​ແຂວງ​ບໍ່​ແກ້ວຫມົດ​ລົງ​.

      ເພື່ອ ​ສ້າງ​ແຮງ​ດຶງ​ດູດ​ທີ່​ດີ ພະ​ແນ​ກ​ແຜນການ​ ແລະ​ ກາ​ນລົງທຶນ​ ຈະ​ເອົາ​ໃຈ​ໃສ່​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ພາກ​ເອກະ​ຊົນ​ພາຍ​ໃນ​ແລະ​ຕ່າງປະ​ ເທດ​ຫລາຍ​ຂຶ້ນ, ສືບ​ຕໍ່ປະ​ບັດ​ການ​ບໍລິການ​ຜ່ານ​ປະຕູ​ດຽວ​ໃຫ້​ມີ​ປະສິດ​ທິພາບ ​ເຊິ່ງ​ເຊື່ອ​​ເສັ້ນທາ​ງR3, ຂົວ​ມິດຕະພາບ4 ​ ແລະ ສະຫນາມ​ບິນ​ສາກົນ​ທີ່​ເມືອງ​ຕົ້ນ​ເຜິ້ງຈະ​ເປັນ​ທ່າ​ແຮ​ງດຶງ​ດູດຄວາມ​ສົນ​ໃຈ​ ຂອງ​ນັກທຸລະກິດ​ໃຫ້​ເຂົ້າ​ມາ​ລົງທຶນ​​ໃນມາ​ແຂວງ​ບໍ່​ແກ້ວ​ໄດ້​ຫລາຍ​ຂຶ້ນ, ທ່ານ ​ໂຈມ ​ໄຊ​ສົງຄາມ ກ່າວ.

      ນັບ​ແຕ່ປີ1998​ເຖິງ​ປີ2011  ກາ​ນລົງທຶນ​ທັງ​ຫມົດ​ຢູ່​ພາຍ​ໃນ​ແຂວງບໍ່​ແກ້ວ​ ມີ83ບໍລິສັດ ດ້ວຍ​ມູນ​ຄ່າ​ການ​ລົງທຶນ220​ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ໃນ​ນັ້ນ​ເປັນ​ການ​ລົງທຶນ​ພາຍ​ໃນ39​ບໍລິສັດ ມູນ​ຄ່າ18,8ລ້ານ​ໂດ​ລາ​ສະຫະລັດ. ສ່ວນ​ໃຫຍ່​ເຂົ້າ​ມາ​ລົງທຶນ​ໃນ​ຂະ​ແຫນງ​ບໍລິການ​​, ເດັ່ນ ​ກວ່າ​ຫມູ່​ແມ່ນ​ບໍລິສັດ​ດອກ​ງິ້ວຄໍາ​ຈໍາກັດ ຂອງ​ນັກທຸລະກິດ​ຈີນ​ທີ່​ເຂົ້າ​ມາ​ພັດທະນາ​ເສດ​ເສດຖະກິດ​ພິ​ເສດ​ຢູ່​ເມືອງ​ ຕົ້ນ​ເຜິ້ງ ​ແລະ​ ບໍລິສັດ​ເອ​ເອຊີກ​ຣີນ ຊິດ​ຕີ້​ລາວ​ຈໍາກັດ​ຂອງ​ນັກທຸລະກິດ​ສ.​ເກົາ​ຫລີ ທີ່​ເຂົ້າ​ມາ​ລົງທຶນ​ພັດທະນາ​ການທ່ອງທ່ຽວ​ຄົບ​ວົງ​ຈອນ​ບໍລິ​ເວນ​ສົ້ນຂົວ​ມິດຕະພາບ4. ສະ​ເພາ​ະສົກ​ປີ​ນີ້ ພະ​ແນ​ກ​ແຜນການ ​ແລະ ​ການ​ລົງທຶນ ຄາດ​ວ່າ​ຈະ​ມີ9-10​ບໍລິສັດ​ເຂົ້າ​ມາ​ລົງທຶນ ດ້ວຍ​ທຶນ​ປະມານ10​ລ້ານ​ໂດ​ລາ​ສະຫະລັດ. ສ່ວນ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ໃນ​ປີ2011 ເພີ່ມ​ຂຶ້ນ8,27% ​ເທົ່າ​ກັບ183.208ເທື່ອ​ຄົນ.

bk12.3.2012tktjutnefgefjook12425441541fvf.,.jpg

 

ດ້ານ​ທ່ານ ຈໍາ​ພອນ ​ແກ້ວ​ກາງ​ເພັງ ຫົວຫນ້າພະ​ແນ​ກອຸດສາຫະກໍາ ​ແລະ​ການ​ຄ້າ​ແຂວງ ​ກໍເຊື່ອ​ວ່າ ທັງ​ເສັ້ນທາງ​R3, ຂົວ ​ແລະ​ສະຫນາມ​ບິນ ຈະ​ຊ່ວຍ​ສົ່ງ​ເສີມວຍກງານ​ການ​ຄ້າ​ຂອງ​ແຂວງ​ບໍ​ແກ້ວ​ໃຫຍ່​ຂະຫຍາຍຕົວ​ຍິງ​ຂຶ້ນ ປະຈຸ​ບັນ​ທາງ​ພະ​ແນກ​ໄດ້​ວາງ​ແຜນ​ສ້າງ​ເຂດ​ອຸດສາຫະກໍາ​ຂຶ້ນ​ຕາມ​ເສັ້ນທາງ​R3 ​ໃນ​ເນື້ອ​ທີ່800​ເຮັກຕາ ຫ່າງ​ຈາກ​ເທດສະບານ​ເມືອງ​ຫ້ວຍ​ຊາຍ​ປະມານ40​ກິ​ໂລ​ແມັດ ​ເຊິ່ງ​ໄດ້​ເລີ່​ມສຶກສາສໍາ​ຫລວດ​ມາ​​ແຕ່​ປີ2011.

ສໍາລັບ​ຄວາມ​ຄຶບຫນ້າ​ໂຄງການ​ກໍ່​ສ້າ​ງຂົວ​ມິ​ດຕະພາບ4(ຫ້ວຍ​ຊາຍ-ຊຽງ​ຂອງ) ທີ່​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ກາງ​ປີ2010 ຄືບ​ຫນ້າ​ປະມານ33% ຫລຸດ​ແຜນການ​ທີ່​ວາງ​ໄວ້21%. ດ້ານ​ທ່ານ​ຫົວຫນ້າ​ໂຄງການຊີ້​ຈະ​ຕໍ່ອາຍຸ​ໂຄງການ​ອອກ​ຕື່ມ​ອີກ6​ເດືອນ ​ເຊິ່ງຄາດ​ວ່າ​ໂຄງການ​ຈະ​ສໍາ​ເລັດ​ໃນ​ກາງປີ2013 ຈາກ​ເດີມ​ທີ່​ຈະ​ ໃຫ້​ສໍາ​ເລັດ​ໃນ​ເດືອນ​ທັນວາ​ປີ​ນີ້.

ສ່ວນ ​ໂຄງການ​ກໍ່ສ້າງ​ສະຫນາມ​ບິນ​ສາກົນ​ທີ່​ເມືອງ​ຕົ້ນ​ເຜີ້ງ​​ ໃນ​ເຂດ​ເສດຖະກິດ​ພິ​ເສດ​ສາມ​ຫລ່ຽມ​ຄໍາທີ່​ລັດຖະບານ​ອະນຸຍາດ​ໃຫ້​ບໍລິສັດ​ດອກ ​ງິ້ວຄໍາ​ລົງທຶນ​ນັ້ນ, ທ່ານ​ບຸນ​ມີ ສຸວັນນະ​ລັງສີ ຫົວຫນ້າ​ຄະນະ​ບໍລິຫານ​ເຂດ​ເສດຖະກິດ​ພິ​ເສດ​ສາມຫລ່ຽມ​ຄໍາ ກ່າ​ວວ່າ: ປະຈຸ​ບັນ​ກໍາ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ສໍາ​ຫລວດ​ອອກ​ແບບ​ລະອຽດ​ຕື່ມ​ອີກ ​ລວມ​ເຖິງ​ເອກະ​ສາ​ຕ່າງ​ໆ​ເພື່ອ​ຂໍອະນຸ​ຍາດກໍ່ສ້າງ, ສ່ວນທີ່​ດິນ​ກໍໄດ້​ມີ​ການ​ບຸກ​ເບີກ​ແດ່​ແລ້ວ ​ເຊິ່ງຕໍ​ໄປ​ກໍ​ຈະ​ເລີ່​ມລົງ​ເກັບ​ກໍາ​ຂໍ້​ມູນ ​ແລະ ​ເລີ່​ມ​ໄກ່​ເກ​ຍທີ່​ດິນ​ກັບ​ປະຊາຊົນ. ດ້ານວັດ ​ສະ​ດຸ​ກໍ່ສ້າງ​ກໍເລີ່​ມມີ​ການ​ກະກຽມ​ແດ່​ແລ້ວ​ເປັນ​ຕົ້ນ​ແມ່ນ​ແຮ່​ຊາຍ ​ເຊິ່ງພວກ​ເຮົາ​ຈະ​ພະຍາ​ມຍາມ​ສ້າງ​ໃຫ້​ສໍາ​ເລັດ​ພາຍ​ໃນ​ສອງ​ປີ.

 



-- Edited by buckhumnoy on Monday 12th of March 2012 08:10:29 PM

__________________
Anonymous

Date:
RE: ເຂດເສດຖະກິດພິເສດສາມຫລ່ຽມຄໍາ(ເຂດທີ່ຈະມີການສ້າງສະຫນາມບິນສາກົນ)
Permalink   
 




__________________


Guru

Status: Offline
Posts: 622
Date:
Permalink   
 

bk23486vfvfht62912_3_2012(2).jpgl;kioj2520_216ngn52nnn_5bk12_3_2012(2).jpg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard