ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຂື່ອນໄຟຟ້າໃນລາວ ອາຈຂາດນໍ້າ
Anonymous

Date:
ເຂື່ອນໄຟຟ້າໃນລາວ ອາຈຂາດນໍ້າ
Permalink   
 


ເຂື່ອນໄຟຟ້າໃນລາວ ອາຈຂາດນໍ້າ

F-River-run-dry-2.jpg

ສະພາບ ແມ່ນໍ້າຂອງ ແຖວຫາດດອນຈັນ ໃນປີກາຍນີ້

ໂຄງການ ສ້າງເຂື່ອນ ທີ່ຜ່ານມາ ອາດໄດ້ຮັບ ຜົລກະທົບ ດ້ານສັງຄົມ ແລະ ສິ່ງແວດລ້ອມ ສ່ວນໃດ ສ່ວນນຶ່ງ ແຕ່ ຄໍາແນະນໍາ ຈາກການສຶກສາ ຂອງອົງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ກໍບໍ່ໄດ້ຖືກ ນໍາໄປ ປະຕິບັດ ແຕ່ຢ່າງໃດ ດັ່ງນັ້ນ ຈຶ່ງສົ່ງຜົລ ໃຫ້ຊັພຍາກອນ ທັມມະຊາດ ບາງສ່ວນ ໃນລາວ ຖືກທໍາລາຍໄປ ແລະ ບໍ່ໄດ້ມີ ການສ້າງຂຶ້ນມາ ທົດແທນ ແຕ່ຢ່າງໃດ.

ຕໍ່ເຫດການ ດັ່ງກ່າວ ມີຊາວລາວ ຈໍານວນນຶ່ງ ເປັນຫ່ວງ ໃນອະນາຄົດ ແລະ ຢ້ານວ່າ ໂຄງການ ເຂື່ອນຕ່າງໆ ໃນລາວ ຈະບໍ່ໄດ້ຖືກ ນໍາໄປໃຊ້ ຜົລປໂຍດ ເນື່ອງຈາກວ່າ ບໍ່ມີນໍ້າ ພຽງພໍ. ຊາວລາວ ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ກ່າວວ່າ:

”ແຕ່ຖ້າ ບໍ່ຮັກສາ ປ່າໄມ້ ກໍແນ່ນອນ ຈະເປັນ ອະນຸສາວະຣີ, ບໍ່ມີນໍ້າ ແລະ ກໍເປັນ ອະນຸສາວະຣີ ເພື່ອໄວ້ເບິ່ງ.”

ທ່ານ ກ່າວຕື່ມວ່າ ທຸກມື້ນີ້ ປ່າໄມ້ ໃນປະເທດລາວ ມີແນວໂນ້ມ ທີ່ຫລຸດລົງ ຫລາຍ ເນື່ອງຈາກວ່າ  ໂຄງການພັທນາ, ການສັມປະທານ ແລະ ຮວມໄປເຖິງ ການປະກອບ ທຸຣະກິຈ ຄ້າໄມ້ ແບບຜິດກົດໝາຍ. ຖ້າຫາກວ່າ ຍັງສືບຕໍ່ ຕັດໄມ້ ທໍາລາຍປ່າ ແບບນີ້ ຢູ່ຕໍ່ໄປ ໂດຍທີ່ບໍ່ມີ ການຊ່ອຍກັນ ຮັກສາຕົ້ນໄມ້, ກໍຈະເຮັດໃຫ້ ປ່າໄມ້ ແລະ ລໍານໍ້າ ໝົດໄປ ແລະ ເຂື່ອນຕ່າງໆ ທີ່ສ້າງມາ ກໍຈະບໍ່ມີປໂຍດ.

ເຖິງປານນັ້ນ ກໍຕາມ, ໃນປະເທດລາວ ໄດ້ມີການ ສ້າງເຂື່ອນ ສໍາເຣັດແລ້ວ ທັງໝົດ 12ແຫ່ງ ແລະ ກໍາລັງສ້າງຢູ່ 10 ແຫ່ງ, ພວມສຶກສາ ສໍາຣວດ 26 ແຫ່ງ. ພ້ອມດຽວ ກັນນັ້ນ, ລາວ ຍັງມີການສເນີ ໃຫ້ມີການ ສ້າງເຂື່ອນ ອີກ 33 ແຫ່ງ, ຊຶ່ງເມື່ອ ພິຈາລະນາ ຈາກສະພາບ ຄວາມເປັນຈິງ ໃນເມືອງລາວ ຈະມີຄວາມ ເປັນໄດ້ ຫລືບໍ່ ທີ່ໃນເມືງອລາວ ຈະມີການ ສ້າງເຂື່ອນ ໄດ້ຫລາຍຂນາດ ນັ້ນ ເພາະ ທຸກຄັ້ງ ທີ່ມີການ ສ້າງ ເຂື່ອນ ກໍມີການ ຕັດໄມ້ ທໍາລາຍປ່າ ຢ່າງຫລວງຫລາຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard