ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຫ້ອງການປ້ອງກັນການ ສໍ້ໂກງໃນເອເຊັຽ
Anonymous

Date:
ຫ້ອງການປ້ອງກັນການ ສໍ້ໂກງໃນເອເຊັຽ
Permalink   
 


ຫ້ອງການປ້ອງກັນການ ສໍ້ໂກງໃນເອເຊັຽ

ໃນຂນະທີ່ ເຈົ້າຫນ້າທີ່ ຕ້ານການ ສໍ້ໂກງ ຂອງ ສະຫະຣັຖ ຫັນຈຸດສົນໃຈ ໃນການສືບສວນ ມາທາງ ເອເຊັຽ ຫລາຍຂື້ນ ໃນຣະຍະ ຫລັງໆມານີ້ ການຂຍາຍ ຕົວຂອງ ທຸຣະກິດ ທີ່ປືກສາ ດ້ານຄວບຄຸມ ຄວາມສ່ຽງ ໃນການ ດຳເນີນ ທຸຣະກິດ ກໍເພີ້ມຂື້ນ.

ສອງບໍຣິສັດ ທີ່ປຶກສາ ຍັກໃຫຍ່ ທີ່ຊ່ຽວຊານ ດ້ານຄວບຄຸມ ຄວາມສ່ຽງ ຈາກ ສະຫະຣັຖ ກໍໄດ້ ມາເປີດ ຫ້ອງການ ທີ່ຮົງກົງ ໃນເດືອນນີ້ ດ້ວຍການ ສົ່ງຜູ້ ບໍຣິຫານ ຣະດັບສູງ ຈາກ ສູນກາງ ທີ່ກຸງລອນດອນ ແລະ ວໍຊີງຕັນ ມາປະຈຳ ຢູ່ ຮົງກົງ ເພື່ອຮັບໃຊ້ ລູກຄ້າ ໃນເຂດເອເຊັຽ.

ນັກຊ່ຽວຊານ ເວົ້າວ່າ ຍັງມີຫລາຍ ບໍຣິສັດ ທີ່ປືກສາ ກ່ຽວກັບເລື້ອງນີ້ ຈາກຕ່າງຊາດ ຈະເຂົ້າ ມາເອເຊັຽ ຫລາຍຂື້ນ ໃນອະນາຄົດ ໃນຂນະທີ່ ຄວາມຕ້ອງການ ນັກຊ່ຽວຊານ ດ້ານນີ້ສູງ ທີ່ຈະໃຫ້ ຄຳແນະນຳ ແກ່ກຸ່ມ ຜູ້ລົງທືນ ໃນການດຳເນີນ ທຸຣະກິດ ໃນເອເຊັຽ ໃນຊ່ວງທີ່ ຈຳນວນ ຄະດີ ການສໍ້ຣາສ ບັງຫລວງ ເພີ້ມຂື້ນ ໃນທຸກວັນນີ້.

ວຽກງານ ດັ່ງກ່າວ ບໍ່ແມ່ນຂອງໄຫມ່ ບໍຣິສັດ ຜູ້ປຶກສາ ດ້ານຄວບຄຸມ ຄວາມສ່ຽງ ແກ່ລູກຄ້າ ໄດ້ເລີ້ມມາແຕ່ ຊຸ່ມປີ 1980 ແຕ່ໃນ ປັດຈຸບັນ ຄວາມຕ້ອງການ ມີຫລາຍຂື້ນ ເຫດຜົລ ກໍແມ່ນວ່າ ວ່າງສອງ-ສາມ ປີ ຫລັງໆມານີ້ ທາງການ ສະຫະຣັຖ ໄດ້ເຂັ້ມງວດ ຕໍ່ ບໍຣິສັດ ສະຫະຣັຖ ທີ່ມາລົງທືນ ໃນເອເຊັຽ ໃນການໃຫ້ ສີນບົນ ເພື່ອຊື້ ສຳປະທານ ໃນການ ທຳທຸຣະກິດ ໃນເອເຊັຽ ແລະ ຫລາຍບໍຣິສັດ ກໍຖືກນຳ ຂື້ນສານ ທີ່ສະຫະຣັຖ ຍ້ອນພຶດຕິກັມ ດັ່ງກ່າວ.

ດ່ັງນັ້ນ ບໍຣິສັດ ສະຫະຣັຖ ທີ່ລົງທືນ ໃນເອເຊັຽ ຈື່ງຕ້ອງການ ຄຳແນະນຳ ຈາກ ບໍຣິສັດ ທີ່ປືກສາ ດ້ານນີ້ ເພື່ອຫລີກລຽງ ຄະດີ ການໃຫ້ ສີນບົນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard