ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບໍ່ແກ້ວບໍ່ດີໃຈ ເສັຍດິນໃຫ້ສນາມບິນ
Anonymous

Date:
ຊາວບໍ່ແກ້ວບໍ່ດີໃຈ ເສັຍດິນໃຫ້ສນາມບິນ
Permalink   
 


bk23486vfvfht62912_3_2012(2).jpg 

ເຂດເສດຖະກິດພິເສດສາມຫລ່ຽມຄໍາ(ເຂດທີ່ຈະມີການສ້າງສະຫນາມບິນສາກົນ)



-- Edited by buckhumnoy on Friday 16th of March 2012 09:13:15 AM

__________________
Anonymous

Date:
Permalink   
 

ຊາວບໍ່ແກ້ວບໍ່ດີໃຈ ເສັຍດິນໃຫ້ສນາມບິນ

ປະຊາຊົນ ຈໍານວນ 60 ຄອບຄົວ ໃນເຂດເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໂຍກຍ້າຍ ອອກຈາກ ພື້ນທີ່ ສ້າງສນາມບິນ ແລ້ວ.

F-bokeo-casino.jpg

RFA

ກາຊີໂນ ກາງແປນ ຊື່ງມີເດັກນ້ອຍ ຮ່ວມຢູ່ນໍາ ໃນແຂວງ ບໍ່ແກ້ວ ທີ່ເປີດຂື້ນ ໃນງານ ເທສການ ດອກງີ້ວບານ ຄັ້ງທີ 11 ທີ່ເມືອງ ຕົ້ນເຜີ້ງ ປີ 2011. ເມື່ອໃດ ສນາມບິນ ສ້າງແລ້ວ ກໍຈະມີ ຊາວຕ່າງຊາຕ ມາທ່ອງທ່ຽວ ຫຼາຍເພີ້ມຂື້ນ ສະນັ້ນ ຣະບຽບການ ຄວາມເໝາະສົມ ກໍບໍ່ຄວນ ລະເລີຍ

ປະຊາຊົນ ຈໍານວນ 60 ຄອບຄົວໃນ 3 ບ້ານ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຕ້ອງຖືກ ໂຍກຍ້າຍ ອອກຈາກເຂດ ທີ່ດິນ ທີ່ທາງການ ຈະສ້າງ ສນາມບິນໃສ່ ຊຶ່ງເປັນສ່ວນນຶ່ງ ຂອງໂຄງການ ເຂດເສຖກິດ ພິເສດ 3 ຫລ່ຽມຄໍາ ນັ້ນ ຊາວແຂວງບໍ່ແກ້ວ ທີ່ບໍ່ປະສົງ ອອກຊື່ ບອກວ່າ ຖືກຍ້າຍອອກໄປ ຢູ່ບ່ອນໃໝ່ແລ້ວ ຕັ້ງແຕ່ເດືອນ ມົກກະຣາ ໂດຍໄດ້ຮັບຄ່າ ຊົດເຊີຍ ຈາກທາງການ. ນາງເວົ້າວ່າ:

"ຍ້າຍແລ້ວ ຍ້າຍປີນີ້ ແລ້ວນະ ມັນຍ້າຍມີ ບ້ານຄວນ ບຸນເຮືອງ ອີກບ້ານນຶ່ງ ຈື່ບໍ່ໄດ້ ທາງການເພິ່ນກໍ ຊົດເຊີຍເງິນ ເປັນຈໍານວນ ເງິນສົດ ໃຫ້ທີ່ນາ ທີ່ດິນ ທີ່ຫຍັງຫັ້ນນະ ຕາມຄວາມ ເໝາະສົມ".

ນາງເວົ້າ ຕໍ່ໄປວ່າ ທີ່ຈິງແລ້ວ ນາງກໍບໍ່ຮູ້ ຄັກວ່າ ມີຈັກຄອບຄົວ ແທ້ທີ່ຍ້າຍ ຮູ້ແຕ່ວ່າ ໄປຕັ້ງຕົ້ນ ຊີວິດ ຢູ່ບ່ອນໃໝ່ ໃນເຂດ ສາມຫລ່ຽມຄໍາ ບໍ່ໄກຈາກ ບ່ອນທີ່ພວກ ເຂົາເຈົ້າ ເຄີຍອາສັຍຢູ່ ພໍເທົ່າໃດ. ແຕ່ຕາມທີ່ ໄດ້ໄປ ເບິ່ງ ປາກົດວ່າ ສ່ວນຫລາຍ ບໍ່ພໍໃຈກັບ ບ່ອນຢູ່ໃໝ່ ນີ້ເລີຍ:

"ໄປສ້າງ ຊີວິດໃໝ່ ກະບໍ່ໄດ້ ເພາະວ່າຂະເຈົ້າ ຢູ່ມາຕັ້ງແຕ່ ບັນພະບຸຣຸດ ພຸ້ນແຫລະ ເຄີຍຢູ່ສຸກ ຊຸ່ມເຢັນ ມີຕົ້ນໄມ້ ຕົ້ນຕອກ ເພິ່ນຍ້າຍໄປ ຢູ່ບ່ອນໃໝ່ ແດດໆເລີຍ ຫ້ອງເຮືອນ ເດືອນດາວນີ້ ໃຫ້ຈໍານວນ ຈໍາກັດ ແລ້ວກໍຕົ້ນໄມ້ ຕົ້ນຕອກ ຕ້ອງເລີ່ມ ປູກໃໝ່ເລີຍ".

ສ່ວນເຣື່ອງ ເງິນຊົດເຊີຍ ແກ່ປະຊາຊົນ ທີ່ຖືກໂຍກຍ້າຍ ບໍ່ເປັນທີ່ຮູ້ ໄດ້ເທື່ອວ່າ ທາງການໃຫ້ ຄອບຄົວ ລະເທົ່າໃດ ກັນແທ້ ແລະ ເອົາດິນໃຫ້ ຄອບຄົວ ລະໜ້ອຍ-ຫລາຍ ປານໃດ. ແຕ່ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ຂອງລາວ ກ່ອນໜ້ານີ້ ວ່າ ບໍຣິສັດ ທີ່ມາລົງທຶນ ສ້າງສນາມບິນ ໃນເຂດ ໂຄງການ ເສຖກິດ ພິເສດ 3 ຫລ່ຽມຄໍາ ເມືອງຕົ້ນເຜິ້ງ ນັ້ນ ຈະມອບຄ່າ ຊົດເຊີຍ ເພີ່ມເຕີມໃຫ້ ແກ່ຊາວບ້ານ ທີ່ຖືກໂຍກຍ້າຍ ນັ້ນ ພາຍຫລັງແຕ່ ບໍ່ບອກວ່າ ຈະໃຫ້ເທົ່າໃດ ກັນແທ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard