ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາພື້ນທີ່ ສໍາປະທານພາກໃຕ້
Anonymous

Date:
ບັນຫາພື້ນທີ່ ສໍາປະທານພາກໃຕ້
Permalink   
 


ບັນຫາພື້ນທີ່ ສໍາປະທານພາກໃຕ້

ຫລັງຈາກທີ່ ຣັຖບານລາວ ໄດ້ ໂຈະການ ໃຫ້ສໍາປະທານ ພື້ນທີ່ດິນ ເພື່ອກວດສອບ ເຖິງຜົນກະທົບ ທີ່ເກີດຂຶ້ນ ແລະ ໄດ້ພົບວ່າ ການໃຫ້ ສໍາປະທານ ພື້ນທີ່ດິນ ເພື່ອປູກພືດ ອຸດສາຫະກັມ ໃນແຂວງ ພາກໃຕ້ ນັ້ນ ມີບັນຫາ ຕໍ່ສັງຄົມ ຫລາຍທີ່ສຸດ ດັ່ງນັ້ນ ບັນຫາ ທີ່ເກີດຂຶ້ນ ຈຶ່ງຕ້ອງໄດ້ ຊອກຫາຂໍ້ມູນ ເພີ້ມຕື່ມ ແລະ ພຍາຍາມ ຫາທາງແກ້ໄຂ ຢ່າງຮີບດ່ວນ. ດັ່ງເຈົ້າໜ້າທີ່ ລະດັບສູງ ຈາກສູນ ຄົ້ນຄວ້າ ຂໍ້ມູນ ຂ່າວສານ ທີ່ດິນ ກົມທີ່ດິນ ແຫ່ງຊາດ ນະຄອນຫລວງ ວຽງຈັນ ໄດ້ອະທິບາຍ ວ່າ:

"ການໄປຄົ້ນຄວ້າ ເບິ່ງຜົນກະທົບ ທາງດ້ານ ເສຖກິດ ສັງຄົມ ພວກເຮົາ ເຣື່ອງການປູກ ຢາງພາຣາ ຢູ່ພາກໃຕ້ ກໍແມ່ນວ່າ ຄ່ອນຂ້າງ ແນວໂນ້ມ ທີ່ບໍ່ເປັນ ຜົນດີ ສະນັ້ນ ບັນຫານັ້ນ ແກ້ໄຂ ໃຫ້ໄວ ທີ່ສຸດ ເພາະວ່າ ຢາກໄດ້ ເນື້ອທີ່ ທໍາມາຫາກິນ ໃຫ້ ປະຊາຊົນ ເປັນຫລັກ ເປັນຖານ";

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ປັດຈຸບັນ ຢູ່ລາວ ມີໂຄງການ ໃຫ້ ສໍາປະທານ 1,143 ສັນຍາ ຊຶ່ງ ປະມານ 80 ສ່ວນຮ້ອຍ ບໍ່ມີບົດ ວິພາກເສຖກິດ ແລະ ມີແຕ່ບໍ່ເທົ່າໃດ ບໍລິສັດ ທີ່ ໄດ້ເຊັນສັນຍາ ກັບກົມຄຸ້ມຄອງ ທີ່ດິນ ແຫ່ງຊາດ. ຜ່ານມາທາງ ແຂວງພາກໃຕ້ ມີການ ສໍາປະທານ ເພື່ອປູກ ຢາງພາຣາ ຫລາຍທີ່ສຸດ ແຕ່ບໍ່ມີການ ກວດສອບ ຫລືສຶກສາ ເຖິງຜົນກະທົບ ເສັຍກ່ອນ ຈຶ່ງກໍ່ໃຫ້ເກີດ ຄວາມເສັຍຫາຍ ຕໍ່ພື້ນທີ່ ການກະເສຕ ຂອງ ຊາວບ້ານ. ປັດຈຸບັນ ການໃຫ້ເຊົ່າ ສໍາປະທານ ຕ້ອງໄດ້ ປະຕິບັດ ຕາມກົດລະບຽບ ໃໝ່ ເພື່ອໃຫ້ສອດຄ່ອງ ກັບສະພາບ ການໂຕຈິງ ແລະ ໃຫ້ມີຜົນກະທົບ ຕໍ່ສັງຄົມ ໜ້ອຍທີ່ສຸດ. ເຈົ້າໜ້າທີ່ ເວົ້າວ່າ:

"ເຣື່ອງການເຊົ່າ ສໍາປະທານ ຫາກເຮົາ ປະຕິບັດ ຕາມຕົວເກົ່າ ບໍ່ໄດ້ເປັນ ເອກກະພາບ ໃນທົ່ວປະເທດ ບັນຫາເຫລົ່ານີ້ ກໍລ້ວນແລ້ວແຕ່ ມີຜົນກະທົບ ໃຫ້ແກ່ສັງຄົມ".

ທ່ານເວົ້າ ສລຸບວ່າ ຈາກການ ກວດສອບ ໄດ້ພົບວ່າ ບາງບໍລິສັດ ບໍ່ປະຕິບັດ ຕາມສັນຍາ ແລະ ລະບຽບກົດໝາຍ ຍ້ອນເຫັນແກ່ ປໂຍດສ່ວນໂຕ ຫລາຍເກີນຄວນ ເປັນຕົ້ນແມ່ນ ການບຸກລຸກ ພື້ນທີ່ດິນ ຂອງ ຊາວບ້ານ ບຸກລຸກພື້ນທີ່ ປ່າສງວນ ແລະ ບໍ່ຄໍານຶງເຖິງ ຜົນກະທົບ ຕໍ່ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard