ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວມີຜູ້ຕິດເຊື້ອເອດ ເກືອບ 5 ພັນຄົນ
Anonymous

Date:
ລາວມີຜູ້ຕິດເຊື້ອເອດ ເກືອບ 5 ພັນຄົນ
Permalink   
 


ລາວມີຜູ້ຕິດເຊື້ອເອດ ເກືອບ 5 ພັນຄົນ

ຜູ້​ຕິດ­ເຊື້ອ​ເອດ​ໃນ​ລາວ​ຖື ວ່າ​ມີ​ຕົວ​ເລກ​ເພີ່ມ​ຂຶ້ນ​ທຸກໆ​ປີ, ໃນ​ນັ້ນ ກຸ່ມ​ຊາຍ​ຮ່ວມ​ເພດ​ກັບຊາຍ​ມີ​ຄວາມ​ສ່ຽງ​ສູງ ສາ­ເຫດຍ້ອນ​ມີ​ເພດ​ສຳ­ພັນ​ທີ່​ບໍ່​ປອດ​ໄພ. ປະ­ຈຸ​ບັນ ມີ​ຜູ້​ຕິດ­ເຊື້ອ​ເອດ​ແລ້ວ 4.942 ຄົນ. ຂະ­ນະ​ທີ່​ສູນ​ຕ້ານເອດ​ເລ່ງ​ປ້ອງ​ກັນ​ສຸມ​ໃສ່​ກຸ່ມ​ເປົ້າ​ຫມາຍ​ທີ່​ມີ​ຄວາມ​ ສ່ຽງ.

   ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ ສູນ​ຕ້ານ​ເອດ ແລະ ພະ­ຍາດ​ຕິດ­ຕໍ່ ທາງ​ເພດ​ສຳ­ພັນ​ໃຫ້​ຮູ້​ວ່າ: ປະ­ຈຸບັນ ມີ​ຜູ້​ຕິດ­ເຊື້ອ​ເອດ​ແລ້ວ 4.942 ​ໃນ​ທົ່ວ​ປະ­ເທດ, ສະ­ເພາະ​ປີ 2011 ມີ 670 ຄົນ​ເພີ່ມ​ຂຶ້ນ ຈາກ​ປີ 2010: 58 ຄົນ. ເຊິ່ງແຂວງ​ທີ່​ມີ​ຜູ້​ຕິດ­ເຊື້ອ​ເອດ​ຫລາຍ ກວ່າ​ຫມູ່​ແມ່ນ​ນະ­ຄອນ­ຫລວງວຽງ​ຈັນ 1.752 ຄົນ, ຮອງ​ລົງ ມາ​ແມ່ນ​ແຂວງ​ສະ­ຫວັນ​ນະ​ເຂດ 1.719 ຄົນ. ໃນ​ນັ້ນ ກຸ່ມ​ຄົນ​ທີ່​ມີຄວາມ​ສ່ຽງ​ສູງ​ກວ່າ​ຫມູ່​ແມ່ນ ກຸ່ມ​ຊາຍ​ຮ່ວມ​ເພດ​ຊາຍ, ສາວ​ບໍລິ​ການ ແລະ ກຸ່ມ​ທີ່​ສັກ​ຢາ​ເສບ ຕິດ​ເຂົ້າ​ທາງ​ເສັ້ນ­ເລືອດ.

   ທ່ານ ດຣ. ຈັນ­ທອນ ຄຳ​ສີບຸນ​ເຮືອງ ຮອງ​ຫົວ­ຫນ້າ​ສູນ ຕ້ານ​ເອດ ແລະ ພະ­ຍາດ​ຕິດ­ຕໍ່ ທາງ​ເພດ​ສຳ­ພັນ​ໃຫ້​ຮູ້​ວ່າ: ສາເຫດ​ຫລັກ​ທີ່​ພາ­ໃຫ້​ມີ​ການ​ຕິດເຊື້ອ​ເອດ ສ່ວນ​ໃຫຍ່​ແມ່ນ​ການ​ມີ ພຶດ­ຕິ​ກຳ​ທາງ​ເພດ​ທີ່​ບໍ່​ປອດ​ໄພເຊັ່ນ: ການ​ບໍ່​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ, ການ​ມີ​ເພດ​ສຳ­ພັນ​ທີ່​ບໍ່​ໄດ້​ປ້ອງກັນ (ບໍ່​ໃສ່​ຖົງ​ຢາງ​ອະ­ນາ­ໄມ​ເວລາ​ມີ​ເພດ​ສຳ­ພັນ) ແລະ ການ​ມີ ພະ­ຍາດ​ຕິດ­ຕໍ່​ທາງ​ເພດ​ສຳ­ພັນ​ທີ່ ບໍ່​ໄດ້​ປ້ອງ​ກັນ​ເປັນ​ເສັ້ນ­ທາງຫນຶ່ງ​ທີ່​ສາ­ມາດ​ຕິດ­ເຊື້ອ​ເອດ​ໄດ້.

   ຢ່າງ­ໃດ​ກໍ່​ຕາມ ເພື່ອ​ເປັນການ​ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ສູນ​ຕ້ານ​ເອດຈະ​ສຸມ​ໃສ່​ປ້ອງ​ກັນ​ການ​ຕິດ­ເຊື້ອໂດຍ​ເລັງ​ໃສ່​ກຸ່ມ​ເປົ້າ​ ຫມາຍ​ທີ່​ມີ ຄວາມ​ສ່ຽງ​ສືບ­ຕໍ່​ໃຫ້​ຂໍ້​ມູນ-ຂ່າວສານ, ສ້າງ​ອາ­ສາ​ສະ­ຫມັກ​ເພື່ອນຊ່ວຍ​ເພື່ອນ​ຂອງ​ເພດ​ຍິງ ແລະ ເພດ​ຊາຍ, ລະ­ດົມ​ການ​ນຳ​ໃຊ້​ຖົງ ຢາງ​ອະ­ນາ­ໄມ, ການ​ແຈກ​ຖົງ ຢາງ​ອະ­ນາ­ໄມ​ລ້າ, ລະ­ດົມ​ໃຫ້ບຸກ­ຄົນ​ທີ່​ມີ​ຄວາມ​ສ່ຽງ​ເຂົ້າ​ໃຫ້ ຄຳ​ປຶກ­ສາ ແລະ ກວດ​ເລືອດ, ຂະ­ຫຍາຍ​ຕາ​ຫນ່າງ​ສະ­ຖານ­ທີ່ ກວດ​ເລືອດ​ແບບ​ສະ­ຫມັກ​ໃຈ.

   ເຊິ່ງ​ປະ­ຈຸ​ບັນ ລາວ​ເຮົາ​ມີຕາ​ຫນ່າງ ຫລື ສູນ​ກວດ​ເລືອດ ຫາ​ພະ­ຍາດ​ນີ້​ແລ້ວ 100 ກວ່າແຫ່ງ​ໃນ​ທົ່ວ​ປະ­ເທດ ແລະ ສູນປິ່ນ­ປົວ 7 ແຫ່ງ ໂດຍ​ບໍ່​ເສຍ​ຄ່າບໍ­ລິ­ການ, ໃນ​ນັ້ນ ຢູ່​ນະ­ຄອນຫລວງ​ວຽງ​ຈັນ​ມີ 2 ແຫ່ງ, ສະຫວັນ​ນະ​ເຂດ, ຈຳ­ປາ​ສັກ, ຫລວງພະ​ບາງ, ບໍ່​ແກ້ວ ແລະ ຫລວງນ້ຳ​ທາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard