ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອາເມລິກາສະໜັບສະໜູນລາວເຂົ້າເປັນສະມະຊິກອົງການການຄ້າໂລກ
Anonymous

Date:
ອາເມລິກາສະໜັບສະໜູນລາວເຂົ້າເປັນສະມະຊິກອົງການການຄ້າໂລກ
Permalink   
 


ຜົນສໍາເລັດການເຈລະຈາເຂົ້າເປັນສະມາຊິກ ອົງການການຄ້າໂລກຂອງ ສປປ ລາວ ຄັ້ງທີ 8

   ທ່ານ ດຣ. ນາມ  ວິ​ຍະ​ເກດ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໄດ້ນຳ­ພາ​ຄະ­ນະ​ຜູ້​ແທນ​ລາວ ​ທັງຫມົດ 18 ທ່ານ​ຈາກ​ຂະ­ແຫນງການ​ທີ່​ກ່ຽວ­ຂ້ອງ ເດີນ­ທາງ​ເຂົ້າ ຮ່ວມ​ກອງ​ປະ­ຊຸມ​ຫນ່ວຍ​ປະ­ຕິບັດ​ງານ​ໃນ​ການ​ເຈລະ­ຈາ​ເຂົ້າ ເປັນ​ສະ­ມາ­ຊິກ​ອົງ­ການ​ການ​ຄ້າໂລກ​ຂອງ​ລາວ​ຄັ້ງ​ທີ 8 ທີ່​ນະຄອນ​ເຊີ​ແນວ ປະ­ເທດ​ສະ​ວິດເຊີ​ແລນ ເພື່ອ​ເຈລະ­ຈາ​ບັນ­ຫາ​ທີ່ຍັງ​ຄົງ​ຄ້າງ ໂດຍ​ສະ­ເພາະ​ແມ່ນການ​ປັບ­ປຸງ​ກົດ­ຫມາຍ ແລະ ລະບຽບ​ການ​ຕ່າງໆ​ທີ່​ຕິດ​ພັນ​ກັບການ​ຄ້າ ເພື່ອ​ໃຫ້​ສອດ­ຄ່ອງ​ກັບສັນ­ຍາ​ຂອງ​ອົງ­ການ​ການ​ຄ້າ ໂລກ.

   ກອງ​ປະ­ຊຸມ​ຫນ່ວຍ​ປະ­ຕິ­ບັດງານ​ຄັ້ງ​ນີ້ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ອີ່ ສຽວ​ຈູນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ­ຈຳ​ອົງການ​ການ​ຄ້າ​ໂລກ (ອຄລ) ຂອງ ສປ ຈີນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມີ­ນາ 2012 ທີ່​ອົງ­ການ​ການ​ຄ້າ ໂລກ  ແລະ ໄດ້​ຮັບ​ຜົນ­ສຳ­ເລັດ​ອັນສະ­ຫງ່າ​ງາມ ທ່າມ­ກາງ​ຄວາມຍິນ​ດີ ແລະ ສຽງ​ສະ­ຫນັບ­ສະ­ຫນູນຢ່າງ​ຫນັກ​ແຫນ້ນ​ຈາກ​ບັນ­ດາສະ­ມາ­ຊິກ​ຂອງ​ອົງ­ ການ​ການ​ຄ້າໂລກ​ກວ່າ 70 ສະ­ມາ­ຊິກ ໂດຍເຫັນ​ດີ ແລະ ວາງ​ເປົ້າ​ຫມາຍ​ໃຫ້ ສປປ ລາວ ເປັນ​ປະ­ເທດ​ບຸ­ລິ­ມະ­ສິດ​ໃນ​ການ​ເຂົ້າ​ເປັນ​ສະ­ມາ­ຊິກ​ອົງ­ການ​ການ​ຄ້າ​ໂລກ​ພາຍ​ໃນ​ປີ 2012.

   ເພື່ອ​ຮັບ­ປະ­ກັນ​ຜົນ­ສຳ­ເລັດຕາມ​ທີ່​ຄາດ­ຫມາຍ​ໄວ້​ນັ້ນ, ໃນທີ່​ປະ­ຊຸມ​ໄດ້​ກຳ­ນົດ​ເປົ້າ​ຫມາຍ ເພື່ອ​ຈັດ​ກອງ​ປະ­ຊຸມ​ຫນ່ວຍ​ປະ­ຕິບັດ​ງານ​ຄັ້ງ​ຕໍ່​ໄປ (ຄັ້ງ​ທີ 9) ພາຍ​ໃນ​ເດືອນ​ກໍ­ລະ­ກົດ ເຊິ່ງ​ຄາດ ວ່າ ຈະ​ເປັນ​ກອງ​ປະ­ຊຸມ​ກ່ອນ​ສະຫລຸບ​ບັ້ນ​ສຸດ​ທ້າຍ​ໃນ​ເດືອນ​ຕຸ­ລາ 2012 ນີ້.

   ພ້ອມ​ນັ້ນ, ໃນ​ກອງ​ປະ­ຊຸມ​ຍັງໄດ້​ຮຽກ­ຮ້ອງ​ໃຫ້​ທຸກ​ສະ­ມາ­ຊິກ​ອົງການ​ການ​ຄ້າ​ໂລກ​ຈົ່ງ​ໃຫ້­ການສະ­ຫນັບ­ສະ­ຫນູນ​ຢ່າງ​ເຕັມ­ທີ່ ແລະ ສປປ ລາວ ກໍ່​ຕ້ອງ​ຂຸ້ນ­ຂ້ຽວປັບ­ປຸງ​ລະ­ບຽບ​ກົດ­ໝາຍ​ທີ່​ຍັງຄ້າງ​ຄາ ເພື່ອ​ໃຫ້​ສອດ­ຄ່ອງ​ກັບຫລັກ­ການ ແລະ ສັນ­ຍາ​ຂອງ​ອົງການ​ການ​ຄ້າ​ໂລກ​ໃຫ້​ສຳ­ເລັດຕາມ​ກຳ­ນົດ​ເວ­ລາ​ທີ່​ວາງ​ໄວ້.

   ຄຽງ​ຄູ່​ກັບ​ການ​ເຂົ້າ​ຮ່ວມ ກອງ​ປະ­ຊຸມ​ຫນ່ວຍ​ປະ­ຕິ­ບັດ​ງານ ຄັ້ງ​ທີ 8 ນີ້, ສປປ ລາວ ໄດ້​ລົງ ນາມ​ສັນ­ຍາ​ການ​ຄ້າ​ສອງ​ຝ່າຍກ່ຽວ​ກັບ​ການ​ເປີດ​ຕະ­ຫລາດການ​ຄ້າ​ດ້ານ​ສິນ­ຄ້າ ແລະ ຂະ ແຫນງ​ບໍ­ລິ­ການ​ກັບ​ສະ­ຫະ­ລັດ​ອາເມລິ​ກາ​ໃນ​ວັນ​ທີ 14  ມີ­ນາ 2012 ເຊິ່ງ​ການ​ລົງ​ນາມ​ຄັ້ງ​ນີ້ ຖື​ວ່າ​ແມ່ນຜົນ­ສຳ­ເລັດ​ອັນ​ພົ້ນ​ເດັ່ນ ແລະ ເປັນ​ບາດ­ກ້າວ​ອັນ​ສຳ­ຄັນ​ຍິ່ງ​ໃນຂັ້ນ​ຕອນ​ການ​ເຂົ້າ​ເປັນ​ສະ­ມາ­ຊິກອົງ­ການ​ການ​ຄ້າ​ໂລກ​ຂອງ ສປປ ລາວ ໂດຍ​ອາ­ເມ­ລິ­ກາ​ກໍ່​ປະ­ກາດການ​ສະ­ຫນັບ­ສະ­ຫນູນ​ຢ່າງ​ເຕັມທີ່​ຕໍ່​ການ​ກັບ​ການ​ເຂົ້າ​ເປັນ​ສະ​ມາ ຊິກ​ຂອງ ສປປ ລາວ ພາຍ​ໃນທ້າຍ​ປີ​ນີ້.

ສຳ­ລັບ​ການ​ເຈລະ­ຈາ​ສອງຝ່າຍ​ຂອງ​ລາວ​ກໍ່​ຍັງ​ເຫລືອ​ພຽງ ແຕ່​ອູ​ແກຣນ ເຊິ່ງ​ກໍ່​ໄດ້​ພົບ​ປະ ແລະ ຂຸ້ນ­ຂ້ຽວ​ສືບ­ຕໍ່​ເຈລະ­ຈາ​ໃນຮອບ​ຕໍ່​ໄປ ແລະ ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ໃນ​ເວ­ລາ​ອັນ​ໄວ​ນີ້.



__________________
Anonymous

Date:
RE: ອາເມລິກາສະໜັບສະໜູນລາວເຂົ້າເປັນສະມະຊິກອົງການການຄ້າໂລກ
Permalink   
 


ດ້ວຍເຫດໃດ ອາເມລິກາຈິ່ງສະໜັບສະໜູນໂຈນລາວແດງ ພໍ່ຕູ້ ອານຸຣັດ ຕອບໃຫ້ຟັງແດ່



__________________
Anonymous

Date:
Permalink   
 

ອາດຈະເປັນຍ້ອນວ່າລັດຖະບານລາວຮັບປາກວ່າຈະມີການປ່ຽນແປງທາງດ້ານການເມືອງ.

__________________
Anonymous

Date:
Permalink   
 

ລາວຕ້ອງ ປັບປຸງ​ລະ­ບຽບ​ກົດ­ໝາຍ​ທີ່​ຍັງຄ້າງ​ຄາ ເພື່ອ​ໃຫ້​ສອດ­ຄ່ອງ​ກັບຫລັກ­ການ ແລະ ສັນ­ຍາ​ຂອງ​ອົງການ​ການ​ຄ້າ​ໂລກ​

ຖ້າບໍ່ດັ່ງນັ້ນ ລາວເປັນສະມະຊິກອົງການ ຄ້າໂລກບໍ່ໄດ້



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard