ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄັນແບບນີ້ລາວເປັນເມືອງຂື້ນເກົາຫຼືບໍ່?
Anonymous

Date:
ຄັນແບບນີ້ລາວເປັນເມືອງຂື້ນເກົາຫຼືບໍ່?
Permalink   
 


ໄດ້ແລ້ວ ຜູ້ຊະນະເລີດ ເວົ້າພາສາເກົາຫລີຄົນທໍາອິດ

ຂ່າວ: ຈຽງ​ສັກ

   ການ​ແຂ່ງ­ຂັນ​ເວົ້າ​ພາ­ສາເກົາ­ຫລີ​ຄັ້ງ​ທຳ​ອິດ​ໃນ​ລາວ​ໄດ້ ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມີ­ນາ​ຜ່ານມາ ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ເລີ່ມ​ແຕ່​ເວ­ລາ 13 ໂມງ, ເຊິ່ງ​ຈັດໂດຍ​ພາກ​ວິ­ຊາ​ພາ­ສາ​ເກົາ­ຫລີ ມະຫາ​ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະ ໃຫ້­ການ​ສະ­ຫນັບ­ສະ­ຫນູນ​ໂດຍອົງ­ການ​ຮ່ວມ​ມື​ສາ­ກົນ ສາ​ທາ​ລະນະ​ລັດ ​ເກົາ­ຫລີ ປະ­ຈຳ​ລາວ (KOICA) ຮັບ​ກຽດ​ກ່າວ​ເປີດງານ​ໂດຍທ່ານ ລີ​ກອນ​ແທ ເອກອັກ​ຄະ​ລັດ​ທະ​ທູດ ສ.ເກົາ­ຫລີ ປະ­ຈຳ​ລາວ ເຂົ້າ​ຮ່ວມ​ໂດຍ​ທ່ານ ດຣ. ທຸມ​ມະ​ລາ ແກ້ວ​ພັກ­ດີ ຮອງຄະ­ນະ­ບໍ­ດີ ຄະ­ນະ​ອັກ­ສອນ­ສາດມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ, ມີບັນ­ດາ​ຄະ­ນະ​ນຳ​ຈາກ​ອົງ­ການຈັດ​ຕັ້ງ​ເກົາ­ຫລີ​ປະ­ຈຳ​ລາວ, ມີບັນ­ດາ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ຮ່ວມ​ຢ່າງ​ຫນາແຫນ້ນ.

   ງານ​ຄັ້ງ​ນີ້ ມີ​ຜູ້​ແຂ່ງ­ຂັນ​ຈຳ ນວນ 8 ຄົນ ທີ່​ໄດ້​ຜ່ານ​ການ​ຄັດເລືອກ​ໃນ 2 ຮອບ​ລວມ​ມີ (ນາງ  ພິດ­ສະ­ໄຫມ ລະ­ດາ​ລົມ, ນາງ ສົມ ພິດ ສີ​ຫາ​ລາດ, ທ້າວ ສຸ­ລິ­ຍາ ກັນຍາ, ນາງ ອໍ­ລະ​ພັນ ໂພນ​ທະ​ຈັນ, ທ້າວ ແອັບ​ເປິ້ນ ວິ­ໄລ, ທ້າວ ສຸ​ລິຍາ ວັນ­ນະ​ລາດ, ທ້າວ ກ້ອງ​ເມັ່ງ ເຮີ​ລຽວ​ເຊີ ແລະ ນາງ ພິດ​ສະ​ດາ ສີ​ລິ​ວົງ­ສາ).

   ຜູ້​ແຂ່ງ­ຂັນສາ­ມາດ​ເລືອກ 1 ໃນ 3 ຫົວ­ຂໍ້ເຊັ່ນ: ພາ­ສາ​ເກົາ­ຫລີ​ຕໍ່​ກັບ​ຕົວຂ້ອຍ, ພາ­ສາ​ເກົາ­ຫລີ​ຕໍ່​ກັບ​ອະ​ນາຄົດ​ຂອງ​ຂ້ອຍ  ແລະ ມິດ­ຕະ­ພາບລາວ​ເກົາ­ຫລີ ໂດຍ​ໃຊ້​ເວ­ລາ​ໃນການ​ອະ­ທິ­ບາຍ​ຄົນ​ລະ 5 ນາ­ທີ, ຜົນ​ປາ­ກົດ​ວ່າ​ຜູ້​ຊະ­ນະ​ເລີດ​ລາງວັນ​ທີ 1 ໄດ້­ແກ່​ນາງ ພິດ​ສະດາ ສີ​ລິ​ວົງ­ສາ ອາ­ຍຸ 23 ປີ ສຶກສາ​ທີ່​ພາກ​ວິ­ຊາ​ພາ­ສາ​ເກົາ­ຫລີ​ມະຫາ​ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ພື້ນຖານ​ຈາກ​ບ້ານ​ທົ່ງ​ຈະ­ເລີນ ເມືອງຄົງ​ເຊ​ໂດນ ແຂວງ​ສາ­ລະ​ວັນ), ລາ­ງວັນ​ທີ 2 ທ້າວ ກ້ອງ​ເມັ່ງ ເຮີລຽວ​ເຊີ ແລະ ລາ­ງວັນ​ທີ 3 ທ້າວ ສຸ­ລິ­ຍາ ວັນ­ນະ​ລາດ ຂະ­ນະ​ທີ່​ທັງ 3 ຄົນໄດ້​ເລືອກ​ອະ­ທິ­ບາຍ​ໃນ​ຫົວຂໍ້​ດຽວ​ກັນ “ພາ­ສາ​ເກົາ­ຫລີ​ຕໍ່​ກັບຕົວ​ຂ້ອຍ”.

   ຜູ້​ຊະ­ນະ​ເລີດ​ລາ­ງວັນ​ທີ 1 ໄດ້ຮັບ​ຄອມ​ພິວ​ເຕີ​ໂນດ​ບຸກ​ຊຳ​ຊຸງ, ຮັບ​ການ​ຝຶກ​ອົບ­ຮົມ​ພາ­ສາ ແລະ ທ່ອງ​ທ່ຽວ​ປະ­ເທດ​ເກົາ­ຫລີ​ເປັນເວ­ລາ 11 ອາ­ທິດ, ລາ­ງວັນ​ທີ 2 ຮັບ​ໄອ​ພອດ 1ເຄື່ອງ ແລະ ລາງ ວັນ​ທີ 3 ຮັບ​ກ້ອງ­ຖ່າຍ­ຮູບ​ຊຳ​ຊຸງ 1 ເຄື່ອງ.

   ຈຸດ​ປະ​ສົ່ງ​ຂອງ​ການ​ຈັດ​ງານຄັ້ງ​ນີ້ ແມ່ນ​ເພື່ອ​ເສີມ​ສ້າງ​ຄວາມສາ­ມັກ­ຄີ​ລະ­ຫວ່າງ​ລາວ-ເກົາ­ຫລີ ກ້າວ​ເຂົ້າ​ສູ່​ປີ​ທີ 17 ທີ່​ສອງ​ປະ­ເທດໄດ້​ໃຫ້­ການ​ຮ່ວມ​ມື​ໃນ​ຫລາຍໆ ດ້ານ​ເປັນ­ຕົ້ນ​ແມ່ນ​ດ້ານ​ເສດ​ຖະກິດ​ການ​ເງິນ-ການ​ລົງ­ທຶນ, ປະ­ຈຸບັນ ​ປະ­ເທດ​ເກົາ­ຫລີ​ຕິດ​ອັນ​ດັບ​ທີ 4 ຂອງ​ການ​ລົງ­ທຶນ​ຕ່າງ­ປະ­ເທດຫລາຍ​ທີ່​ສຸດ​ຢູ່ ສປປ ລາວ ອີກ ຢ່າງ​ຫນຶ່ງ​ເພື່ອ​ເປີດ​ໂອ­ກາດ ແລະ ຄວາມ​ຫວັງ​ໃຫມ່​ໃຫ້​ແກ່​ຊາວຫນຸ່ມ​ລາວ, ເພາະ­ວ່າ ການ​ທີ່​ເຂົ້າ ໃຈ ຫລື ສາ­ມາດ​ເວົ້າ​ພາ­ສາ​ເກົາຫລີ​ໄດ້​ບໍ່​ພຽງ​ຈະ​ສາ­ມາດ​ເຂົ້າ­ໃຈໃນ​ການ​ຟັງ​ເພງ​ເກົາ­ຫລີ ຫລື ເບິ່ງຮູບ­ເງົາ​ຢ່າງ​ມ່ວນ­ຊື່ນ​ເທົ່າ​ນັ້ນ, ແຕ່​ມັນ​ຍັງ​ສາ­ມາດ​ນຳ​ໃຊ້​ເຂົ້າ​ໃນການ​ເຮັດ​ທຸ­ລະ​ກິດ ຫລື ສິ່ງ​ທີ່ໃຫຍ່​ກວ່າ​ນັ້ນ​ອີກ​ໃນ​ອະ­ນາ­ຄົດ,ທ່ານ ລີ​ກອນ​ແທ ກ່າວ.



__________________


Member

Status: Offline
Posts: 11
Date:
Permalink   
 

ຊົມເຊີຍຄົນຕັ້ງກະທູ້ນີ້ເດີ....ສຳລັບພວກທີ່ຄິດອະຄະຕິແລ້ວພວກເຂົາມອງເປັນແງ່ລົບທັງໝົດ ເອົາຄະຕິຢູ່ເໜືອເຫດຜົນ.....(ການຮັກແລະສາມັກຄີກັນເປັນສິ່ງທີ່ດີ...ບໍ່ແມ່ນໄປຍູ້ແຍ່ໃຫ້ເຂົາເຈົ້າຜິດກັນແລ້ວເອົາກຳລັງທະຫານໄປຂ້າເຂົາ, ເອົາລູກລະເບີດໄປຫວ່ານໃສ່ບ້ານເຂົາ, ໄປກອບໂກຍເອົາຊັບພະຍາກອນເຂົາ ເໝືອນປະເທດມະຫາອຳນາດບາງປະເທດ ເຊິ່ງຫຼາຍຄົນນັບຖືວ່າ ມັນເປັນພໍ່)



__________________
Anonymous

Date:
Permalink   
 

ພໍ່ຕູ້ອານຸຣັກຮູ້ຂໍ້ມູນແລ້ວບໍ່ເນາະວ່າຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະສຶກສາສາດ ມີພາກວິຊາພາສາເກົາຫຼືແລ້ວເດີພໍ່ຕູ້ໃນອານາຄົດລາວຊິເປັນຫົວເມືອງຂື້ນເກົາຫຼີວ່າຊັນ



__________________
Anonymous

Date:
Permalink   
 

ຂ້ອຍກະບໍ່ຮູ້ວ່າມີນັກຊ່ຽວຊານເກົາຫລີຈັກຄົນທີ່ປະຈໍາຢູ່ຫ້ອງການກົມການເມືອງສູນກາງພັກ, ຖ້າມີຊາດໃດເປັນນັກຊ່ຽວຊານທີ່ຖ້າແນະນໍາໃຫ້ວາງນະໂຍບາຍຕ່າງໆໃຫ້ກັບກົມການເມືອງສູນກາງພັກ ກໍ່ໝາຍຄວາມວ່າ ...ເວົ້າບໍ່ໄດ້ເດີ ຢ້ານຖືກຍົກຍ້າຍໄປສັບຊ້ອນຢູ່ຕ່າງແຂວງທີ່ສອກຫລີກຫ່າງໄກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard