ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ​ຂົ່ມ­ຂືນ​​ເດັກ
Anonymous

Date:
​ຂົ່ມ­ຂືນ​​ເດັກ
Permalink   
 


​ຂົ່ມ­ຂືນ​​ເດັກ

ນາງ ສີ​ສຸ­ພັນ ຢູ່​ບ້ານ​ດົງ​ໂດກ ໄດ້​ເຂົ້າ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ດໍາ­ເນີນ​ຄະ­ດີ​ກັບ​ທ້າວ ຄອນ​ສະ­ຫວັນ ອາ­ຍຸ 23 ປີ ບ້ານ​ດຽວ​ກັນ ຖານ​ຂົ່ມ­ຂືນ​ທຳ​ສຳ​ເລົາ​ເດັກ ລູກ​ສາວ 4 ປີ​ຂອງ​ຕົນ ພ້ອມ​ທັງ​ຮຽກ­ຮ້ອງ​ຄ່າ​ປົວ­ແປງ​ຈິດ­ໃຈ​ຈາກ​ຜູ້­ກ່ຽວ ເປັນ​ເງິນ 20 ລ້ານ​ກີບ.

ວັນ​ທີ 25 ທັນ­ວາ 2011 ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ໄດ້​ນຳ​ຕົວ​ທ້າວ ຄອນ​ສະ­ຫວັນ ຕາມ​ການ​ແຈ້ງ​ຄວາມ​ຂອງ​ຜູ້​ປົກ­ຄອງ​ຂອງ​ຜູ້​ຖືກ­ເສຍ​ຫາຍ ຜູ້­ກ່ຽວ​ໃຫ້­ການ​ວ່າ: ໃນ​ມື້​ເກີດ​ເຫດ ເວ­ລາ​ປະ­ມານ 16:00 ໂມງ ຕົນ​ເອງ​ໄດ້​ອອກ​ໄປ​ກິນ​ເບຍ​ນຳ​ໝູ່​ຢູ່​ບ້ານ​ຕານ​ມີ​ໄຊ ພໍ​ຮອດ​ເວ­ລາ​ປະ­ມານ 17:00 ໂມງ ກັບ​ຄືນ​ມາ​ເຮືອນ​ຂອງ​ຕົນ​ເອງ ໃນ​ເວ­ລາ​ນັ້ນ ໄດ້​ພົບ​ເຫັນ​ນາງ ນ້ອຍ (ນາມ​ສົມ­ມຸດ) ອາ­ຍຸ 4 ປີ ນັ່ງ​ຫຼິ້ນ​ຢູ່​ໜ້າ​ເຮືອນ​ຂອງ​ຜູ້­ກ່ຽວ ຕົນ​ເອງ​ເກີດ​ມີ​ແນວ​ຄິດ​ຢາກ​ຮ່ວມ​ເພດ ຈຶ່ງ​ຍ່າງ​ເຂົ້າ​ໄປ​ອູ້ມ​ນາງ ນ້ອຍ ເຂົ້າ​ໄປ​ໃນ​ປ່າ​ຫຼັງ​ເຮືອນ​ຮ້າງ ບໍ­ລິ­ເວນ​ໃກ້​ເຮືອນ​ຂອງ​ຜູ້​ເສຍ​ຫາຍ ແຕ່​ໃນ​ຂະ­ນະ​ທີ່​ຕົນ​ເອງ​ພະ­ຍາ­ຍາມ​ທຳ​ສຳ​ເລົາ​ເດັກ​ຢູ່​ນັ້ນ ກໍ​ມີ​ຄົນ​ຜ່ານ​ມາ​ພົບ​ເຫັນ ແລະ ໄດ້​ເຂົ້າ​ຊ່ວຍ​ເດັກ­ນ້ອຍ ແລ້ວ​ຈັບ​ກຸມ​ຕົນ​ເອງ ສົ່ງ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ດົງ​ໂດກ ຫຼັງ​ຈາກ​ນັ້ນ ກໍ​ສົ່ງ​ໃຫ້​ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ​ໄຊ​ທາ­ນີ ດໍາ­ເນີນ​ການ​ສອບ​ສວນ ເຈົ້າ​ໜ້າ­ທີ່ ປກສ ເມືອງ​ດັ່ງ­ກ່າວ ຍັງ​ໃຫ້​ຮູ້​ອີ​ກວ່າ: ໃນ​ໄລ­ຍະ​ຜ່ານ​ມາ ຜູ້​ຕ້ອງ​ຫາ​ຍັງ​ເຄີຍ​ຖືກ​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ດົງ​ໂດກ ນຳ​ຕົວ​ມາ​ສຶກ​ສາ​ອົບ­ຮົມ​ຫຼາຍ​ຄັ້ງ ເນື່ອງ​ຈາ​ກວ່າ​ຜູ້­ກ່ຽວ​ມີ​ພຶດ­ຕິ​ກຳ​ເປັນ​ນັກ­ເລງ​ອັນ​ຕະ​ພານ ແລະ ຜ່ານ​ມາ​ຜູ້​ຕ້ອງ​ຫາ​ລາຍ​ນີ້ ເມົາ​ແລ້ວ​ກໍ່​ເຫດ​ອາ​ລະ​ວາດ​ຕີ​ກັນ​ມາ​ແລ້ວ​ຫຼາຍ​ຄັ້ງ ພ້ອມ​ກັນ​ນີ້ ອຳ­ນາດ​ການ​ປົກ­ຄອງ​ບ້ານ ໄດ້​ສົມ­ທົບ​ກັບ​ຕຳ­ຫຼວດ​ກຸ່ມ​ດົງ​ໂດກ ຂຶ້ນ​ເປົ້າ​ໝາຍ​ຕິດ­ຕາມ​ຜູ້­ກ່ຽວ​ໃນ​ເປົ້າ​ໝາຍ​ນັກ­ເລງ​ອັນ​ຕະ​ພານ.

ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ເຫັນ​ວ່າ ການ​ກະ­ທໍາ​ຂອງ​ທ້າວ ຄອນ​ສະ­ຫວັນ ແມ່ນ​ເປັນ​ການ​ກະ­ທໍາ​ຜິດ​ທາງ​ອາ­ຍາ ໃນ​ມາດ­ຕາ 128 ວັກ​ທີ 3 ປະ­ໂຫຍກ 2 ສະ­ຖານ​ຂົ່ມ­ຂືນ​ທຳ​ສຳ​ເລົາ​ເດັກ​ຕ່ຳ​ກ່ວ​າ 15 ປີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard