ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຕໍາໜິການບໍລິການຂອງ Airbus 320 ຂອງລາວແອລາຍແດ່
Anonymous

Date:
ຂໍຕໍາໜິການບໍລິການຂອງ Airbus 320 ຂອງລາວແອລາຍແດ່
Permalink   
 


ຂໍຕໍາໜິການບໍລິການຂອງ Airbus 320 ຂອງລາວແອລາຍແດ່

ຂ້າພະເຈົ້າໄດ້ມີໂອກາດຂີ່ຍົນຂອງສາຍການບິນລາວ ລໍາໃໜ່ Airbus 320 ມາສາມສີເທື່ອແລ້ວ ຮູ້ສຶກວ່າ ຈະຍັງບໍ່ທັນມີການພັດທະນາໃນບາງດ້ານ ດັ່ງຕໍ່ໄປນີ້:

ສຽງປະກາດຢູ່ເທິງຍົນ ຄ່ອຍຫຼາຍ ຈົນບໍ່ໄດ້ຍິນເພິ່ນເວົ້າຫຍັງ ໂດຍສະເພາະຕອນເພິ່ນເວົ້າພາສາອັງກິດ

ສໍານຽງພາສາອັງກິດ ບໍ່ໄດ້ເລື້ອງ ຢາກອວດເກ່ງເວົ້າໄວ ແຕ່ສຸດທ້າຍ ບໍ່ມີໃຜເຂົ້າໃຈ ວ່າເພິ່ນເວົ້າຫຍັງ

ຕອນຍົນກໍາລັງຈະຂຶ້ນ ເພິ່ນປະກາດວ່າ ຂໍໃຫ້ທ່ານເດີນທາງດ້ວຍຄວາມປອດໄພ ເວົ້າແນວນີ້ ຄົນເທິງຍົນໃຈສັ່ນທົດໆ ຖ້າຄົນຂັບຂັບດີ ແນ່ນອນທຸກຄົນຕ້ອງປອດໄພ ແນ່ນອນ

ຕອນຍົນກໍາລັງຈະລົງ ແຕ່ຍັງບໍ່ທັນລົງຮອດພື້ນ ເພິ່ນປະກາດວ່າ ຂໍຂອບໃຈ ທີ່ໃຊ້ການບໍລິການ ຂອງການບິນລາວ.... ທ່ານເອີຍ ໃຫ້ຍົນມັນຮອດພື້ນ ກ່ອນເວົ້າກໍ່ໄດ້ ຈັກຍົນຊິລົງໄດ້ບໍ່ໄດ້ ເພິ່ນບໍ່ສົນ ເວົ້າຮະເວົ້າຮາມໄປກ່ອນແລ້ວ

ອາຫານເທິງຍົນ ໂດຍສະເພາະແມ່ນຂອງຫວານ ລົດຊາດຮ້າຍກ່ວາກິນແປ້ງລ້າໆ ສີສັນບໍ່ສວຍງາມເລີຍ

ເອົາເທົ່ານີ້ກ່ອນ ມື້ໜ້າມາຈົ່ມໃໜ່



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard