ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກຸ່ມຕໍ່ຕ້ານເຂື່ອນ ຂໍເຂົ້າພົບຍິ່ງລັກສ໌
Anonymous

Date:
ກຸ່ມຕໍ່ຕ້ານເຂື່ອນ ຂໍເຂົ້າພົບຍິ່ງລັກສ໌
Permalink   
 


ກຸ່ມຕໍ່ຕ້ານເຂື່ອນ ຂໍເຂົ້າພົບຍິ່ງລັກສ໌

ເຄືອຂ່າຍ ຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງ ທາງ ພາຄອີສານ ຂອງໄທຽ ແລະ ຕົວແທນ ຈາກ ປະເທສ ເຂຕລຸ່ມ ແມ່ນໍ້າຂອງ ຕອນໃຕ້ ຊຶ່ງກໍຮວມ ທັງລາວ ກັມພູຊາ ແລະ ວຽຕນາມ ຈະພາກັນ ເຂົ້າພົບ ນາຍົກ ຣັຖມົນຕຣີໄທຽ ຍານາງ ຍີ່ງລັກສ໌ ຊີນວັຕ ໃນມື້ວັນ ທີ່ 22-23 ມີນາ ນີ້ ເພື່ອນຳສເນີ ເອກສາຣ ກາຣສຶກສາ ຜົລກະທົບ ຈາກ ໂຄງກາຣສ້າງ ເຂື່ອນ ຕໍ່ເຂຕລຸ່ມ ແມ່ນໍ້າຂອງ ແລະ ຂໍຄຳຕອບ ຢ່າງລະອຽດ ກ່ຽວກັບ ຄວາມຄືບໜ້າ ຂອງໂຄງກາຣ ດັ່ງກ່າວນີ້ ດັ່ງຕົວແທນ ຂອງເຄືອຂ່າຍ ໄດ້ກ່າວວ່າ:

"ກາຣເຂົ້າພົບ ນາຍົກ ຣັຖມົນຕຣີ ຍີ່ງລັກສ໌ ຈະມີຂຶ້ນ ໃນວັນທີ່ 22-23 ມີນານີ້ ເພື່ອມອບ ຣາຍງານ ກ່ຽວກັບ ສະພາບ ບັນຫາ ຜົລກະທົບ ແລະ ໃນເມື່ອມີກາຣ ຄົ້ນພົບ ເຫັນເຊັ່ນນີ້ແລ້ວ ທາງ ຣັຖບາລ ຄວນຈະເຮັດ ວິທີໃດ ແລະ ທາງຣັຖບາລ ກໍຮູ້ແລ້ວ ຫລືບໍວ່າ ທາງກົມໄຟຟ້າ ຝ່າຍຜລິຕ ແຫ່ງ ປະເທສໄທຽ ກໍໄປເຊັນ ສັນຍາ ແລ້ວນີ້? ທາງນາຍົກ ກໍຮູ້ນຳ ແດ່ບໍ? ສະນັ້ນ ຈຶ່ງຈະພາ ພີ່ນ້ອງ ຈາກ ປະເທສລາວ ກັມພູຊາ ແລະ ວຽຕນາມ ເຂົ້າໄປພົບກັບ ນາຍົກຂອງໄທຽ ເພື່ອຄວາມ ກະຈ່າງແຈ້ງ".

ໃນຂນະດຽວກັນນີ້ ຍານາງກໍວ່າ ກາຣເຂົ້າພົບ ກັບຜູ້ນຳໄທຽ ດັ່ງກ່າວນີ້ ທາງເຄືອຂ່າຍ ຊຸມຊົນ ຊາວໄທຽ ກໍໄດ້ຕິດຕໍ່ ໄປຍັງຫ້ອງກາຣ ຣັຖບາລ ແລະ ກໍໄດ້ຮັບ ອະນຸຍາຕ ໃຫ້ເຂົ້າພົບ ໄດ້ເປັນທີ່ ຮຽບຮ້ອຍ ແລ້ວ ແຕ່ສະເພາະ ເອກສາຣ ທີ່ຈະນຳໄປ ສເນີຕໍ່ ທາງຜູ້ນຳ ຣັຖບາລໄທຽ ຄັ້ງນີ້ ກໍຮວມທັງ ຂໍ້ມູລ ຈາກກາຣສຶກສາ ວິຈັຍ ດ້ານຜົລກະທົບ ຕ່າງໆ ພ້ອມກັບ ບັນຊີຣາຍຊື່ ຂອງຜູ້ ຄັດຄ້ານ ຫລາຍໝື່ນຄົນ ແລະ ໃນຂັ້ນຕໍ່ໄປ ກໍຈະມີກາຣ ຈັດເວທີ ຄັດຄ້ານ ກາຣສ້າງ ເຂື່ອນ ໄຊຍະບູຣີ ດັ່ງກ່າວ ຢູ່ໃນ ປະເທສ ເພື່ອນບ້ານ ນຳອີກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard