ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣະວັງດອລລາຣ໌ ປອມໃນລາວ
Anonymous

Date:
ຣະວັງດອລລາຣ໌ ປອມໃນລາວ
Permalink   
 


ຣະວັງດອລລາຣ໌ ປອມໃນລາວ

ໃນສັປດາ ຜ່ານມາ ທາງ ທະນາຄາຣ ແຫ່ງຊາຕ ສປປລາວ ປະກາສເຕືອນ ປະຊາຊົນລາວ ແລະ ຊາວຕ່າງ ປະເທສ ໃຫ້ເພີ່ມ ຄວາມຣະວັງ ຍ້ອນພົບເຫັນ ມີເງິນປອມ ສະກຸນ ດອລລາຣ໌ ສະຫະຣັຖ ຖືກນຳອອກໃຊ້ ຫລາຍ ພໍສົມຄວນ ຊື່ງສ້າງຄວາມ ເສັຽຫາຍໃຫ້ ປະຊາຊົນ ແລະ ທຸຣະກິຈ ກາຣຄ້າ-ຂາຍ ໃນທົ່ວປະເທສ ຈຶ່ງຂໍຄວາມ ຮ່ວມມືຈາກ ທຸກພາຄສ່ວນ ຈົ່ງຊ່ວຍ ເປັນຫູເປັນຕາ ສະກັດກັ້ນ ແລະ ຫາກພົບເຫັນ ມີຜູ້ຕ້ອງ ສົງສັຍ ຫລື ຮູ້ທີ່ມາ ຂອງເງິນປອມ ກໍໃຫ້ແຈ້ງ ຕໍ່ທາງ ເຈົ້າໜ້າທີ່.

ກ່ຽວກັບເຣື່ອງນີ້ ທາງເຈົ້າໜ້າທີ່ ລາວ ຜູ້ບໍ່ປະສົງ ອອກຊື່ກໍວ່າ ກ່ອນໜ້ານີ້ ກໍມີກາຣ ຣະບາດ ຂອງທະນາບັຕ ປອມ ສະກຸນເງິນໄທຽ ໃບ 1000 ບາທ ແລະ ໃບ 100 ດອລລາຣ໌ ສະຫະຣັຖ ແຕ່ເງີນປອມ ນັ້ນບໍ່ ລະອຽດປານໃດ ເຮັດໃຫ້ຜູ້ນຳ ມາໃຊ້ນັ້ນ ຖືກຈັບໄດ້ ແລະ ຫລັງຈາກນັ້ນ ກໍງຽບຫາຍໄປ.

ເຈົ້າໜ້າທີ່ລາວ ໃຫ້ກາຣຊີ້ແຈງ ເພີ່ມວ່າ ໃບ 100 ດອລລາຣ໌ ປອມ ທີ່ກຳລັງຣະບາດ ໃນເມືອງລາວ ປັຈຈຸບັນ ນີ້ນັ້ນ ມີກາຣພີມ ຢ່າງນຽບນຽນ ທີ່ສຸດ ຈົນບອກບໍ່ໄດ້ ເລີຽວ່າແມ່ນ ເງິນແທ້ ຫລືເງິນປອມ ນອກຈາກ ຜູ້ທີ່ມີ ຄວາມຊຳນານ ແທ້ໆເທົ່ານັ້ນ ແລະ ວ່າກາຣນຳເອົາ ເງິນປອມ ອອກມາໃຊ້ນັ້ນ ມັກຈະໃຊ້ ວິທີສອດໃສ່ໃນ "ຕັບດຽວ" ຫລື "ແໜບດຽວ" ກັບເງິນແທ້ ເຊັ່ນ: ແໜບລະ ສິບໃບ ຈະມີເງິນ ປອມສອດໃສ່ນຳ 2-3 ໃບ ແລະ ຖ້າຫາກແມ່ນ ແໜບລະຮ້ອຍ ກໍອາຈຈະມີ ເງິນປອມ ສອດແນບໃສ່ ທາງໃນເຖີງ 10 ໃບ ກໍມີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard