ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າໜ້າທີ່ ລາວ ຈໍາພວກນື່ງ ຮັບເຮັດ ໜັງສື ເດີນທາງ ປອມ
Anonymous

Date:
ເຈົ້າໜ້າທີ່ ລາວ ຈໍາພວກນື່ງ ຮັບເຮັດ ໜັງສື ເດີນທາງ ປອມ
Permalink   
 


ເຈົ້າໜ້າທີ່ ລາວ ຈໍາພວກນື່ງ ຮັບເຮັດ ໜັງສື ເດີນທາງ ປອມ ເພື່ອໃຫ້ ເດັກນ້ອຍລາວ ທີ່ຍັງບໍ່ເຖິງ ກະສຽນ ສາມາດ ເດີນທາງ ໄປເຮັດວຽກ ຢູ່ຕ່າງ ປະເທດ ໄດ້.

ເຈົ້າໜ້າທີ່ ເຫລົ່ານີ້ ອາສັຍ ຕໍາແໜ່ງ ໜ້າທີ່ ເພື່ອ ຜົລປະໂຫຍດ ສ່ວນຕົວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ແຂວງ ອັຕຕະປື ທ່ານໄດ້ກ່າວວ່າ:

"ຈໍາກັດ ຢູ່ແລ້ວ ແຕ່ມັນມີ ຄົນກຸ່ມນຶ່ງ ເປັນຜູ້ວິ້ງເຕັ້ນ ແຫລະ ບັນຫານີ້ນະ ມັນກໍບໍ່ມີ ສິ້ນສຸດແຫລະ ຣະງັບບັນຫາ ນີ້ນະ ກໍນ່າຈະມີ ຄວາມສ່ຽງຢູ່ ມີຄວາມຍາກຢູ່".

ທ່ານກ່າວວ່າ ຢູ່ລາວ ປັຈຈຸບັນ ເຖິງແມ່ນວ່າ ຈະມີການຂຶ້ນ ຄ່າແຮງງານ ຂັ້ນຕໍ່າ ແລ້ວກໍຕາມ ແຕ່ກໍມີ ຄົນງານ ອີກຈໍານວນ ບໍ່ໜ້ອຍ ຕ້ອງການ ໄປເຮັດວຽກ ຢູ່ຕ່າງປະເທດ ເພາະເຫັນວ່າ ມີຣາຍໄດ້ ດີກວ່າ ເຮັດໃຫ້ ເກີດການ ລັກລອບໄປ. ຄົນງານ ຈໍານວນນຶ່ງ ອາຍຸ ບໍ່ເຖິງ 18 ປີ ກໍປອມແປງ ເອກສານ ເພື່ອທີ່ຈະ ສາມາດ ເຮັດວຽດໄດ້ ຢູ່ຕ່າງປະເທດ. ໃນນັ້ນ ຈະຮູ້ຈາກ ການຈັບໄດ້ ໃນຂນະທີ່ ກໍາລັງຂ້າມ ຊາຍແດນ ຫລືຈັບ ໄດ້ຕາມ ສະຖານທີ່ ບັນເທິງຕ່າງໆ ໃນໄທ ຊຶ່ງມີ ຄົນງານລາວ ຖືເອກສານ ຜ່ານແດນ ປອມ ຢູ່ຫລາຍ.

ຢ່າງໃດກໍຕາມ ການກວດກາ ແລະ ຈັບກຸມ ເຈົ້າໜ້າທີ່ ທີ່ຊ່ວຍປອມແປງ ເອກສານ ນັ້ນກໍເປັນໄປ ໄດ້ຍາກ ແລະ ບັນຫາ ການລັກຂ້າມ ຊາຍແດນ ກໍມີຢູ່ ເລື້ອຍມາ. ທາງການລາວ ກໍໄດ້ເຄັ່ງຄັດ ເຣື່ອງຄົນງານ ທີ່ລັກລອບໄປ ເຮັດວຽກໃນໄທ ເພື່ອບັນລຸ ເປົ້າໝາຍ ໃນການປ້ອງກັນ ບໍ່ໃຫ້ຄົນລັກ ໄປເຮັດວຽກ ຢູ່ປະເທດ ເພືອນບ້ານ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard