ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າທົດແທນໂຍກຍ້າຍ ບໍ່ຄູ້ມຄ່າ
Anonymous

Date:
ຄ່າທົດແທນໂຍກຍ້າຍ ບໍ່ຄູ້ມຄ່າ
Permalink   
 


ຄ່າທົດແທນໂຍກຍ້າຍ ບໍ່ຄູ້ມຄ່າ

ໃນການກວດກາ ພື້ນທີ່ດິນ ຂອງ ອົງການ ກວດກາ ທີ່ດິນ ໃນຫລາຍໆ ແຂວງຂອງລາວ ພົບວ່າ ການທົດແທນ ທີ່ດິນ ໃຫ້ຊາວບ້ານ ທີ່ຕ້ອງໄດ້ ໂຍກຍ້າຍ ບ້ານເຮືອນ ຍ້ອນໂຄງການ ທັພນາຕ່າງໆ ສ່ວນຫລາຍແລ້ວ ມີການ ຂັດແຍ່ງກັນ ລະຫວ່າງ ເຈົ້າໜ້າທີ່ ຣັຖບານ ແລະ ຊາວບ້ານ ຍ້ອນວ່າການ ອະນຸມັດ ໃຫ້ສໍາປະທານ ຜ່ານມາ ບໍ່ປະຕິບັດ ຕາມກົດເກນ ທີ່ໄດ້ລະບຸ ໄວ້ຢ່າງ ເຂັ້ມງວດ. ດັ່ງເຈົ້າໜ້າທີ່ ແຜນການ ແລະ ການລົງທຶນ ແຂວງບໍ່ແກ້ວ ໄດ້ ອະທິບາຍ ວ່າ:

"ທີ່ດິນທີ່ເຮົາ ຕ້ອງໄດ້ໄກ່ເກັ່ຍ ກັບ ປະຊາຊົນ ບາງຄັ້ງ ມັນເປັນເນື້ອທີ່ ສວນເຂົ້າໂພດບໍ່ ຫລືວ່າເປັນ ໄຮ່ເກົ່າ ເຂົາຢ່າງນີ້ ເຮົາຕ້ອງໄກ່ເກັ່ຍ ຕາມຫລັກການ ຂອງ ສປປລາວ ຕ້ອງເວນຄືນ ໃຫ້ເຂົາ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ການໃຊ້ ພື້ນທີ່ດິນ ທົດແທນ ຄືນ ຫລັງຈາກ ທີ່ໄດ້ໃຫ້ ບໍລິສັດ ເອກກະຊົນ ສໍາປະທານ ໄປແລ້ວນັ້ນ ຕາມປົກກະຕິ ກໍຕ້ອງມີ ການກວດກາ ໃບຕາດິນ ເພື່ອໃຫ້ຮູ້ວ່າ ດິນທີ່ ອະນຸມັດ ໃຫ້ ສໍາປະທານ ໄປນັ້ນ ຊາວບ້ານມີ ກັມມະສິດ ຄອບຄອງ ຖືກຕ້ອງ ຕາມກົດໝາຍ ຫລືບໍ່ ຫລືວ່າເປັນພຽງ ແຕ່ດິນທີ່ໄດ້ ຈັບຈອງໄວ້. ສ່ວນຫລາຍ ການກວດກາ ກໍເຮັດໄດ້ ບໍ່ລະອຽດ ຍ້ອນບັນຫາ ຫລາຍແນວ ຊຶ່ງເປັນ ອີກບັນຫານຶ່ງ ທີ່ຍັງບໍ່ມີ ການແກ້ໄຂ ເທື່ອ.

ນອກຈາກບັນຫາ ທີ່ໄດ້ເວົ້າ ມານີ້ແລ້ວ ບໍລິສັດ ເອກກະຊົນ ທີ່ໄດ້ຮັບ ສໍາປະທານ ກໍໄດ້ສ້າງ ບັນຫາ ຂຶ້ນມາເອງ ຍ້ອນບໍ່ ປະຕິບັດ ຕາມສັນຍາ ທີ່ໄດ້ເຊັນໄວ້ ພ້ອມທັງ ເຈົ້າໜ້າທີ່ ທ້ອງຖິ່ນ ກໍບໍ່ໄດ້ ໄປກວດກາ ວ່າ ບໍລິສັດ ເຫລົ່ານັ້ນ ເຮັດກິຈການ ຖືກຕາມສັນຍາ ຫລືບໍ່. ດັ່ງເຈົ້າໜ້າທີ່ ຈາກອົງການ ທີ່ດິນ ແຫ່ງຊາດ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:

"ມັນມີບັນຫາ ຢູ່ວ່າຫລັງຈາກ ເຊັນ MoU ແລ້ວທາງ ບໍລິສັດ ພັດບໍ່ ປະຕິບັດ ຕາມ MoU ຫັ້ນແລ້ວ ມັນກໍລົງມື ທໍາການ ບຸກເບີກເລີຍ ແຕ່ວ່າໂຕນີ້ ມັນບໍຖືກ ຕ້ອງຕາມຂັ້ນຕອນ ຂອງບົດ ວິພາກ ທາງເສຖກິດ".

ບັນຫາ ຂອງທາງ ບໍລິສັດ ເອກກະຊົນ ກໍແມ່ນຕ້ອງ ການພື້ນທີ່ດິນ ຫລາຍກວ່າ ທີ່ໄດ້ ຕົກລົງກັນໄວ້ ແລະ ເມື່ອມີການ ບຸກເບີກ ກໍໄປກວມ ເອົາດິນ ປ່າສງວນ ຫລື ດິນ ຂອງຊາວບ້ານ ຈຶ່ງກໍ່ໃຫ້ເກີດ ການຂັດແຍ່ງ ແລະ ບັນຫາ ໃນການທົດແທນ ພື້ນທີ່ດິນ ສັບສົນ ຕາມມາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard