ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສິທທິນັບຖືສາສນາ ໃນລາວຍັງຖືກກົດຂີ່
Anonymous

Date:
ສິທທິນັບຖືສາສນາ ໃນລາວຍັງຖືກກົດຂີ່
Permalink   
 


ສິທທິນັບຖືສາສນາ ໃນລາວຍັງຖືກກົດຂີ່

F-Hmongs-Christian.jpg

ຕາມບົດ ຣາຍງານ ປະຈໍາປີ 2012 ຂອງຄນະ ກັມມາທິການ ສະຫະຣັຖ ອະເມຣິກາ ກ່ຽວກັບ ສິດເສຣີພາບ ທາງ ສາສນາ ຂອງທຸກ ປະເທດ ໃນທົ່ວໂລກ (USCIRF) ໄດ້ແຈ້ງວ່າ: ຣັຖບານ ສປປລາວ ຍັງຈໍາກັດ ສິທທິ ໃນການ ນັບຖື ປະຕິບັດ ທາງ ສາສນາ ຂອງຜູ້ຄົນ. ອີງຕາມ ກົດໝາຍ ຂອງສປປລ ແລະ ກົດໝາຍ ໃນເຂດ ຊົນນະບົດ ທ້ອງຖິ່ນ ຂອງລາວ ກໍບໍ່ໄດ້ ບົ່ງບອກວ່າ ໃຫ້ຈໍາກັດສິທ ເສຣີພາບ ທາງສາສນາ ແຕ່ຢ່າງໃດ. ເຈົ້າໜ້າທີ່ ທາງການແຂວງ ກໍຍັງຣະເມີດ ສິທເສຣີພາບ ທາງສາສນາ ການເຊື່ອຖື ຂອງຊຸມຊົນ ກຸ່ມນ້ອຍ ທີ່ນັບຖື ສາສນາ ເຍຊູ ນິກາຍ Protestant ໂດຍໃຊ້ ວິທີກັກຂັງ ຕິດຕາມ ສິ້ງຊອມ ລົບກວນ ຍຶດຊັພ ບັງຄັບ ໃຫ້ຍ້າຍບ່ອນຢູ່ ແລະ ໃຫ້ປະລະ ຄວາມເຊື່ອຖື ຂອງພວກຂະເຈົ້າ.

ຢ່າງໃດກໍຕາມ ໃນຣາຍງານ ນັ້ນໄດ້ແຈ້ງ ອີກວ່າ ສິທເສຣີພາບ ທາງສາສນາ ໄດ້ຮັບການ ປັບປຸງ ໃຫ້ດີຂຶ້ນ ສໍາລັບຄົນ ທີ່ເຊື່ອຖື ສາສນາພຸທ ຊຶ່ງເປັນຊຸມຊົນ ສ່ວນໃຫຍ່ ໃນລາວ ແຕ່ສໍາລັບ ຊາວຄຣິສຈຽນ ຊາວມຸສລິມ ແລະ ຊາວບາຮາຍ ນັ້ນ ກັບກົງກັນຂ້າມ. ອີງຕາມພື້ນຖານ ຄວາມວິຕົກ ກັງວົນຕ່າງໆ ເຫລົ່ານີ້ ທາງຄນະ ກັມມາທິການ USCIRF ຈຶ່ງຍັງຈັດໃຫ້ ສປປລາວ ເຂົ້າຢູ່ໃນບັນຊີ ກຸ່ມປະເທດ ທີ່ຕ້ອງ ຕິດຕາມເບິ່ງ ຫລືຢູ່ໃນ Watch List ຂອງປີ 2012 ນີ້ຢູ່.

ໃນຣາຍງານ ໄດ້ແຈ້ງຕື່ມວ່າ ທ່າທີຂອງ ຣັຖບານ ສປປລາວ ຕໍ່ການເຄື່ອນໄຫວ ທາງສາສນາ ແມ່ນແຕກຕ່າງ ກັນໄປ ຊື່ງຈະຂຶ້ນຢູ່ ກັບເຂດ ຂື້ນກັບເຜົ່າຊົນ ແລະ ກຸ່ມສາສນາ. ສາສນາພຸທ ແມ່ນຝັງເລິກ ຢູ່ໃນ ວັທນະທັມ ຂອງລາວ ແລະ ຊາວພຸທ ໃນລາວທົ່ວໄປ ບໍ່ຖືກ ກີດກັ້ນຈໍາກັດ ຫຼືຖືກ ຕິດຕາມ ສິ້ງຊອມ. ຊາວກາໂຕລິກ ໃນລາວ ໄດ້ຮັບ ອະນຸຍາດໃຫ້ ສ້າງໂບດ ແລະ ໃນຫລາຍປີມານີ້ ກໍມີການ ບວດຄຸນພໍ່ ແລະ ມີສັງຄະຣາສ Bishop ໃໝ່ໄດ້ ຊື່ງເປັນຜູ້ ທໍາອິດ ນັບແຕ່ປີ 1975 ມາ.

ສຸດທ້າຍ ໃນຣາຍງານ ແຈ້ງວ່າ ຊາວ Protestant ລາວ ທີ່ຢູ່ໃນເມືອງ ສາມາດ ສວດມົນ ແລະ ຂຍາຍສະຖານທີ່ ປະຕິບັດ ສາສນາ ໄດ້ຈໍານວນນຶ່ງ ສໍາລັບ ຊຸມຊົນ ທີ່ນັບຖື ສາສນາ ບາຮາຍ ກໍມີຣາຍງານ ວ່າມີ ການພົວພັນ ທີ່ດີຂຶ້ນ ກັບເຈົ້າໜ້າທີ່ ທາງການ ແລະ ໄດ້ຂຍາຍ ສະຖານທີ່ ປະຕິບັດ ສາສນາ ຕາມຄວາມເຊື່ອຖື ຂອງຕົນໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard