ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຄຳເຫັນ ແລະຄຳແນະນຳ ກ່ຽວກັບ ຂົວມິດຕະພາບ2
Anonymous

Date:
ຂໍຄຳເຫັນ ແລະຄຳແນະນຳ ກ່ຽວກັບ ຂົວມິດຕະພາບ2
Permalink   
 


ຂໍຄຳເຫັນ ແລະຄຳແນະນຳ ກ່ຽວກັບ ຂົວມິດຕະພາບ2

ເລື່ອງມີຢູ່ວ່າ ຂ້າພະເຈົ້າຕ້ອງເດີນທາງລົງໄປພາກໃຕ້ເປັນປະຈຳ ແລະເສັ້ນທາງທີ່ໃຊ້ກໍຄື ອອກຈາກນະຄອນຫລວງວຽງຈັນເຂົ້າ ຈັດຫວັດຫນອງຄາຍ ຜ່ານ ອຸດອນທານີ, ສະກົນນະຄອນ ແລະມຸກດາຫານ ເຂົ້າສະຫວັນນະເຂດເປັນປະຈຳ ເຫດຜົນກໍຄືໄລຍະທາງສັ້ນກວ່າໃຊ້ເວລາເດີນທາງພຽງ 5ຫລື6ຊົ່ວໂມງ ແລະເຫດຜົນອື່ນໆ ແລະຄວາມມັກສ່ວນຕົວ ຫວັງວ່າຄົງຈະບໍ່ວ່າກັນ. ແຕ່ບັນຫາກໍຄືວ່າເຈົ້າຫນ້າທີ່ຕຳຫລວດກວດຄົນເຂົ້າເມື່ງທີ່ປະຈຳການຢຸ່ດ່ານ ຂົວມິດຕະພາບ2(ແຂວງສະຫວັນນະເຂດ)ເກັບຄ່າທຳນຽມທັງຂາເຂົ້າ ແລະຂາອອກທຸກຄັ້ງ ເນື່ອງຈາກບໍ່ເຄີຍເຫັນແບບນີ້ ຂ້າພະເຈົ້າກໍເລີຍຖາມເພິນວ່າ ຂໍໂທດ ເກັບຄ່າຫຍັງນໍ? ເພິ່ນຕອບວ່າຄ່າຈຳກາ ກໍເລຍບອກເພິ່ນວ່າ ຕາມປົກກະຕິແລ້ວບໍ່ໄດ້ຈ່າຍ ຂົວມິດຕະພາບ1ກາບໍ່ໄດ້ຈ່າຍ. ເພິ່ນບອກວ່າ ເອີ້ ບອນໃດບໍ່ໄດ້ຈ່າຍກາໄປຂ້າມຢູ່ບ່ອນນັ້ນພຸ້ນເດີ້ ແຕ່ຢຸ່ນີ້ຕ້ອງຈ່າຍ ຂ້າພະເຈົ້າກໍເລີຍຖາມວ່າ ມີບິນບໍ? ເພິ່ນຕອບວ່າບໍ ແລະກ່າວເສີມວ່າຄົນອື່ນເຂົາກາຈ່າຍຫມົດເຫັນບໍ່ເຈົ້າຄືມີບັນຫາແທ້. ດັ່ງນັ້ນຈຶ່ງຢາກຂໍຄຳເຫັນຈາກບັນດາທ່ານ ແລະຄຳແນະນຳວ່າຂ້າພະເຈົ້າຄວນເຮັດແນວໃດ?



__________________
Anonymous

Date:
Permalink   
 

ພໍ່ອາວເອີ້ຍ ນີ້ລະເຂົາເອີ້ນວ່າ ພະນັກງານ ພັກລັດຂຸດຮິດປະຊາຊົນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard