ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍີ່ປຸ່ນຊ່ວຍທຶນ ສ້າງໂຮງຮຽນ
Anonymous

Date:
ຍີ່ປຸ່ນຊ່ວຍທຶນ ສ້າງໂຮງຮຽນ
Permalink   
 


ຍີ່ປຸ່ນຊ່ວຍທຶນ ສ້າງໂຮງຮຽນ

ຣັຖບານ ຍີ່ປຸ່ນ ໄດ້ ອະນຸມັດ ເງີນຊ່ອຍເຫລືອລ້າ ແກ່ ສປປລາວ ກວ່າ 3 ແສນ 7 ຫມື່ນ ໂດລາ ເພື່ອສ້າງໂຮງຮຽນ 5 ຫລັງ ແລະ ຫໍພັກນັກຮຽນ 6 ຫລັງ ສຳລັບ ໂຮງຮຽນ ມັທຍົມຊັ້ນຕົ້ນ 8 ແຫ່ງ ທີ່ແຂວງ ຜົ້ງສາລີ ຫົວພັນ ແລະ ອຸດົມໄຊ.

ເງີນຊ່ອຍເຫລືອ ດັ່ງກ່າວ ແມ່ນຢູ່ໃນ ໂຄງການ ການຊ່ອຍເຫລືອ ປະຊາຊົນ ຮາກຫຍ້າ ໃນປະເທດ ດ້ອຍພັທນາ ຂອງ ຣັຖບານ ຍີ່ປຸ່ນ. ໄດ້ມີການ ລົງນາມກັນ ທີ່ ກະຊວງ ສຶກສາທິການ ແລະ ກິລາລາວ ໃນມື້ວັນທີ 21 ມິນາ ໂດຍຊ້ອງຫນ້າ ຣັຖມົນຕຣີ ກະຊວງ ສຶກສາທິການ ທ່ານ ພັນຄຳ ວິພາວັນ ແລະ ເຈົ້າຫນ້າທີ່ ອີກຫລາຍທ່ານ.

ຜູ້ລົງນາມ ຝ່າຍຍີ່ປຸ່ນ ກໍແມ່ນ ເອກອັຄຣາຊທູດ ຍີ່ປຸ່ນ ປະຈຳລາວ ຍານາງ ໂຈໂກະ ໂຢກະຕະ ກັບ ຫົວຫນ້າຫ້ອງການ ສຶກສາ ທີ່ແຂວງ ຜົ້ງສາລີ ທ່ານ ສານວັນໄຊ ແສງມະນີ ຫົວຫນ້າຫ້ອງການ ສຶກສາ ເຂດຊຳໃຕ້ ທ່ານ ກວນແກ້ວ ວົງວິດາ ຫົວຫນ້າຫ້ອງການ ສຶກສາ ເມືອງຊຳເຫນືອ ທ່ານ ຢັງມີນູ ວັງຢຽວວາ ຫົວຫນ້າຫ້ອງການ ສຶກສາ ແຂວງ ອຸດົມໄຊ ທ່ານ ອຸແກ້ວ ສຸວັນນະໄສ ແລະ ຫົວຫນ້າ ຫ້ອງການ ສຶກສາ ເຂດເມືອງ ໂພນຫົ່ມ ແຂວງ ອຸດົມໄຊ ທ່ານ ສົມແພງ ຈັນພອນຕາ.

ໃນປັດຈຸບັນ ການສຶກສາ ໃນ 3 ແຂວງ ດັ່ງກ່າວຖືວ່າ ຍັງຢູ່ໃນ ຂັ້ນຕ່ຳຢູ່ ດ່ັງນັ້ນ ທາງການລາວ ຈື່ງຢາກ ຍົກຣະດັບ ໃຫ້ດີຂື້ນ ດ້ວຍການ ຮ່ວມມືຂອງ ຣັຖບານ ຍີ່ປຸ່ນ.



__________________
Anonymous

Date:
Permalink   
 

ຫວັງວ່າລັດຖະບານລາວໄດ້ຮັບການຊ່ອຍເຫລືອຄັ້ງນີ້ຄົງຈະບໍ່ໄດ້ມາຈາກການຍາດແຍ່ງ.

__________________
Anonymous

Date:
Permalink   
 

ຍາດແຍ່ງເອົາການຊວ່ຍເຫຼືອຈາກຕ່າງປະເທດໂດຍບໍ່ມີຂໍ້

ຜູກມັດ!

ຟັງເອົາພວກຜູ້ນໍາຕາຍອຶດຕາຍຢາກ(ຍາດແຍ່ງວ່າຊັ້ນ)

ມັນຄືບໍ່ຄິດເຫັນບັນດາພວກປະເທດອື່ນທີ່ເຂົາທຸກຍາກ

ກວ່າມັນແດ່!




__________________
Anonymous

Date:
Permalink   
 

ຖ້າເຂົາບອກວ່າໂລງສົບມີບໍ່ອັ້ນ,ພວກມັນຄືຊິພາກັນຍາດ

ແຍ່ງແຂ່ງກັນຂົນເອົານໍ໊ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard