ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນງານວຽດນາມຢູ່ລາວ ເພີ້ມຂຶ້ນເລື້ອຍໆ
Anonymous

Date:
ຄົນງານວຽດນາມຢູ່ລາວ ເພີ້ມຂຶ້ນເລື້ອຍໆ
Permalink   
 


ຄົນງານວຽດນາມຢູ່ລາວ ເພີ້ມຂຶ້ນເລື້ອຍໆ

ເຈົ້າຂອງ ບໍລິສັດ ກໍ່ສ້າງ ຜູ້ນຶ່ງ ຈາກເມືອງ ປາກເຊ ເວົ້າວ່າ:

"ສ່ວນຫລາຍ ໂຄງການໃຫຍ່ໆ ແມ່ນແຕ່ ແຮງງານວຽດ ໝົດແຫລ໋ະ ແຮງງານລາວ ກ໋ະເລັກໆນ້ອຍໆ ບາງເທື່ອ ຂະເຈົ້າ ກະຊິມີ ສັນຍາ ຜູກພັນກັນບໍ໋ ຫລືວ່າ ແນວໃດ ເຣື່ອງ ສີມືນີ້ກ໋ະ ຖືວ່າສີມື ຂະເຈົ້າດີ".

ທ່ານເວົ້າ ຕໍ່ໄປວ່າ ສາເຫດ ອີກອັນນຶ່ງ ທີ່ຫລາຍໂຄງການ ມັກຈ້າງຄົນງານ ວຽດນາມ ກໍເພາະ ຄ່າແຮງຕໍ່າ ກວ່າຄົນງານລາວ ແຕ່ກໍບໍ່ຮູ້ ຄັກແນ່ວ່າ ຄ່າແຮງ ທີ່ແຕກຕ່າງ ກັນນັ້ນ ແມ່ນເທົ່າໃດ? ເຖິງຢ່າງໃດ ກໍຕາມ ວຽກກໍ່ສ້າງ ເລັກໆນ້ອຍໆ ກໍໃຊ້ ຄົນງານລາວ ເກືອບທັງໝົດ ແຕ່ເມື່ອນັບ ຈໍານວນແລ້ວ ກໍຍັງໜ້ອຍ ກວ່າຄົນງານ ວຽດນາມ ແຕ່ດຽວນີ້ ກໍຍັງບໍ່ທັນມີ ບັນຫາ ການຍາດແຍ່ງ ວຽກງານ ກັນເທື່ອ.

ສ່ວນຊາວເມືອງ ປາກເຊ ອີກຜູ້ນຶ່ງ ກໍຢືນຢັນວ່າ ໂຄງການ ກໍ່ສ້າງພາຍ ໃນເມືອງປາກເຊ ບໍ່ວ່າຢູ່ ບ່ອນໃດ ກໍຈະເຫັນແຕ່ ຄົນງານ ວຽດນາມ ເຕັມໄປໝົດ ຄົນລາວຜູ້ນີ້ ເວົ້າວ່າ:

"ຊ່ວງນີ້ມີ ຫລາຍຄົນງານ ວຽດນາມ ເຂົາເອີ້ນ ຄວາມສາມັກຄີ ພົວພັນກັນ ຫັ້ນນ໋າ ເພິ່ນເລີຍ ນໍາແຮງງານ ເຂົ້າມາ".

ຄົນລາວຜູ້ນີ້ ເວົ້າຕໍ່ວ່າ ເຖິງວ່າໂຄງການ ທີ່ຈ້າງຄົນງານ ວຽດນາມ ອາດຈະສົ່ງຜົນດີ ຕໍ່ໂຄງການນັ້ນໆ ແຕ່ອາດຈະສົ່ງ ຜົນກະທົບ ຕໍ່ ອະນາຄົດ ຂອງຄົນງານ ທ້ອງຖິ່ນໄດ້ ຈຶ່ງຂໍໃຫ້ ທາງການ ກ່ຽວຂ້ອງ ເບິ່ງຄືນເຖິງ ຜົນກະທົບ ລະຍະຍາວ.

ນອກຈາກນີ້ ຄົນງານລາວ ເອງ ກໍຕ້ອງໄດ້ ປັບປຸງແກ້ໄຂ ພາບພົດຂອງຕົນ ໃຫ້ເລີ້ມ ເອົາໃຈໃສ່ ຕໍ່ໜ້າທີ່ ດຸໝັ່ນ ເຮັດໜ້າທີ່ ໃຫ້ມີ ຄຸນນະພາບ ເພື່ອໃຫ້ສາມາດ ແຂ່ງຂັນ ກັບຄົນງານ ຕ່າງຊາດໄດ້ ແລະເມື່ອເວລາ ສປປລາວ ຮ່ວມເຂົ້າ ເປັນ ສະມາຄົມ ການຄ້າ ອາຊຽນ ໃນປີ 2015 ການແຂ່ງຂັນ ແຮງຈະຮຸນແຮງ ຂຶ້ນ.



__________________
Anonymous

Date:
Permalink   
 

ເປັນຍ້ອນຄົນໃນປະເທດລາວຮັ່ງມີຂຶ້ນຈົນບໍ່ຢາກເຮັດວຽກຫຍັງບໍເພິ່ນຈຶ່ງຮົບເອົາຄົນວຽດນາມເຂົ້າມາເຮັດວຽກໃຫ້?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard