ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທູຕ ສະຫະຣັຖ ປະຈໍາ ນະຄອນຫລວງ ວຽງຈັນ ຊ່ວຍຝຶກ ອົບຮົມ ພາສາອັງກິດ ແກ່ເຈົ້າໜ້າທີ່ ລາວ.
Anonymous

Date:
ທູຕ ສະຫະຣັຖ ປະຈໍາ ນະຄອນຫລວງ ວຽງຈັນ ຊ່ວຍຝຶກ ອົບຮົມ ພາສາອັງກິດ ແກ່ເຈົ້າໜ້າທີ່ ລາວ.
Permalink   
 


ທູຕ ສະຫະຣັຖ ປະຈໍາ ນະຄອນຫລວງ ວຽງຈັນ ຊ່ວຍຝຶກ ອົບຮົມ ພາສາອັງກິດ ແກ່ເຈົ້າໜ້າທີ່ ລາວ.

F-English-seminar.jpg

ທາງ ສະຖານທູຕ ສະຫະຣັຖ ປະຈໍາ ນະຄອນຫລວງ ວຽງຈັນ ໄດ້ຮ່ວມມື ກັບທາງ ກະຊວງ ໂຍທາທິກາຣ ແລະ ຂົນສົ່ງ ໃນກາຣຈັດ ຫລັກສູຕ ກາຣຝຶກ ອົບຮົມ ເຈົ້າໜ້າທີ່ ໃຫ້ຮູ້ຈັກ ວິທີກາຣ ໃຊ້ພາສາ ອັງກິດ ໃຫ້ດີຂຶ້ນ ຕາມແຂນງ ວຽກງານ ຕ່າງໆເຊັ່ນ: ດ້ານ ສາທາຣະນະສຸຂ ສິ່ງແວດລ້ອມ ແລະ ໂຄງສ້າງພື້ນຖານ ໂດຽມີກາຣ ຈັດຝຶກ ອົບຮົມ ຫລື ສັມມະນາ ທັງໝົດ 5 ຊຸດດ້ວຍກັນ.

ສໍາຫລັບຊຸດ ທີ່ 2 ທີ່ເຣີ່ມ ແຕ່ວັນທີ່ 12-22 ມີນາ ນັ້ນຈັດຂຶ້ນ ຢູ່ກະຊວງ ໂຍທາທິກາຣ ແລະຂົນສົ່ງ ໂດຽມີຜູ້ ເຂົ້າຮັບກາຣ ຝຶກອົບຮົມ 13 ຄົນ ຈາກກົມກາຣ ກ່ຽວຂ້ອງ ຂອງລາວ ແລະຈາກ ປະເທສ ເພື່ອນບ້ານ ເຊັ່ນ: ໄທຽ ກັມພູຊາ ແລະວຽຕນາມ ຊຶ່ງເນື້ອຫາ ຂອງກາຣ ສັມມະນາ ຄັ້ງນີ້ ແມ່ນກ່ຽວກັບ ເຣື່ອງກາຣ ກໍ່ສ້າງຂົວ ແລະ ຖນົນຫົນທາງ ໂດຽນັກວິຊາກາຣ ກໍມີກາຣ ອະທິບາຍ ພ້ອມກັບມີ ກາຣສາຍ ວິດີໂອ ກ່ຽວກັບ ຣະບົບກາຣ ສ້າງຂົວ ຊື່ດັງ ຫລາຍແຫ່ງ ໃນ ສະຫະຣັຖ ໂດຽສະເພາະ ກໍແມ່ນຂົວ San Francisco Bay ຣັຖ California ແລະ ຂົວແຫ່ງອື່ນໆ ຫລາຍແຫ່ງ ຕລອດຮອດ ຣະບົບ ເກັບຄ່າ ຜ່ານຂົວ ທີ່ວ່ອງໄວ ແລະມີ ປະສິທທິພາບ.

ນອກຈາກນັ້ນ ກໍມີກາຣແບ່ງ ເປັນກຸ່ມ ເພື່ອໃຫ້ ມີກາຣ ສົນທະນາ ຮ່ວມກັນ ໃນກາຣແກ້ໄຂ ບັນຫາຕ່າງໆ ໃນເມື່ອຫາກ ເກີດມີບັນຫາ ຂັດແຍ່ງ ໃນສີ່ງໃດ ສີ່ງໜຶ່ງ ກໍໃຫ້ແຕ່ລະ ພາຄສ່ວນ ໄດ້ເຂົ້າຮ່ວມ ເພື່ອຊ່ວຍ ແກ້ໄຂ. ໃນເວລາ ດຽວກັນນີ້ ກໍມີກາຣ ຈັດໃຫ້ມີ ກາຣສັມມະນາ ເຊັ່ນດຽວກັນ ຢູ່ທີ່ກຸງ ພະນົມເປັນ ແລະກຸງຮ່າໂນ່ຍ ໄປພ້ອມໆກັນ.



__________________
Anonymous

Date:
RE: ທູຕ ສະຫະຣັຖ ປະຈໍາ ນະຄອນຫລວງ ວຽງຈັນ ຊ່ວຍຝຶກ ອົບຮົມ ພາສາອັງກິດ ແກ່ເຈົ້າໜ້າທີ່ ລາວ.
Permalink   
 


ເປັນຂ່າວດີຫລາຍ ແລະຫວັງວ່າເຈົ້າໜ້າທີ່ລາວຄົງຈະນໍາເອົາຄວາມຮູ້ໃນການສໍາມະນາຄັ້ງນີ້ໄປໃຊ້ໃຫ້ເກີດປະໂຫຍດ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard