ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວ ຍອມຮັບ ເຖິງຜົນ ກະທົບ ທີ່ເກີດຈາກ ການໃຫ້ ສັມປະທານ ທີ່ດິນ.
Anonymous

Date:
ທາງການລາວ ຍອມຮັບ ເຖິງຜົນ ກະທົບ ທີ່ເກີດຈາກ ການໃຫ້ ສັມປະທານ ທີ່ດິນ.
Permalink   
 


 

ທາງການລາວ ຍອມຮັບ ເຖິງຜົນ ກະທົບ ທີ່ເກີດຈາກ ການໃຫ້ ສັມປະທານ ທີ່ດິນ

ການໃຫ້ ບໍຣິສັດ ຕ່າງໆ ສໍາປະທານ ທີ່ດິນ ຕັ້ງຫລວງຫລາຍ ທັງກວມເອົາ ທີ່ດິນຂອງ ປະຊາຊົນ ນັ້ນ ເປັນບັນຫາ ທີ່ທາງການ ລາວ ບໍ່ສາມາດ ແກ້ໄຂ ໄດ້ງ່າຽໆ ເນື່ອງຈາກວ່າ ຈາກການ ກວດກາ ຂອງແຕ່ລະ ແຂວງ ໃນທົ່ວ ປະເທດ ພົບວ່າມີ ຫລາຍບໍຣິສັດ ສ້າງບັນຫາ ຫຼາຍຢ່າງ ທີ່ສົ່ງຜົນ ກະທົບ ທັງຕໍ່ ສິ່ງແວດລ້ອມ ແລະຕໍ່ ປະຊາຊົນ. ດັ່ງເຈົ້າໜ້າທີ່ ອົງການ ຄຸ້ມຄອງ ທີ່ດິນ ປະຈໍາແຂວງ ສວັນນະເຂດ ເປີດເຜີຍວ່າ:

"ເຣື່ອງມັນມີ ຜົນກະທົບ ຣະຫວ່າງ ປະຊາຊົນ ຫລືວ່າ ຜູ້ປະກອບການ ນີ້ມັນກໍມີ ບໍ່ປາສຈາກ ເຣື່ອງຜົນ ກະທົບ ບໍ່ປະຕິເສດ ກໍບໍ່ໝາຍ ຄວາມວ່າ ຊີ່ບໍ່ມີ ມີຜົນກະທົບ ຕໍ່ສິ່ງແວດລ້ອມ ມີຜົນກະທົບ ຕໍ່ສັງຄົມ ມີຜົນ ກະທົບຕໍ່ ນັກລົງທຶນ ກໍມີ".

ທ່ານເວົ້າ ຕໍ່ໄປວ່າ ນອກຈາກ ຜົນກະທົບ ທີ່ບໍ່ສາມາດ ປະຕິເສດ ໄດ້ນັ້ນແລ້ວ ກໍເປັນເຣື່ອງ ຂອງ ນັກລົງທຶນ ຊຶ່ງສ່ວນຫລາຍ ບໍ່ພໍໃຈ ທີ່ພວກຕົນ ໄດ້ ສໍາປະທານ ເນື້ອທີ່ໜ້ອຍ ຍ້ອນວ່າເຂດ ທີ່ຕ້ອງການນັ້ນ ຈະໄປກວມເອົາ ດິນປ່າສງວນ ເຂດຫວງຫ້າມ ຫລືວ່າ ທີ່ດິນ ຂອງ ປະຊາຊົນ ແລະ ກໍມີ ນັກລົງທຶນ ຈໍານວນນຶ່ງ ບຸກລຸກພື້ນທີ່ ຊະຊາຍ ເພື່ອເຮັດ ທຸຣະກິດ ຂອງຕົນ.

ທີ່ຜ່ານມາ ບາງຄັ້ງ ຣັຖບານລາວ ອະນຸມັດ ໃຫ້ນັກລົງທຶນ ສໍາປະທານ ທີ່ດິນ ໂດຍບໍ່ ປະຕິບັດ ຕາມຂັ້ນຕອນ ຂອງຣະບຽບ ກົດໝາຍ ຄືອະນຸມັດ ໃຫ້ແບບບໍ່ ໄດ້ມີການ ສໍາຣວດ ຈັດສັນແບ່ງເຂດ ຄັກແນ່ ບໍ່ໄດ້ຈັດ ປະເພດດິນ ຢ່າງຊັດເຈນ ອັນເປັນເຫດ ສໍາຄັນ ທີ່ພາໃຫ້ເກີດ ຜົນກະທົບ ຕໍ່ຣະບົບ ນິເວດ ແລະ ສິ່ງແວດລ້ອມ ນັ້ນຖືກ ທໍາລາຍ.



__________________
Anonymous

Date:
Permalink   
 

ຍອມຮັບມາເປັນເວລານຶ່ງທົສວັຕແລ້ວ ແຕ່ບໍ່ມີການປ່ຽນແປງຈັກເທື່ອ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard