ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນຕ້ອງຍອມ ເສັຍດິນດອນຂອງໂຕເອັງໃຫ້ພັກຣັຖ
Anonymous

Date:
ປະຊາຊົນຕ້ອງຍອມ ເສັຍດິນດອນຂອງໂຕເອັງໃຫ້ພັກຣັຖ
Permalink   
 


ປະຊາຊົນຕ້ອງຍອມ ເສັຍດິນດອນຂອງໂຕເອັງໃຫ້ພັກຣັຖ

ທາງການລາວ ໃຫ້ ປະຊາຊົນ ຍອມເສັຍ ທີ່ດິນ ຂອງຕົນ ໃຫ້ໂຄງການ ພັທນາ ຂອງຣັດ ເຊັ່ນວ່າ ໃຫ້ຕ່າງປະເທດ ເຂົ້າມາລົງທຶນ ສ້້າງເຂື່ອນ ໄຟຟ້າ ປູກ ຢາງພາຣາ ສ້າງເຂດ ເສຖກິດ ພິເສດ ເຂດເສຖກິດ ສະເພາະ ແລະ ອື່ນໆນໍາດ້ວຍ

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດ ແຂວງ ບໍ່ແກ້ວ ທ່ານນຶ່ງ ເວົ້າວ່າ:

"ໂຄງການ ເຂົ້າມາ ຣັຖບານ ເພີ່ນວ່າແນວໃດ ກໍຕ້ອງໄດ້ ໄປໂອ້ລົມກັບ ປະຊາຊົນ ໂຄງການໃໝ່ໆ ທີ່ກ່ຽວກັບ ຣັຖບານ ເປັນຜູ້ຄວບຄຸມ ຂຶ້ນກັບ ຣັຖບານ ໂດຍຕົງ ແມ່ນຣັດ ຕ້ອງການເຮັດ ເປັນໂຄງການ ທີ່ ຣັຖບານ ຕ້ອງການ ພັທນາ ປະຊາຊົນ ກໍຕ້ອງຍອມ ໃຫ້".

ນາງກ່າວຕື່ມ ອີກວ່າ ຄວາມຂັດແຍ່ງ ທີ່ເກີດຈາກ ການເວນຄືນ ທີ່ດິນ ການເຊົ່າ ຫລື ສໍາປະທານ ທີ່ດິນ ເພື່ອໂຄງການ ຕ່າງໆໃນ ປະເທດລາວ ນັ້ນ ຕ້ອງເກີດຂຶ້ນ ຢູ່ແລ້ວ ເນື່ອງຈາກວ່າ ປະຊາຊົນ ຍັງບໍ່ເຂົ້າໃຈ ຈຸດປະສົງ ຂອງ ທາງການ ແລະກໍມີ ປະຊາຊົນ ຈໍານວນນຶ່ງ ຊຶ່ງມີທີ່ດິນ ຂອງຕົນ ຕົກຢູ່ໃນເຂດ ໂຄງການ ຂອງຣັດ ທີ່ບໍ່ຕ້ອງການ ການເວນຄືນ ທີ່ດິນ ແຕ່ສ່ວນຫຼາຽ ກໍຈໍາຕ້ອງ ຍອມໃຫ້ຢູ່ດີ ນອກເໜືອ ຈາກ ໂຄງການນັ້ນ ບໍ່ເປັນ ຂອງຣັດ.

ຢ່າງໃດ ກໍຕາມ ກ່ອນໜ້ານີ້ ກໍມີຣາຍງານ ວ່າ ປະຊາຊົນ ຢູ່ຫລາຍພື້ນທີ່ ເຫັນວ່າ ຣັຖບານລາວ ອະນຸມັດ ໃຫ້ນັກ ທຸຣະກິດ ເຂົ້າມາລົງທຶນ ສໍາປະທານ ທີ່ດິນ ໂດຍບໍ່ຄໍານຶງ ເຖິງສິດ ໃນກັມມະສິດ ນໍາໃຊ້ທີ່ດິນ ຂອງ ປະຊາຊົນ ເຮັດໃຫ້ພວກ ເຂົາເຈົ້າ ປະສົບຄວາມ ຫຍຸ້ງຍາກ ຫລາຍຂຶ້ນ ການທໍາມາ ຫາກິນ ຂັດສົນ ຊີວິດການ ເປັນຢູ່ຂອງ ປະຊາຊົນ ໄດ້ຮັບຜົນ ກະທົບຫລາຍ ຈົນວ່າຈໍາຕ້ອງ ໄດ້ຮ້ອງຂໍ ຕໍ່ວ່າໃຫ້ ທາງການ ແກ້ໄຂ



__________________
Anonymous

Date:
RE: ປະຊາຊົນຕ້ອງຍອມ ເສັຍດິນດອນຂອງໂຕເອັງໃຫ້ພັກຣັຖ
Permalink   
 


ຖ້າຣັຖບານມາຈາກປະຊາຊົນ ຄວນເຮັດເພື່ອຜົນປະໂຫຍດຂອງປະຊາຊົນ ແຕ່ເພິ່ນຊໍ້າພັດເຫັນນາຍທຶນຕ່າງຊາດດີກ່ວາ, NO GOOD.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard