ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການປູກກ້ວຍ ຂອງນັກລົງທຶນຈີນທີ່ແຂວງບໍ່ແກ້ວ ຈະເປັນຜົນດີ ຫລື ບໍ່ດີຕໍ່ປະຊາຊົນລາວ
Anonymous

Date:
ການປູກກ້ວຍ ຂອງນັກລົງທຶນຈີນທີ່ແຂວງບໍ່ແກ້ວ ຈະເປັນຜົນດີ ຫລື ບໍ່ດີຕໍ່ປະຊາຊົນລາວ
Permalink   
 


ການປູກກ້ວຍ ຂອງນັກລົງທຶນຈີນທີ່ແຂວງບໍ່ແກ້ວ ຈະເປັນຜົນດີ ຫລື ບໍ່ດີຕໍ່ປະຊາຊົນລາວ

khgmjt15674lgktrgjrnoijgrkgjrjgpo.,26.3.2012.JPG
 

ນັກ ​ລົງ­ທຶນ​ຈາກ​ຈີນ​ເກືອບສິບ​ບໍ­ລິ­ສັດໄດ້​ທຸ່ມ​ເງິນ​ມະ­ຫາສານ​ເຂົ້າ​ໃສ່​ການ​ ປູກ​ກ້ວຍ​ໃນ 2 ເມືອງ ທີ່​ແຂວງ​ບໍ່​ແກ້ວ ໂດຍນຳ​ໃຊ້​ເນື້ອ­ທີ່​ປູກ​ສາ­ລີ​ໃນ​ເມື່ອກ່ອນ​ແລ້​ວ 2 ພັນ​ເຮັກ­ຕາ ເພື່ອ​ປູກ ກ້ວຍ​ສົ່ງ​ອອກ, ຂະ­ນະ​ທີ່​ປະ­ຈຸບັນ ຜູ້​ປະ­ກອບ​ການ​ພາຍ​ໃນ​ຢ່າງໂຮງ​ອົບ​ສາ­ລີ, ກຸ່ມ​ການ​ຜະ­ລິດສາ­ລີ, ບໍ­ລິ­ສັດ​ຊຸກ­ຍູ້​ການ​ຜະ­ລິດສາ­ລີ​ໃກ້​ພົບ​ທາງ​ຕັນ​ເພາະ​ບໍ່​ມີ​ວັດຖຸ​ດິບ.

 26_3_2012grgnrnghr045grgrgbrhgooj_mrgmri.JPG



-- Edited by buckhumnoy on Monday 26th of March 2012 02:22:42 AM

__________________
Anonymous

Date:
RE: ການປູກກ້ວຍ ຂອງນັກລົງທຶນຈີນທີ່ແຂວງບໍ່ແກ້ວ ຈະເປັນຜົນດີ ຫລື ບໍ່ດີຕໍ່ປະຊາຊົນລາວ
Permalink   
 


ໂຮງງານອົບສາລີຂອງໄທຢູ່ບ້ານສາມຊົງ ເມືອງແກ່ນທ້າວ ແຂວງໄຊຍະບຸລີ ຫັ້ນຫວາຈະພົບທາງຕັນ? ຫລືໂຮງອົບສາລີແຫ່ງໃດ່? ຊ່ອຍເວົ້າສູ່ຟັງຕື່ມແດ່. ສອງສາມປີກ່ອນ ມີນັກທຸລະກິດລາວຄົນນຶ່ງມາຢາມແລະຊັກຊວນໃຫ້ຂ້ອຍລົງທຶນເຮັດສວນສາລີຂາຍປ້ອນໂຮງງານອົບສາລີຂອງທ່ານປະເວດ ແຕ່ຂ້ອຍບໍ່ຕັດສິນໃຈເຮັດນໍາ.

__________________
Anonymous

Date:
Permalink   
 

Anonymous wrote:

ໂຮງງານອົບສາລີຂອງໄທຢູ່ບ້ານສາມຊົງ ເມືອງແກ່ນທ້າວ ແຂວງໄຊຍະບຸລີ ຫັ້ນຫວາຈະພົບທາງຕັນ? ຫລືໂຮງອົບສາລີແຫ່ງໃດ່? ຊ່ອຍເວົ້າສູ່ຟັງຕື່ມແດ່. ສອງສາມປີກ່ອນ ມີນັກທຸລະກິດລາວຄົນນຶ່ງມາຢາມແລະຊັກຊວນໃຫ້ຂ້ອຍລົງທຶນເຮັດສວນສາລີຂາຍປ້ອນໂຮງງານອົບສາລີຂອງທ່ານປະເວດ ແຕ່ຂ້ອຍບໍ່ຕັດສິນໃຈເຮັດນໍາ.


 

  ປະ­ສົບ​ການ​ທີ່​ຜ່ານ​ມາ​ກ່ຽວກັບ​ການ​ປູກ​ກ້ວຍ​ຂອງ​ເມືອງ​ສິງ ແຂວງ​ຫລວງ​ນໍ້າ​ທາ ໄດ້​ເລີ່ມການ​ປູກ​ກ້ວຍ ໂດຍ​ໃຫ້​ເຊົ່າ​ທີ່​ດິນປູກ​ໃນ​ເຂດ​ດິນ​ເນີນ​ສູງ, ໃນ​ຂັ້ນຕໍ່​ມາ​ການ​ປູກ​ກ້ວຍ​ໄດ້​ລາມ​ໄປ ເຊົ່າ​ດິນ​ນາ ແລະ ເປັນ​ສາ­ເຫດເຮັດ​ໃຫ້​ຂາດ​ຄວາມ​ຫມັ້ນ­ຄົງທາງ​ດ້ານ​ເຂົ້າ​ກິນ, ສິ່ງ​ຕາມ​ມາຈຳ­ເປັນ​ຕ້ອງ​ໄດ້​ຊື້​ເຂົ້າ​ກິນ​ຈາກບ່ອນ​ອື່ນ ແລະ ເຮັດ​ໃຫ້​ລາ­ຄາ​ເຂົ້າແພງ, ບໍ່​ຖືກ​ຕາມ​ນະ­ໂຍ­ບາຍ​ຂອງພັກ-ລັດ​ກ່ຽວ​ກັບ​ການ​ຄ້ຳ­ປະ­ກັນສະ­ບຽງ​ອາ­ຫານ, ສິ່ງ​ຕາມ​ມາອີກ​ຄື​ນັກ­ທຸ­ລະ­ກິດ​ບາງ​ຄົນ​ໄດ້​ຖິ້ມສວນ​ກ້ວຍ, ໂດຍ​ສະ­ເພາະ​ແມ່ນ​ປີທີ 3 ປະ​ສວນ​ກ້ວຍ​ໄວ້​ໃຫ້​ເຈົ້າຂອງ​ດິນ​ຫມາກ­ກ້ວຍ​ກໍ່​ຂາຍ​ບໍ່​ໄດ້ ແລະ ການ​ອະ­ນາ­ໄມ​ກໍ​ກ້ວຍ​ອອກຈາກ​ພື້ນ​ທີ່​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ ແລະ ສິ້ນ​ເປືອງ​ຫລາຍ.

   ນອກ­ຈາກ​ນັ້ນ ຍັງ​ໄດ້​ສົ່ງ​ຜົນກະ­ທົບ​ຕໍ່​ກຸ່ມ​ຜະ­ລິດ​ສາ­ລີ​ຄື​ຖືກ​ຍຸບໄປ​ໃນ​ຕົວ, ບໍ­ລິ­ສັດ​ຊຸກ­ຍູ້​ການ​ຜະລິດ​ເຊິ່ງ​ເປັນ​ຄົນ​ລາວ​ຂາດ​ລາຍຮັບ, ບັນ­ດາ​ໂຮງ​ອົບ​ສາ­ລີ​ທີ່​ເປັນຫນໍ່​ແຫນງ​ໃຫ້​ແກ່​ການ​ຫັນ­ປ່ຽນເປັນ​ ອຸດ­ສາ­ຫະ­ກຳ-ກະ­ສິ­ກຳ​ຖືກຍຸບ​ໄປ​ໃນ​ຕົວ​ເພາະ​ບໍ່​ມີ​ວັດ­ຖຸ​ດິບ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard