ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຂາດຫຼັກຖານ ລົງໂທດພວກຄ້າຢາ
Anonymous

Date:
ທາງການລາວຂາດຫຼັກຖານ ລົງໂທດພວກຄ້າຢາ
Permalink   
 


 

ທາງການລາວຂາດຫຼັກຖານ ລົງໂທດພວກຄ້າຢາ

ບັນຫາ ຢາເສພຕິດ ທີ່ກ່ຽວພັນ ກັບນັກ ທ່ອງທ່ຽວ ຕ່າງຊາດ ໃນໂຕເມືອງໃຫຍ່ ສ່ວນຫລາຍ ຈະແມ່ນ ກຸ່ມຄົນຂັບຣົຖ ຈໍາໂບ້ ເປັນຜູ້ຫາ ມາໃຫ້ ແລະໃນ ປັດຈຸບັນ ທາງການ ຍັງບໍ່ສາມາດ ຫາຫລັກຖານ ບໍ່ໄດ້. ເຈົ້າໜ້າທີ່ ຮັກສາ ຄວາມສງົບ ນະຄອນຫລວງ ວຽງຈັນ ເປີດເຜີຍວ່າ:

"ຖ້າວ່າເຮົາມີ ຂໍ້ມູນ ເຮົາກໍຈັບ ກຸມໄດ້ ແຕ່ທີ່ຜ່ານມາ ນີ້ກໍບໍ່ທັນມີ ຫລາຍປານໃດ ຕົວນີ້ມັນ ກໍບໍ່ແນ່ ມັນກໍມີ ພວກຈໍາໂບ້ ພວກນີ້ມັນ ພວກລັກເຮັດ ພວກອື່ນໆ ກໍຊິມີເຊັ່ນ ດຽວກັນ ແຕ່ວ່າພວກເຮົາ ຈະຮູ້ເຂົາ ຫລືບໍ່ ເທົ່ານັ້ນ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ການລັກຂາຍ ຢາເສພຕິດໃຫ້ນັກ ທ່ອງທ່ຽວນີ້ ສ່ວນຫລາຍ ຈະແມ່ນ ຄົນຂັບຣົຖ ພະນັກງານ ຍາມບ້ານພັກ ຄົນເສີບອາຫານ ແລະ ຄົນທໍາຄວາມ ສະອາດ ຕາມໂຮງແຮມ ບ້ານພັກ ທີ່ສາມາດ ພົວພັນ ກັບນັກ ທ່ອງທ່ຽວ ໄດ້ງ່າຍ. ປັດຈຸບັນ ຢູ່ລາວ ຄ່າຄອງຊີພສູງ ແຕ່ລາຍຮັບ ຂອງຄົນງານ ຂັ້ນຕໍ່າ ບໍ່ສົມດູນ ກັບຄ່າ ຄອງຊີພ ກໍເລີຍສ່ຽງ ຫາເງິນແບບ ຜິດກົດໝາຍ ໄປນໍາ ແລະ ທາງການ ກໍບໍ່ສາມາດ ປາບປາມໄດ້.

ອິງຕາມ ລາຍງານ ຂອງອົງການ ອາສຍາກັມ ແລະ ຢາເສພຕິດ ສະຫະປະຊາຊາດ UNODC ຈາກ ນະຄອນຫລວງ ວຽງຈັນ ການແພ່ລະບາດ ຂອງ ຢາເສພຕິດ ໃນລາວ ໂດຍສະເພາະ ນະຄອນຫລວງ ວຽງຈັນ ມີຄວາມຮຸນແຮງ ເພີ້ມຂຶ້ນ ທັງຈໍານວນ ຢາເສພຕິດ ຂະບວນການຄ້າ ແລະ ຜູ້ເສພ. UNODC ກ່າວວ່າ ຂະບວນການຄ້າ ຢາເສພຕິດ ໃນລາວ ແມ່ນຂນາດນ້ອຍ ຫາ ຂນາດກາງ ຊຶ່ງທາງການ ລາວ ຕ້ອງໄດ້ ພຍາຍາມ ຫາທາງແກ້ໄຂ ປາບປາມ ບັນຫາ ດ້ວຍຕົນເອງ ແລະ ບໍ່ຄວນອາສັຍ ແຕ່ການ ຊ່ວຍເຫລືອ ຈາກນາໆຊາດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard