ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກລັດເຊັນສັນຍາ ຂາຍຊາດອີກແລ້ວ
Anonymous

Date:
ພັກລັດເຊັນສັນຍາ ຂາຍຊາດອີກແລ້ວ
Permalink   
 


ພັກລັດເຫັນດີໃຫ້ນັກລົງທຶນຈີນ ສໍາຫລວດແຮ່ເກືອກາລີຢູ່ນະຄອນຫລວງ

  ລັດ­ຖະ­ບານ ​ລາວ​ໄດ້​ອະ­ນຸມັດ​ໃຫ້​ບໍ­ລິ­ສັດປັກ​ກິ່ງ​ປູ​ເຢ​ລົງ­ທຶນ (ລາວ) ຈຳ­ກັດ ເຂົ້າ​ຊອກ​ຄົ້ນ ແລະ ສຳ​ຫລວດ​ແຮ່​ເກືອ​ກາ­ລີ (ໂປ​ຕາດ​ສ) ຢູ່​ເຂດ​ບ້ານ​ຫາດກ້ຽງ, ບ້ານ​ປາກ​ຊາບ, ບ້ານ ຫລັກ 51 ເມືອງ​ໄຊ​ທາ­ນີ ແລະ ບ້ານ​ແສນ​ອຸ­ດົມ ເມືອງ​ປາກ​ງື່ມ ນະ­ຄອນ­ຫລວງ​ວຽງ​ຈັນ ໃນ​ເນື້ອທີ່ 259,4 ກິ­ໂລ­ແມັດ

  ພິ­ທີ​ເຊັນ​ສັນ­ຍາ​ໄດ້​ມີ​ຂຶ້ນ​ໃນຕອນ​ແລງ​ມື້­ວານ​ນີ້ ທີ່​ກະ­ຊວງແຜນ­ການ ແລະ ການ​ລົງ­ທຶນ, ຕາງ­ຫນ້າ​ໃຫ້​ລັດ­ຖະ­ບານ​ລາວລົງ​ນາມ​ໂດຍ ທ່ານ ດຣ. ບຸນ​ທະວີ ສີ​ສຸ­ພັນ​ທອງ ລັດ​ຖະ​ມົນຕີ ຊ່ວຍ​ວ່າ­ການ​ກະ­ຊວງ​ແຜນການ ແລະ ການ​ລົງ­ທຶນ ກັບ ທ່ານ ຊູ​ກາວ​ມິງ ປະ­ທານ​ບໍ­ລິ­ສັດ ປັກ​ກິ່ງ​ປູ​ເຢ​ລົງ­ທຶນ (ລາວ) ຈຳກັດ, ນອກ​ນີ້ ຍັງ​ມີ​ບັນ­ດາ​ທ່ານແຂກ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

   ໂດຍ​ລັດ­ຖະ­ບານໄດ້​ອະ­ນຸ­ມັດ​ໃຫ້​ບໍ­ລິ­ສັດ​ດັ່ງ­ກ່າວ ເຂົ້າ​ຊອກ​ຄົ້ນ ແລະ ສໍາ​ຫລວດ​ແຮ່ເກືອ​ກາ­ລີ (ໂປ​ຣຕາດ​ສ) ໃນ 2 ເມືອງ​ຂອງ​ນະ­ຄອນ­ຫລວງ​ວຽງຈັນ​ຄື: ເຂດ​ບ້ານ​ຫາດ​ກ້ຽງ, ບ້ານ​ປາກ​ຊາບ, ບ້ານ​ຫລັກ 51 ເມືອງ​ໄຊ​ທາ­ນີ ແລະ ບ້ານ​ແສນ​ອຸດົມ ເມືອງ​ປາກ​ງື່ມ​ໃນ​ເນື້ອ­ທີ່​ທັງ ຫມົດ 259,4 ກິ­ໂລ­ແມັດ.

   ໃນ​ພິ­ທີ​ດັ່ງ­ກ່າວ ທ່ານ ຊູ​ກາວ ມິງ ໄດ້​ກ່າວ​ວ່າ: ບໍ­ລິ­ສັດ​ປັກ​ກິ່ງປູ​ເຢ​ລົງ­ທຶນ​ແມ່ນ​ມີ​ປະ­ສົບ​ການໃນ​ການ​ສໍາ​ຫລວດ​ຂຸດ​ ຄົ້ນ​ແຮ່ເກືອ, ຄຳ ແລະ ທອງ ມາ​ຫລາຍ ກວ່າ 30 ປີ, ປະ­ຈຸ​ບັນ​ບໍ­ລິ­ສັດ​ມີກຳ­ມະ­ສິດ​ບໍ່​ແຮ່ 56 ແຫ່ງ​ຢູ່​ພາຍໃນ ແລະ ຕ່າງ­ປະ­ເທດ ມີ​ເນື້ອ­ທີ່ທັງ​ຫມົດ 2.220 ກິ­ໂລ­ແມັດ, ມີຖານ​ການ​ຜະ­ລິດ 7 ແຫ່ງ, 3 ສາຂາ ບໍ­ລິ­ສັດ​ລູກ ລວມ​ມີ​ພະ­ນັກງານ​ປະ­ມານ 5.000 ກວ່າ​ຄົນ, ສາ­ມາດ​ຂຸດ​ຄົ້ນ​ບໍ່​ຄຳ​ໄດ້ 7.500 ໂຕນ​ຕໍ່​ມື້, ມີ​ຄວາມ​ສາ­ມາດ​ປຸງແຕ່ງ​ຄຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໄດ້ 1.000 ໂຕນ, ສາ­ມາດ​ຜະ­ລິດ​ຄຳໄດ້ 16 ໂຕນ, ເງິນ 40 ໂຕນ, ຜະ­ລິດ​ທອງ​ສາຍ​ໄຟ­ຟ້າ 10.000 ໂຕນ, ແຜ່ນ​ທອງ​ທີ່​ມີ​ຄຸນ​ນະ​ພາບ 13.500 ໂຕນ​ຕໍ່​ປີ



__________________
Anonymous

Date:
Permalink   
 

ເສດຖີລາວໄປນອນຄ້າງຢູ່ໃສຈຶ່ງບໍ່ໄປປະມູນແຂ່ງກັບຕ່າງຊາດພໍໃຫ້ລູກຫລານຄົນລາວໄດ້ມີວຽກເຮັດງານທໍາແລະມີເງິນຊື້ຟີໂນຂີ່ໄປສົ່ງລູກເຂົ້າໂຮງຮຽນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard