ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພິທີທຳບຸນ ແລະ ເຄື່ອນຍ້າຍອັດຖິອະດີດການນຳຮຸ່ນທຳອິດ ແລະ ຜູ້ນຳອື່ນໆ


Guru

Status: Offline
Posts: 622
Date:
ພິທີທຳບຸນ ແລະ ເຄື່ອນຍ້າຍອັດຖິອະດີດການນຳຮຸ່ນທຳອິດ ແລະ ຜູ້ນຳອື່ນໆ
Permalink   
 


ພິທີທຳບຸນ ແລະ ເຄື່ອນຍ້າຍອັດຖິອະດີດການນຳຮຸ່ນທຳອິດ ແລະ ຜູ້ນຳອື່ນໆ

cops.jpg

REVOLUTIONARY-CEMETARY2A.jpgthe-fuzz.jpg13-N.jpgKaison-Phomivan.jpgmilitary-parade.jpg

(ຂປລ): ແຕ່ວັນທີ 23-24 ມີນາ 2012 ນີ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ຫລັກ 6 ນະຄອນຫລວງວຽງຈັນ, ຄະນະບໍລິຫານງານສູນ
ກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຈັດພິທີທຳບຸນ ແລະ ເຄື່ອນຍ້າຍອັດຖິອະດີດການນຳຮຸ່ນທຳອິດ ແລະ ຜູ້ນຳອື່ນໆ ໄປສູ່ສຸສານແຫ່ງຊາດ
ຫລັກ 24 ເຊິ່ງມີທ່ານ ໄກສອນ ພົມວິຫານ, ທ່ານ ສຸພານຸວົງ, ທ່ານ ຫນູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ
ສີສົມພອນ ລໍວັນໄຊ, ທ່ານ ສາລີ ວົງຄຳຊາວ, ທ່ານ ໄມຈັນຕານ ແສງມະນີ, ທ່ານ ອຸດົມ ຂັດຕິຍະ(ຖືກຂ້າຕາຍຈາກນ້ຳມືແກວໃນທ້າຍປິ 1999) ທ່ານ ສົມລັດ ຈັນທະມາດ, ທ່ານ ພົນໂທ
ໂອສະກັນ ທຳມະເທວາ, ທ່ານ ຄຳບູ່ ສຸນິໄຊ, ທ່ານ ພົນຕີ ສົມເພັດ ທິບມາລາ ແລະ ທ່ານ ດຣ. ແຫວນທອງ ຫລວງວິໄລ ໂດຍມີທ່ານ ຈູມມາລີ
ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ບັນດາທ່ານໃນ
ຄະນະກຳມະການກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ, ຄະນະສະພາແຫ່ງຊາດ, ຄະນະລັດຖະບານຕະຫລອດຮອດພະນັກ
ງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດກໍ່ຄືປະຊາຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມ. ພິທີທຳບຸນ ແລະ ເຄື່ອນ
ຍ້າຍອັດຖິອະດີດການນຳຮຸ່ນທຳອິດ ແລະ ຜູ້ນຳອື່ນໆໄປສູ່ສຸສານແຫ່ງຊາດດັ່ງກ່າວແມ່ນປະຕິບັດຕາມການຕົກລົງຂອງກົມການເມືອງສູນກາງພັກຄັ້ງ
ວັນທີ 3 ເມສາ 2011 ວ່າດ້ວຍການກໍ່ສ້າງທາດອັດຖິຂອງອະດີດການນຳຮຸ່ນທຳອິດ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນ ກາງພັກກ່ຽວ ກັບການແຕ່ງຕັ້ງຄະນະຮັບຜິດຊອບກະກຽມການເຄື່ອນຍ້າຍອັດຖິອະດີດການນຳຮຸ່ນທຳອິດ ແລະ ຜູ້ນຳອື່ນໆໄປສູ່ສຸສານແຫ່ງຊາດ ຄັ້ງວັນທີ 7 ມີນາ
2012 ເພື່ອສະແດງຄວາມກະຕັນຍຸຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີຕໍ່ອະດີດຜູ້ນຳພັກທີ່ໄດ້ອຸທິດຊີວິດ, ເລືອດເນື້ອເພື່ອນຳພາພາລະກິດຕໍ່ສູ້ປົດ
ປ່ອຍຊາດສ້າງວິລະກຳອັນລ້ຳເລີດ ແລະ ກອບກູ້ເອົາຄວາມເປັນເອກະລາດອິດສະຫລະພາບແຫ່ງຊາດນຳເອົາຄວາມສົມບູນພູນສຸກມາສູ່ປະເທດຊາດ
ແລະ ປະຊາຊົນລາວບັນດາເຜົ່າ. ການເຕົ້າໂຮມເອົາອັດຖິຂອງອະດີດການນຳຮຸ່ນທຳອິດ ແລະ ຜູ້ນຳອື່ນໆໄປສະຖິດໄວ້ຢູ່ສະຖານທີ່ດຽວກັນໂດຍການ
ຈັດຕັ້ງພັກ-ລັດ ເປັນຜູ້ປົກປັກຮັກສາ ແລະ ຄຸ້ມຄອງໃຫ້ຍືນຍົງນັ້ນເພື່ອໃຫ້ຄົນຮຸ່ນສືບທອດສັກກາລະບູຊາ ແລະ ຮ່ຳຮຽນເອົາ​​ແບບຢ່າງຕໍ່ໆກັນໄປ,
ເປັນການສຶກສາອົບຮົມປຸກລະດົມຈິດໃຈຮັກຊາດ, ຮັກລະບອບໃຫມ່ຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ເພື່ອເປັນກຳລັສັງລວມເຂົ້າໃສ່
ຂະບວນການຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາກໍ່ຄືການຈັດຕັ້ງປະຕິບັດບັນດາຄາດຫມາຍທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່
ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ບັນລຸຜົນສຳເລັດທັງເປັນເຫດການທີ່ມີຄວາມສຳຄັນທາງການເມືອງ ແລະ ປະຫວັດສາດ ໂດຍຕິດພັນ
ກັບການຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 57 ປີ ໃນປີນີ້ໃຫ້ມີເນື້ອໃນເລິກເຊິ່ງ. ວັນທີ 23 ມີນາ 2012 ເຊິ່ງແມ່ນມື້ຫ້າງຫາກະກຽມ,
ໃນເວລາ 15:30 ໂມງ ໄດ້ເຄື່ອນຍ້າຍອັດຖິຂອງບັນດາອະດີດການນຳທີ່ຢູ່ກະແຈກກະຈາຍໄປລວມກັນຢູ່ເດີ່ນຫໍພິພິທະພັນ ໄກສອນ ພົມວິຫານ ຫລັກ
6: ນັບແຕ່ເວລາ 16:00 ໂມງ ເປັນຕົ້ນໄປກໍ່ໄດ້ມີພິທີຕັ້ງກອງບຸນເພື່ອອຸທິດກຸສົນເຖິງອະດີດການນຳທີ່ລ່ວງລັບໄປແລ້ວ; ຕອນແລງສູດປະລິຕະມຸງຄຸນ
ໂດຍພະສົງ 120 ອົງ. ສ່ວນຕອນຄ່ຳຂອງມື້ດຽວກັນກໍ່ໄດ້ຄົບງັນຕາມຮີດຄອງປະເພນີຢູ່ເດີ່ນຫໍພິພິທະພັນ ໄກສອນ ພົມວິຫານ ຫລັກ 6. ວັນທີ 24 ມີ
ນາ 2012 ຕອນເຊົ້າເວລາ 7:00 ໂມງຈັດພິທີໃສ່ບາດຖວາຍສັງຄະທານພະສົງ 120 ອົງ ຢູ່ເດີ່ນຫໍພິພິທະພັນ ໄກສອນ ພົມວິຫານ ຫລັກ 6: ເວລາ
15:00 ໂມງ ເລີ່ມພິທີເຄື່ອນຍ້າຍອັດຖິການນຳຈາກຫໍພິພິທະພັນ ໄກສອນ ພົມວິຫານ ຫລັກ 6 ໄປ ຍັງສຸສານແຫ່ງຊາດຫລັກ 24. ເວລາ 16:00 ໄດ້
ຈັດພິທີໂຮມຊຸມນຸມຢູ່ສຸສານແຫ່ງຊາດ ຫລັກ 24 ເພື່ອສະດຸດີຜົນງານ ແລະ ໄວ້ອາໄລເຖິງການນຳທີ່ລ່ວງລັບໄປ. ຈາກນັ້ນໄດ້ເອົາອັດຖິເຂົ້າທາດ.............



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard