ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກວມເອົາ 7 ໝູ່ ບ້ານ​ຂອງ​ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ໄຊ​ທາ­ນີ ໄລ­ຍະ​ສຳ​ປະ­ທານ 50 ປີ
Anonymous

Date:
ກວມເອົາ 7 ໝູ່ ບ້ານ​ຂອງ​ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ໄຊ​ທາ­ນີ ໄລ­ຍະ​ສຳ​ປະ­ທານ 50 ປີ
Permalink   
 


ກວມເອົາ 7 ໝູ່ ບ້ານ​ຂອງ​ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ໄຊ​ທາ­ນີ ໄລ­ຍະ​ສຳ​ປະ­ທານ 50 ປີ

ວັນ ​ທີ 26 ມີ­ນາ 2012 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ ໄດ້​ສໍາ​ມະ​ນາ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຂພສ) ຂຶ້ນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ບຸນ​ເພັງ ມູນ​ໂພ​ໄຊ ລັດ­ຖະ­ມົນ­ຕີ​ປະ­ຈຳ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ ຮອງ​ປະ­ທານ​ຜູ້​ປະ­ຈຳ­ການ ຄະ­ນະ​ກຳ­ມະ­ການ​ແຫ່ງ​ຊາດ​ລາວ ເພື່ອ​ຄຸ້ມ​ຄອງ ຂພສ ມີ​ບັນ­ດາ​ທ່ານ​ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ ກໍ​ຄື​ການ​ນຳ​ນະ­ຄອນ­ຫຼວງ ແລະ ນັກ­ທຸ­ລະ­ກິດ​ເຂົ້າ​ຮ່ວມ.

ການ ​ຈັດ​ສຳ​ມະ​ນາ​ຄັ້ງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້­ການ​ນຳ​ນະ­ຄອນ­ຫຼວງ ກໍ​ຄື​ຜູ້​ເຂົ້າ​ຮ່ວມ​ເຂົ້າ­ໃຈ ແລະ ກໍາ​ໄດ້​ເນື້ອ​ໃນ​ຈິດ­ໃຈ ແລະ ນະ­ໂຍ­ບາຍ​ຂອງ​ພັກ-ລັດ­ຖະ­ບານ​ລາວ​ເຮົາ ໃນ​ການ​ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດ­ທະ­ນາ ໃນ​ປີ 2020 ໂດຍ​ສະ­ເພາະ​ເຂົ້າ­ໃຈ​ຕໍ່​ການ​ສ້າງ​ເຂດ​ເສດ­ຖະ­ກິດ ຂພສ ຊຶ່ງ​ກອງ​ປະ­ຊຸມ​ໄດ້​ຜ່ານ​ຂໍ້​ຕົກ­ລົງ​ສ້າງ­ຕັ້ງ​ເຂດ​ພັດ­ທະ­ນາ​ກວມ​ລວມ​ໄຊ​ ເຊດ​ຖາ ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ບໍ­ລິ­ຫານ ຂພສ ສະ­ເໜີ​​ກ່ຽວ​ກັບ​ການ​ພັດ­ທະ­ນາ ຂພສ ແຜນ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ ຂພສ ຢູ່ ສປປ ລາວ ແຜນ​ແມ່​ບົດ​ການ​ພັດ­ທະ­ນາ ຂພສ ແລະ ອື່ນໆ ຫຼັງ​ຈາກ​ນັ້ນ ກໍ​ໄດ້​ເປີດ​ກ້ວ​າງ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ ໄດ້​ຮັບ​ຜົນ­ສຳ­ເລັດ​ຕາມ​ລະ­ດັບ​ຄາດ­ໝາຍ.

ໃນ ​ການ​ສໍາ​ມະ​ນາ​ຄັ້ງ​ນີ້ ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ ຍັງ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຂພສ ຢູ່​ໃນ​ນະ­ຄອນ­ຫຼວງ ຄື: ປັດ­ຈຸ­ບັນ​ຢູ່​ນະ­ຄອນ­ຫຼວງ ມີ 2 ຈຸດ ໜຶ່ງ: ເຂດ​ເສດ­ຖະ­ກິດ ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ວຽງ​ຈັນ-ໂນນ​ທອງ ແລະ ສອງ:ເຂດ ​ພັດ­ທະ­ນາ​ກວມ​ລວມ​ໄຊ​ເຊດ​ຖາ ສະ­ເພາະ​ແຜນ​ພັດ­ທະ­ນາ​ກວມ​ລວມ​ໄຊ​ເຊດ​ຖາ​ນີ້ ນະ­ຄອນ­ຫຼວງ​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ໄດ້​ເຊັນ​ສັນ­ຍາ​ກັບ​ບໍ­ລິ­ສັດ​ແຂວງ​ຢຸນ​ນານ ສປ.ຈີນ ສ້າງ­ຕັ້ງ​ບໍ­ລິ­ສັດ​ຮ່ວມ​ທຶນ ລາວ-ຈີນ ຂຶ້ນ ເພື່ອ​ພ້ອມ​ກັນ​ພັດ­ທະ­ນາ​ເຂດ​ດັ່ງ­ກ່າວ ຊຶ່ງ​ໄດ້​ກຳ­ນົດ​ເອົາ​ເນື້ອ­ທີ່​ດິນ ຈຳ­ນວນ 1.000 ເຮັກ­ຕາ ກວມ​ເອົາ 7 ບ້ານ​ຂອງ​ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ໄຊ​ທາ­ນີ ໄລ­ຍະ​ສໍາ​ປະ­ທານ 50 ປີ ຕໍ່​ໄດ້ 25 ປີ ປັດ­ຈຸ­ບັນ ການ​ນໍາ​ນະ­ຄອນ­ຫຼວງ ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ແກ້​ໄຂ​ທີ່​ດິນ ສໍາ​ຫຼວດ ກຳ­ນົດ​ຂໍ້​ມູນ ຂຶ້ນ​ແຜນ​ຈ່າຍ​ເງິນ​ເພື່ອ​ຊົດ​ເຊີຍ ແກ່​ເຈົ້າ​ຂອງ​ດິນ​ທີ່​ຜົນ​ກະ­ທົບ​ຈາກ​ໂຄງ­ການ ພ້ອມ​ກັນ​ນັ້ນ ການ​ນໍາ​ນະ­ຄອນ­ຫຼວງ ກໍ​ໄດ້​ຮັບ­ຮອງ​ເອົາ​ແຜນ​ແມ່​ບົດ​ເຂດ​ກວມ​ລວມ​ໄຊ​ເຊດ​ຖາ ແລະ ປັດ­ຈຸ­ບັນ ກຳ­ລັງ​ກະ­ກຽມ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ລັດ­ຖະ­ບານ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard