ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວເມືອງດັກຈື້ງບາງບ້ານ ອາຈຕ້ອງໂຍກຍ້າຍ
Anonymous

Date:
ຊາວເມືອງດັກຈື້ງບາງບ້ານ ອາຈຕ້ອງໂຍກຍ້າຍ
Permalink   
 


 

ຊາວເມືອງດັກຈື້ງບາງບ້ານ ອາຈຕ້ອງໂຍກຍ້າຍ

ຊາວບ້ານ ໃນເມືອງ ດັກຈຶ້ງ ແຂວງເຊກອງ ຕ້ອງໄດ້ ໂຍກຍ້າຍ ຖ້າເຂດ ເສຖກິດ ສະເພາະ ຖືກ ອະນຸມັດ ໃຫ້ພວກ ນັກລົງທຶນ.

F-Dak-Jung-sekong.jpg

Travel-Asia

ການພັທນາ ຖນົນເສັ້ນທາງ ເມືອງດັກຈື້ງ ແຂວງເຊກອງ ທີ່ຈະຊ່ວຍໃຫ້ ທຸກຢ່າງ ໃນທຸກໝູ່ບ້ານ ສະດວກຂື້ນ

ແຂວງເຊກອງ ມີແຜນການ ຈະຫລຸດຜ່ອນ ຄວາມທຸກຍາກ ພາຍໃນແຂວງ ດ້ວຍການສ້າງ ເຂດເສຖກິຈ ສະເພາະ ທີ່ ເມືອງດັກຈື້ງ ເພື່ອສົ່ງເສີມ ການຄ້າ ການລົງທືນ ແລະ ການທ່ອງທ່ຽວ ຮ່ວມດ້ວຍ ຜລິຕພັນ ການກະເສດ ແລະ ລ້ຽງສັດ ຊື່ງໃນ ປັດຈຸບັນ ທາງການແຂວງ ກໍໄດ້ສຳຣວດ ພື້ນທີ່ ບາງສ່ວນແລ້ວ ແລະ ຈະສເນີຜົລ ການສຳຣວດ ໄປຍັງຣັຖບານ ເພື່ອຂໍ ອະນຸມັດ. ເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ:

"ເຂດເສຖິຈສະເພາະ ເຂົາເອີ້ນວ່າ ສ້າງກຳລັງ ແຮງສະເພາະ ມັນເຊື່ອມ ຕໍ່ຣະຫວ່າງ ລາວ-ວຽດນາມ ຫ່າງຈາກ ໂຕເມືອງປະມານ 10 ກິໂລແມັດ ນີ້ແຫລະ ເພື່ອພັທນາ ເສຖກິດ ແລະ ຫລຸດຜ່ອນ ຄວາມທຸກຍາກ".

ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ເມືອງດັກຈຶ້ງ ເປັນ ເມືອງທຸກຍາກ ທີ່ສຸດ ໃນແຂວງ ປະຊາຊົນ ສ່ວນໃຫຍ່ ເປັນຊາວເຜົ່າ ບໍ່ມີວຽກເຮັດ ແລະ ຂາດ ສາທາຣະນະ ປະໂພຄ ປະເພດຕ່າງໆ ເຊັ່ນ ຣະບົບ ນ້ຳປະປາ ໄຟຟ້າ ສ້ວມຖ່າຍ ຖ້າມີເຂດ ເສຖກິດພິເສດ ໃນເມືອງ ກໍຈະສົ່ງ ຜົລດີ ແກ່ ປະຊາຊົນ ໃຫ້ ມີຢູ່ມີກີນ ແລະ ມີວຽກງານເຮັດ. ທ່ານວ່າ ພື້ນທີ່ ໃນການ ສ້າງເຂດ ເສຖກິດສະເພາະ ບາງສ່ວນນັ້ນ ໄດ້ກວມເອົາ ທີ່ດີນ ຂອງ ປະຊາຊົນ ທ່ານກ່າວ ເພີ້ມອີກວ່າ:

"ກະມີດີນເຂົາຢູ່ ກະມີບ່ອນ ບໍ່ແມ່ນດີນ ເຂົາອີກ ບໍ່ໄດ້ຍ້າຍ ເພາະວ່າມັນ ຢູ່ບ່ອນ ເປົ່າຫວ່າງ".

ໃນປັດຈຸບັນ ໂຄງການ ດັ່ງກ່າວ ຍັງບໍ່ມີ ນັກລົງທືນ ເທື່ອ ແຕ່ໃນອະນາຄົດ ທາງແຂວງ ຄາດວ່າ ຈະມີນັກລົງທືນ ຕ່າງຊາດ ເຂົ້າມາລົງທືນ ຢ່າງຫລວງຫລາຍ ໂດຍສະເພາະ ກຸ່ມນັກລົງທຶນ ຈາກວຽດນາມ ເພາະ ມີເຂດ ຊາຍແດນ ຕິດກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard