ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະຣັດໃຫ້ທຶນ ການສຶກສາ
Anonymous

Date:
ສະຫະຣັດໃຫ້ທຶນ ການສຶກສາ
Permalink   
 


 

ສະຫະຣັດໃຫ້ທຶນ ການສຶກສາ

ເວັບໄຊຕ໌ ຂອງ ສະຖານທູຕ ສະຫະຣັຖ ອະເມຣິກາ ປະຈຳ ສປປລາວ ຣາຍງານວ່າ ກະຊວງ ສຶກສາທິການລາວ ແລະ ສະຖານທູຕ ສະຫະຣັຖ ປະຈຳລາວ ປະກາດວ່າ ມີຄວາມຍິນດີ ຮັບເອົາ ຄຳຮ້ອງ ຂໍທຶນ ໄປຮຽນຕໍ່ ທີ່ ສະຫະຣັຖ ຊື່ງຣາຍຣະອຽດ ມີດັ່ງນີ້:

ທຶນການ ສຶກສາ Fulbright ຊຶ່ງເປັນທຶນ ພາຍໃຕ້ ໂຄງການ J. William Fulbright ຈະແມ່ນທຶນ ການສຶກສາ ຂັ້ນປຣິນຍາໂທ ເປັນ ເວລາ ສອງປີ ນັບແຕ່ປີ 2013 ເປັນຕົ້ນໄປ ຈົນເຖິງ ປີ 2015. ຊາວລາວ ທີ່ຢາກຍື່ນ ຄຳຮ້ອງ ຂໍທຶນ ການສຶກສາ ດັ່ງກ່າວ ຈະເປັນ ພະນັກງານ ຂອງຣັຖບານ ຫລື ຄົນງານ ຈາກ ບໍຣິສັດ ເອກກະຊົນ ກໍໄດ້ ຈະເປັນແມ່ຍິງ ຊົນເຜົ່າ ສ່ວນນ້ອຍ ຫຼືຜູ້ສມັກ ຈາກເຂດໃດ ກໍມີສິດ ຍື່ນຄຳຮ້ອງ ໄດ້ເຊັ່ນກັນ.

ນອກຈາກນັ້ນ ສະຖານທູຕ ສະຫະຣັຖ ຍັງກຳລັງ ຮັບຄຳຮ້ອງ ສຳຣັບທຶນ ການສຶກສາ ໄປຮຽນຕໍ່ຢູ່ ສະຫະຣັຖ ໃນຣະດັບ ປຣິນຍາເອກ ໃນວິຊາ ວິທຍາສາດ ແລະ ເທັກໂນໂລຈີ ທຶນການ ສຶກສາ Fulbright ສາຂານີ້ ຈະເລິ້ມແຕ່ ປີ 2013 ຈົນເຖິງປີ 2016. ຜູ້ໄດ້ຮັບທຶນ ຈະໄດ້ໄປ ຮຽນຕໍ່ໃນ ສະຖາບັນ ການສຶກສາ ຊື່ດັ່ງ ຂອງ ສະຫະຣັຖ.

ໂຄງການ ໃຫ້ທຶນ ການສຶກສາ Fulbright ຕັ້ງຂື້ນເມື່ອ ປີ 1946 ເພື່ອສ້າງຄວາມ ເຂົ້າອົກ ເຂົ້າໃຈ ຊຶ່ງກັນ ແລະກັນ ຣະຫວ່າງ ປະຊາຊົນ ອະເມຣິກັນ ແລະ ປະເທດອື່ນໆ ໃນໂລກ ໂດຍຜ່ານການ ແລກປ່ຽນຄົນ ຄວາມຮູ້ ແລະ ຄວາມຊຳນິ ຊຳນານ ຕ່າງໆ. ໂຄງການທຶນ ການສຶກສາ Fulbright ຈະໃຫ້ທຶນ ເພື່ອໄປສຶກສາ ຕໍ່ຢູ່ ສະຫະຣັຖ ໃນເກືອບ ທຸກດ້ານ ນອກຈາກດ້ານ ການແພດ.



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ໂດຍ ດຽວນີ້ຂ້ອຍຢູ່ລາວ ຈະຕິດຕໍ່ໄດ້ແນວໃດ


 

U.S. Embassy Vientiane, Laos

Telephone: (856) 21-26 7000
Fax: (856) 21-267190
Email: webmastervientiane@state.gov


 

Exchanges / Scholarship to Study in the US

http://laos.usembassy.gov/schol_intheus.html



__________________
Anonymous

Date:
Permalink   
 

ຖ້າຂ້ອຍຢາກຈະສະມັກເອົາທຶນນີ້ຂ້ອຍຕ້ອງໄປສະມັກຢູ່ໃສ



__________________
Anonymous

Date:
Permalink   
 

Anonymous wrote:

ຖ້າຂ້ອຍຢາກຈະສະມັກເອົາທຶນນີ້ຂ້ອຍຕ້ອງໄປສະມັກຢູ່ໃສ


 ຖ້າເຈົ້າຢູ່ລາວຕິດຕໍ່ສະຖານທູຕ ສະຫະຣັຖ ປະຈຳລາວ ເພີ່ນຈະໃຫ້ລາຍລະອຽດທຸກຢ່າງ



__________________
Anonymous

Date:
Permalink   
 

ໂດຍ ດຽວນີ້ຂ້ອຍຢູ່ລາວ ຈະຕິດຕໍ່ໄດ້ແນວໃດ



__________________
Anonymous

Date:
Permalink   
 

Anonymous wrote:

ໂດຍ ດຽວນີ້ຂ້ອຍຢູ່ລາວ ຈະຕິດຕໍ່ໄດ້ແນວໃດ


 

U.S. Embassy Vientiane, Laos

Telephone: (856) 21-26 7000
Fax: (856) 21-267190
Email: webmastervientiane@state.gov



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:
Anonymous wrote:

ໂດຍ ດຽວນີ້ຂ້ອຍຢູ່ລາວ ຈະຕິດຕໍ່ໄດ້ແນວໃດ


 

U.S. Embassy Vientiane, Laos

Telephone: (856) 21-26 7000
Fax: (856) 21-267190
Email: webmastervientiane@state.gov


 

Exchanges / Scholarship to Study in the US

http://laos.usembassy.gov/schol_intheus.html


 ຍອດພະຄຳພີ ຢູ່ America ພຸ້ນເດີ້ໄຜຢາກໄດ້ໄປຮຽນເອົາ ຢ່າໄປຮຽນແຕ່ ວຽດນາມຫລາຍ



__________________
Anonymous

Date:
Permalink   
 

ຖ້າໃຜສົນໃຈທຶນນີ້ຈົ່ງຮີບຟ້າວຕິດຕໍ່ພາກສ່ວນທີ່ກ່ຽວ

ຂ້ອງດ່ວນເພື່ອອານາຄົດຂອງທ່ານ,ດີກວ່າໄປວຽດນາມ

ແຕ່ໃຫ້ລະວັງ!ເລື້ອງການຮຽກຮ້ອງຄ່າສິນບົນຖ້າຢາກ

ມີຊື່ຕິດອັນດັບ !



__________________
Anonymous

Date:
Permalink   
 

ຕັ້ງໃຈສຶກສາເລົ່າລຽນເອົາເດີ້,ຍິນດີນໍາ ຮຽນກັບມາແລ້ວໃຫ້ພາກັນຕັ້ງອົກ

ຕັ້ງໃຈເອົາວິຊາຄວາມຮູ້ທີ່ໄປຮໍ່າຮຽນມາເພື່ອຊ່ວຍສ້າງສາພັດທະນາຊາດເຮົາ

ລອງເບີ່ງດຸ ຄວາມຮູ້ທີ່ຮຽນຈາກໂລກເສຣີທີ່ເຂົາຈະເລີນມັນເປັນແນວໃດ?

ກັບມາແລ້ວເອົາມາອວດຜູ້ນໍາພັກລັດເຮົາໃຫ້ເພີ່ນຮູ້ຈັກແດ່ວ່າມັນຕ່າງກັບ

ຄວາມຮູ້ທີ່ພວກເພີ່ນສົ່ງກັນໄປວຽດນາມນັ້ນບໍ່ ?ບໍ່ແມ່ນສອນປຊຊໃຫ້ຊັງ

ແຕ່ຈັກກະພັດອາເມຣິກາວ່າເປັນສັດຕຣູຂອງປຊຊລາວ!ສັດຕຣູທີ່ທໍາລາຍ

ຊາດພວກເຮົາທີ່ແທ້ຈິງມັນແມ່ນວຽດນາມພຸ້ນ ຮວມຫົວກັບຜູ້ນໍາພັກ ແລະຜູ້ນໍາລັດ ,ເຮົາຜູ້ມີຄວາມຮູ້ເຮົາຄວນເບີ່ງບັນຫານີ້ອອກ !ຂໍໃຫ້ທ່ານ

ຜູ້ໂຊກດີທີ່ໄດ້ທືນຈົ່ງປະສົບຜົນສໍາເຣັດ!ຂໍສແດງຄວາມຍິນດີນໍາ...

       ສ.ສີຖານ



__________________
Anonymous

Date:
Permalink   
 

ຂໍອວຍພອນໃຫ້ທ່ານຜູ້ທີ່ມີຄວາມສົນໃຈຈົ່ງໂຊກດີເນີ້!

ໄປສຶກສາຮໍ່າຮຽນມາແລ້ວ ກັບຄືນມາຊ່ວຍສ້າງສາພັດທະນາປະເທດຊາດບ້ານເມືອງເຮົາຊ່ວຍກັນ!ວິຊາຄວາມຮູ້ຈາກໂລກເສຣີ

ທີ່ເຂົາຈະເລີນຮຸ່ງເຮືອງສີວິໄລມັນຊິແຕກຕ່າງກັບທີ່ພັກລັດພວກເຮົາເຄີຍສິດສອນພວກເຮົາຫຼືບໍ່?

ພັກລັດພວກເຮົາສອນໃຫ້ແຕ່ພວກເຮົາເຊື່ອພັກເຊື່ອລັດ,ຄຽດແຄ້ນຈັກກະພັດອາເມຣິກາວ່າເປັນສັດຕຣູຂອງຊາດເຮົາ

ບາດມາເບີ່ງຕົວຈິງແລ້ວ,ສັດຕຣູຂອງຊາດເຮົາຕົວຈິງ ມັນແມ່ນວຽດນາມແລະກຸ່ມຜູ້ນໍາພັກລັດ ນີ້ຄືສັດຕຣູຂອງຊາດທີ່ແທ້ຈິງ!

ຄົນທີ່ມີຄວາມຮູ໊ມີການສຶກສາຄົງຈະເບີ່ງບັນຫານີ້ອອກດີກວ່າທີ່ພັກລັດສອນ.

ເຮົາຈະໃຫ້ຄົນບໍ່ມີຄວາມຮູ້ມາສອນພວກເຮົາຜູ້ມີການສຶກສາທີ່ດີກວ່າພັກກວ່າລັດໄດ້ແນວໃດ?

 

     ສ.ສີຖານ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard