ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສນາມບິນຕົ້ນເຜີ້ງ ຈີນເລືອກຄົນງານເອງ
Anonymous

Date:
ສນາມບິນຕົ້ນເຜີ້ງ ຈີນເລືອກຄົນງານເອງ
Permalink   
 


 

 

ສນາມບິນຕົ້ນເຜີ້ງ ຈີນເລືອກຄົນງານເອງ

ບໍຣິສັດຈີນ ທີ່ຈະສ້າງ ສນາມບິນ ຢູ່ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຈະຊອກຫາ ຄົນງານເອງ ແລະ ອາຈນຳເອົາ ຄົນງານ ຈາກຈີນ ເຂົ້າມາ ເປັນສ່ວນຫລາຍ.

F-Casino-Bokea-fr-Oknation.jpg

ບໍຣິສັດ ຂອງຈີນ ດອກງິ້ວຄຳ ທີ່ເປັນເຈົ້າຂອງ ໂຮງ ກາສິໂນ ທີ່ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ ຈະສ້າງ ສນາມບິນ ກໍເພື່ອ ຮັບໃຊ້ ຜົນປໂຍດ ຂອງຕົນ ແລະນັກ ການພະນັນ ຈາກຈີນ ຫຼືຈາກ ປະເທດອື່ນໆ ຈະໃຊ້ຍົນ ໄປຫລິ້ນ ກາສິໂນ ໃນແຂວງ ບໍ່ແກ້ວ.

ບໍຣິສັດ ດອກງິ້ວຄຳ ຈະລົງມື ສ້າງ ສນາມບິນ ແຫ່ງນີ້ ໃນໄວໆນີ້ ແລະ ປະກົດວ່າ ທາງບໍຣິສັດ ຈະເຊັນສັນຍາ ກັບ ຣັຖບານລາວ ໂດຍກົງ ກ່ຽວກັບ ການນຳເອົາ ຄົນງານ ຕ່າງດ້າວ ເພື່ອມາສ້າງ ສນາມບິນ ແຫ່ງນີ້ ທາງ ບໍຣິສັດ ຄົງຈະບໍ່ໃຊ້ ຄົນງານລາວ ພາຍໃນແຂວງ ພໍເທົ່າ ໃດ. ເຈົ້າໜ້າທີ່ ແຮງງານ ແຂວງບໍ່ແກ້ວ ເວົ້າວ່າ:

“ບໍຣິສັດ ດອກງິ້ວຄຳ ຈະເປັນຜູ້ ນຳເຂົ້າເອງ ໂດຍກົງ ເພິ້່ນຈະເຊັນ ກັບ ຣັຖບານເລີຍ ຈະບໍ່ຜ່ານ ແຂວງເລີຍ ມັນຈະບໍ່ຂື້ນ ກັບ ແຜນກແຮງງານ ປະຈຳແຂວງ.”

ຕໍ່ຄຳຖາມ ທີ່ວ່າ ບໍຣິສັດ ດອກງິ້ວຄຳ ຈະນຳເອົາ ຄົນງານຈີນ ເຂົ້າມາເຮັດ ວຽກກໍ່ສ້າງ ສນາມບິນ ຢູ່ແຂວງ ບໍ່ແກ້ວ ເປັນສ່ວນໃຫຍ່ນັ້ນ ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ ທ່ານຍັງຕອບ ບໍ່ໄດ້ ທ່ານຍັງ ບໍ່ຮູ້ຄັກ ມັນຂື້ນກັບ ສັນຍາ ທີ່ເຂົາເຊັນກັບ ຣັຖບານລາວ ແຕ່ໃນໂຄງການ ໃຫຍ່ໆຜ່ານມາ ບໍຣິສັດ ຂອງຈີນ ຈ້າງຄົນງານຈີນ ເປັນສ່ວນຫລາຍ ເຊັ່ນ ການສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ 4 ຣະຫວ່າງ ຫ້ວຍຊາຍແຂວງ ບໍ່ແກ້ວ ແລະ ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ. ເມື່ອເດື່ອນກ່ອນ ຣັຖບານລາວ ໄດ້ຕົກລົງ ອະນຸມັດ ໃຫ້ບໍຣິສັດ ຕ່າງປະເທດ ມີສິດນຳເອົາ ຄົນງານ ຕ່າງປະເທດ ເຂົ້າໄດ້ ປະມານ 7,000 ຄົນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard