ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວເມືອງຊໍາເໜືອ ຍໍ່ຢາກໂຍກຍ້າຍ
Anonymous

Date:
ຊາວເມືອງຊໍາເໜືອ ຍໍ່ຢາກໂຍກຍ້າຍ
Permalink   
 


 

ຊາວເມືອງຊໍາເໜືອ ຍໍ່ຢາກໂຍກຍ້າຍ

F-Sam%20noeu.bmp

ຊາວບ້ານ ໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ຫຼາຍຄົນ ບໍ່ຢາກ ໂຍກຍ້າຍ ບ້ານເຮືອນ ໃຫ້ໂຄງການ ສ້າງເດີ່ນ ເຮືອບິນ ທີ່ ບໍຣິສັດ ວຽດນາມ ໄດ້ຮັບ ອະນຸມັດ ໃນການ ກໍ່ສ້າງ ແລະ ຈະລົງມື ໃນໄວໆນີ້. ເດີ່ນເຮືອບິນ ດັ່ງກ່າວ ຈະຕັ້ງຢູ່ ເຂດເສຖກິດ ພິເສດ ໜອງຄ້າງ ຊາວບ້ານ ບໍ່ພໍໃຈ ຫລາຍຢ່າງ ທີ່ຕ້ອງໄດ້ ໂຍກຍ້າຍ ໄປຕັ້ງຕົ້ນ ຊີວິດ ຢູ່ບ່ອນໃໝ່. ດັ່ງເຈົ້າໜ້າທີ່ ທາງການ ແຂວງຫົວພັນ ໄດ້ເວົ້າວ່າ:

"ກໍມີຈໍານວນນຶ່ງ ບໍ່ເຫັນພ້ອມ ກໍປະຕິເສດ ບໍ່ໄດ້ດອກ ກະຍ້ອນ ເຂົາເຄີຍ ຢູ່ຫັ້ນ ມາແຕ່ດົນ ກໍເລີຍ ບໍ່ຢາກຍ້າຍ ບ່ອນໃດ ທີ່ຜົນກະທົບ ໜັກ ກໍໃຫ້ຍ້າຍ".

ທ່ານເວົ້າ ຕໍ່ໄປວ່າ ເມື່ອຕົ້ນປີ 2012 ທາງການ ກ່ຽວຂ້ອງ ໄດ້ລົງພື້ນທີ່ ໂອ້ລົມກັບ ຊາວບ້ານ ໜອງຄ້າງ ຈໍານວນ 137 ຄອບຄົວ ທີ່ຈໍາເປັນຕ້ອງ ໄດ້ຍ້າຍບ້ານ ຖີ້ມໄຮ່ນາ ຮົ້ວສວນ ໄປຢູ່ບ່ອນໃໝ່ ທີ່ທາງການ ຈະຈັດສັນໃຫ້ ຮວມທັງ ຄ່າທົດແທນ ທີ່ສົມຄວນ. ໃນຕອນນັ້ນ ບໍ່ປາກົດມີ ຊາວບ້ານ ຜູ້ໃດ ຄັດຄ້ານ ບໍ່ເຫັນດີນໍາ ແຕ່ປັດຈຸບັນ ມີຫຼາຍຄົນ ສະແດງຄວາມ ບໍ່ພໍໃຈ ແດ່ແລ້ວ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ອີກຜູ້ນຶ່ງ ເຄີຍໄດ້ເວົ້າວ່າ ໂຄງການ ກໍ່ສ້າງ ເດີ່ນເຮືອບິນ ດັ່ງກ່າວ ຈະຕ້ອງກວມ ເອົາດິນ ຊາວບ້ານ ຢ່າງແນ່ນອນ ເຖິງວ່າຊາວບ້ານ ບໍ່ຢາກຍ້າຍ ກໍບໍ່ມີສິດ ຕໍ່ວ່າ. ທາງການ ຮັບຜິດຊອບ ກໍຢືນຢັນວ່າ ຈະໃຫ້ຄວາມ ເປັນທັມ ແກ່ຜູ້ທີ່ໄດ້ຮັບ ຄວາມເດືອດຮ້ອນ. ດ້ວຍການ ຈັດສັນ ໝູ່ບ້ານ ໃໝ່ໃຫ້ ແລະ ຍັງຈະໃຫ້ ບໍຣິສັດ ເຈົ້າຂອງ ໂຄງການ ທົດແທນເງິນ ໃຫ້ອີກຕາມ ພາຍຫລັງ.

ເຖິງປັດຈຸບັນ ໂຄງການ ກໍ່ສ້າງ ເດີ່ນເຮືອບິນ ບ້ານໜອງຄ້າງ ຢູ່ໃນລະຫວ່າງການ ສໍາຣວດ ບຸກເບີກ ປ່າບາງສ່ວນ ແລະ ເກັບກູ້ ລະເບີດ ຕົກຄ້າງ ແລະ ຊາວບ້ານ 137 ຄອບຄົວ ກໍຍັງບໍ່ໄດ້ ເລີ້ມ ໂຍກຍ້າຍເທື່ອ ແລະກໍານົດ ເລີ້ມຕົ້ນ ການກໍ່ສ້າງ ກໍຍັງບໍ່ ແນ່ນອນ ເທື່ອ.



__________________
Anonymous

Date:
Permalink   
 

ເຮັດຫຍັງມັກແຕ່ອິດສາບັງບຽດລັງແກແຕ່ປຊຊ,ໂຄດແມ່ເຂົາ!!!

ພວກເຮົາຈົ່ງພອ້ມໃຈກັນເກັບເອົາຄວາມເຈັບປວດນີ້ໄວ້,ເມື່ອໃດຮອດ

ເວລາຮອດໂອກາດແລ້ວພວກເຮົາຈົ່ງພ້ອມໃຈກັນ...ລຸກຂື້ນໂຄ່ນອໍານາດ

ພວກເຂົາ,ຈົ່ງຮວມພະລັງເປັນນື່ງດຽວພິຊິດອໍານາດເຖື່ອນນີ້ອອກໄປຈາກ

ຊາດຂອງພວກເຮົາ.ລໍໂອກາດນັ້ນມາເຖິງກ່ອນ..ພວກເຮົາຕ້ອງມີໄຊ...ມີໄຊ...ມີໄຊ...



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard