ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເດັກນ້ອຍໄຊຍະບູຣີ ສ່ຽງຕໍ່ກາຣຖືກຫຼອກ
Anonymous

Date:
ເດັກນ້ອຍໄຊຍະບູຣີ ສ່ຽງຕໍ່ກາຣຖືກຫຼອກ
Permalink   
 


 

ເດັກນ້ອຍໄຊຍະບູຣີ ສ່ຽງຕໍ່ກາຣຖືກຫຼອກ

ເດັກນ້ອຍ ແຂວງ ໄຊຍະບູຣີ ໂດຽສະເພາະ ພວກເດັກນ້ອຍ ຜູ້ຊາຍ ມີຄວາມສ່ຽງ ຕໍ່ກາຣທີ່ຈະ ຖືກຫລອກລວງ ໄປຂາຍແຮງງານ ຢູ່ຕາມເຂຕ ຊາຍແດນ ປະເທສໄທຽ ຫລາຍກວ່າ ເດັກນ້ອຍ ຈາກ ເຂຕແຂວງ ອື່ນໆ ດັ່ງເຈົ້າໜ້າທີ່ ອົງກາຣ ດ້ານກາຣ ຄ້າມະນຸສ ສາກົລ ໃນລາວ ເວົ້າວ່າ:

"ໄຊຍະບູຣີນີ້ ກໍເປັນເມືອງ ທີ່ວ່າ ມີຊາຍແດນ ຕິດກັບໄທຽ ເນາະ ຊຶ່ງຜ່ານມາ ມັນມີຄົນ ຢູ່ໃນໄທຽ ມາຊື້ເອົາແລ້ວ ກໍໄປໃຊ້ ແຮງງານ ຈະມີເດັກ ທີ່ວ່າໄປ ເຮັດວຽກ ໂດຽບໍ່ຮູ້ຫຍັງ ແລ້ວກໍຈະຖືກ ຕົວະຍົວະ ໄປໄດ້ງ່າຍ ເພາະເຂົາເຈົ້າ ບໍ່ໄດ້ຮູ້ ເຖິງກາຣ ວ່າມັນມີ ບັນຫາ ນີ້ເກີດຂຶ້ນ ຫລາຍ".

ພ້ອມດຽວກັນນີ້ ທ່ານກໍວ່າ ຜູ້ເປັນ ນາຍໜ້າ ທີ່ຫາຕິດຕໍ່ ເອົາເດັກນ້ອຍ ລາວ ໄປຂາຍແຮງງານ ຢູ່ໃນ ປະເທສໄທຽໃນຣະຍະ ທີ່ຜ່ານມາ ຈະໄດ້ຄ່າຫົວ ປະມານ 500-3,000 ບາທ ຈາກຜູ້ທີ່ ເປັນນາຍຈ້າງ ທີ່ມາຮັບ ຕໍ່ໄປນັ້ນ.

ກ່ຽວກັບກາຣ ຄ້າມະນຸສ ຢູ່ໃນລາວ ຄາດວ່າ ຍິ່ງຈະມີ ບັນຫາຫລາຍ ເພີ່ມຂື້ນ ໃນຂັ້ນຕໍ່ໄປ ຖ້າຫາກວ່າ ລາວ ຈະໄດ້ເຂົ້າ ຮ່ວມກຸ່ມ ເປັນປະຊາຄົມ ເສຖກິຈ ອາຊ໊ຽນ ຕາມທີ່ມີກາຣ ກຳໜົດ ທີ່ຈະເກີດຂຶ້ນ ໃນປີ 2015 ທີ່ຈະມາ ເຖີງນີ້ ຍ້ອນກາຣ ເດີນທາງໄປມາ ຣະຫວ່າງ ປະເທສ ອາຊ໊ຽນ ດ້ວຍກັນ ໄດ້ຮັບຄວາມ ສະດວກສະບາຍ ຫລາຍຂຶ້ນ ແລະ ຍິ່ງຈະມີ ຄວາມສ່ຽງ. ເຈົ້າໜ້າທີ່ລາວ ເວົ້າວ່າ:

"ຂັ້ນໃນເມື່ອເປັນ ປະຊາຄົມ ແລ້ວ ໂຕນີ້ ກາຣເດີນທາງ ມັນກໍຈະສະດວກ ຣະຫວ່າງ ປະເທສ ສະມາຊິກ ໂຕນີ້ ປະເທສທີ່ (ມີ) ວຽກເຮັດງານທຳ ຢູ່ໃນ ປະເທສ ຂອງໂຕນ້ອຍ ກະມີ ໂອກາສ ໄປຂາຍແຮງງານ ຢູ່ປະເທສ ອີກປະເທສ ໜຶ່ງ ກະມີ ຄວາມສ່ຽງ".

ເພື່ອແກ້ໄຂ ບັນຫານີ້ ທ່ານກໍວ່າ ທາງກາຣ ກ່ຽວຂ້ອງຂອງ ແຕ່ລະ ປະເທສ ສະມາຊິກ ອາຊ໊ຽນ ຈະຕ້ອງອອກ ມາຕກາຣ ເພື່ອຄຸ້ມຄອງ ແລະ ເພີ່ມຄວາມເອົາ ໃຈໃສ່ຕໍ່ ກາຣປາບປາມ ຂບວນກາຣ ຄ້າມະນຸສ ຢ່າງ ແທ້ຈີງ ຖ້າບໍ່ດັ່ງນັ້ນ ປະເທສນ້ອຍ ເຊັ່ນ ສປປລາວ ກໍຍັງຈະ ເປັນຜູ້ໄດ້ຮັບ ຜົລກະທົບ ຕໍ່ໄປ ຢູ່ຄືເກົ່າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard