ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພື້ນທີ່ປູກຢາງພາຣາ ຄອບງໍາພື້ນທີ່ປູກເຂົ້າ
Anonymous

Date:
ພື້ນທີ່ປູກຢາງພາຣາ ຄອບງໍາພື້ນທີ່ປູກເຂົ້າ
Permalink   
 


 

ພື້ນທີ່ປູກຢາງພາຣາ ຄອບງໍາພື້ນທີ່ປູກເຂົ້າ

F-rubber-plantation-in-Attapeu.jpg

ພາຍຫລັງທີ່ ຣັຖບານ ໄດ້ມີ ນະໂຍບາຍ ສົ່ງເສີມ ການປູກພືດ ເສຖກິດ ຢາງພາຣາ ຊຶ່ງເລີ້ມມາ ແຕ່ປີ 2007 ໄດ້ເປີດ ໂອກາດ ໃຫ້ນັກລົງທຶນ ຕ່າງປະເທດ ເຂົ້າມາ ລົງທຶນ ແລະ ແນະນໍາ ໃຫ້ຊາວ ກະສິກອນ ທ້ອງ ຖິ່ນ ປູກຢາງພາຣາ ຫລາຍຂຶ້ນ ຊຶ່ງຣັຖບານ ຫວັງວ່າ ຈະໃຫ້ ຢາງພາຣາ ກາຍເປັນພືດ ເສຖກິດ ຂອງ ປະເທດ. ປັດຈຸບັນ ພື້ນທີ່ ປູກ ຢາງພາຣາ ໄດ້ເພີ້ມຂຶ້ນ ເລື້ອຍໆ ຈົນບາງພື້ນທີ່ ໄດ້ສ້າງ ຜົນກະທົບ ຕໍ່ຊາວບ້ານ. ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ແຕ່ກີ້ຊາວບ້ານ ຈະປູກ ເພື່ອກິນ ຢ່າງດຽວເນ໋າະ ບາດນີ້ກໍປູກ ຂາຍໄປ ຈັ່ງຊີ້ນ່າ ມັນກໍມີຫລາຍ ບັນຫາ ຢູ່ແຂວງນີ້ ເຮົາປູກແຕ່ ຢາງພາຣາ ເນ໋າະ ແລ້ວກໍສົ່ງເສີມ ປະຊາຊົນ ປູກແຕ່ ຢາງພາຣາ ກໍມີຄືກັນ ເຮັດໃຫ້ມີ ບັນຫາ ເຣື່ອງສິ່ງ ແວດລ້ອມ ເຣື່ອງສະບຽງ ອາຫານ ກໍບໍ່ພຽງພໍ ເນ໋າະ ເພາະປູກແຕ່ ຢາງພາຣາ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ປັດຈຸບັນ ບັນຫາ ທີ່ເກີດຂຶ້ນ ຫລັງຈາກ ການຂຍາຍ ພື້ນທີ່ ປູກ ຢາງພາຣາ ກໍແມ່ນວ່າ ຫລາຍໂຄງການ ໄປລ່ວງລໍ້າ ກວມເອົາເຂດ ປ່າສງວນ ຍ້ອນວ່າ ກ່ອນຈະປູກພືດ ເສຖກິດ ຕ້ອງໄດ້ຖາງ ແລະ ເຜົາປ່າ ເປັນພື້ນທີ່ ກວ້າງ. ອີກບັນຫານຶ່ງ ກໍແມ່ນ ເມື່ອປູກ ຢາງພາຣາ ເລື້ອຍໄປ ຊາວບ້ານ ກໍເລີ້ມຂາດ ພື້ນທີ່ ເພື່ອປູກເຂົ້າ ແລະ ພືດພັນ ເພື່ອເປັນ ອາຫານອື່ນໆ ຊຶ່ງດົນໄປ ອາຈຂາດເຂີນ ອາຫານ ການກິນ ທຸກປະເພດ.

ເຈົ້າໜ້າທີ່ ເວົ້າສລຸບວ່າ ພື້ນທີ່ປູກ ຢາງພາຣາ ໃນລາວ ປັດຈຸບັນ ມີປະມານ 3 ແສນ ເຮັກຕາ ຊຶ່ງເມື່ອເລີ້ມ ໃນປີ 2007 ມີພື້ນທີ່ ພຽງແຕ່ 80 ພັນ ເຮັກຕາ ທາງການ ຄາດວ່າ ການປູກ ຢາງພາຣາ ຈະຂຍາຍເພີ້ມ ຂຶ້ນ ຍ້ອນວ່າ ຫວ່າງມໍ່ໆ ຜ່ານມາ ຈີນ ໄດ້ຕົກລົງ ທີ່ຈະເພີ້ມ ການກະເສຕ ພັນທະ ກັບ 4 ປະເທດອື່ນໆ ຊຶ່ງຮວມທັງ ລາວ ແລະ ຮັບຊື້ ຢາງພາຣາ ປະມານ 5 ແສນຕັນ ຕົກເປັນເງິນ ເກືອບ 2 ຕື້ ໂດລາ ສະຫະຣັຖ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard