ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຂາຍຊາດ
Anonymous

Date:
ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຂາຍຊາດ
Permalink   
 


ເລີ່ມກໍ່ສ້າງສູນເສດຖະກິດການຄ້າຄົບວົງຈອນ

02042012135047254.4.2012.jpg

ພິ­ທີ ​ວາງ​ສີ​ລາ​ລຶກ​ການ​ກໍ່­ສ້າງ​ໂຄງ­ການ​ພັດ­ທະ­ນາ​ສູນ​ເສດ­ຖະ­ກິດ​ການ​ຄ້າ​ຄົບ ​ວົງ​ຈອນ​ໜອງ​ຈັນ​ຕອນ​ເໜືອ (ວຽງ​ຈັນ​ເຊັນ​ເຕີ) ໄດ້​ມີ​ຂຶ້ນ​ວັນ​ທີ 31 ມີ­ນາ 2012 ຜ່ານ​ມາ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ສຸ​ກັນ ມະ­ຫາ­ລາດ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ຫຼີ​ຈີ້​ເຫີງ ເຈົ້າ­ແຂວງ​ຢຸນ​ນານ ສປ.ຈີນ ທ່ານ​ທູດ​ຈີນ ປະ­ຈຳ​ລາວ ບັນ­ດາ​ທ່ານ​ລັດ­ຖະ­ມົນ­ຕີ​ວ່າ­ການ ຊ່ວຍ​ວ່າ­ການ ການ​ນຳ​ນະ­ຄອນ­ຫຼວງ ນັກ­ທຸ­ລະ­ກິດ​ທັງ ຈີນ ແລະ ລາວ.

ໃນ​ພິ­ທີ​ທ່ານ ເດດ​ສົງ­ຄາມ ທໍາ​ມະ​ວົງ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ ໄດ້​ຂຶ້ນ​ກ່າວ​ລາຍ​ງານ​ວ່າ: ໂຄງ­ການ​ດັ່ງ­ກ່າວ​ກໍ​ແມ່ນ​ໂຄງ­ການ​ບູ​ລິ​ມະ​ສິດ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ແຜນ​ ພັດ­ທະ­ນາ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ທາງ​ນະ­ຄອນ­ຫຼວງ ໄດ້​ມີ​ແຜນ ແລະ ນະ­ໂຍ­ບາຍ​ໃນ​ການ​ດຶງ​ດູດ ແລະ ສົ່ງ­ເສີມ​ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເພື່ອ​ເປັນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈາກ​ນະ­ໂຍ­ບາຍ​ສົ່ງ­ເສີມ​ດັ່ງ­ກ່າວ ກໍ​ໄດ້​ມີ​ບໍ­ລິ­ສັດ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໃຫ້​ຄວາມ​ສົນ­ໃຈ ແລະ ມາ​ລົງ­ທຶນ ໂດຍ​ສະ­ເພາະ​ແມ່ນ​ພື້ນ​ທີ່­ຢູ່​ເຂດ​ໜອງ​ຈັນ ທີ່​ເປັນ​ເຂດ​ໃຈ­ກາງ​ການ​ຄ້າ ແລະ ມີ​ທ່າ​ອ່ຽງ​ຂອງ​ການ​ພັດ­ທະ­ນາ​ທາງ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ​ຂຶ້ນ​ເລື້ອຍໆ ມາ​ຮອດ​ປີ 2010 ກໍ​ໄດ້​ມີ​ການ​ວາງ​ແຜນ​ຈັດ​ສັນ ໂດຍ​ຮ່ວມ​ກັບ​ບໍ­ລິ­ສັດ ກຼິດ​ຕະ​ພົງ ກຼຸບ ແລະ ກຸ່ມ​ບໍ­ລິ­ສັດ​ວິ​ສາ​ວະ​ກຳ​ກໍ່­ສ້າງ​ແຂວງ​ຢຸນ​ນານ ສປ.ຈີນ ຮ່ວມ​ກັນ​ເຈລະ­ຈາ​ເງື່ອນ­ໄຂ​ຕ່າງໆ ແລະ ເກັບ​ກຳ​ຂໍ້​ມູນ ໄດ້​ມີ​ການ​ເຊັນ​ສັນ­ຍາ​ຮ່ວມ​ກັນ​ໃນ​ວັນ​ທີ 29/9/2010 ກຳ­ນົດ​ເວ­ລາ​ສຳ​ປະ­ທານ 50 ປີ ແລະ ສາ­ມາດ​ຕໍ່​ໄດ້ 20 ປີ ໂດຍ​ອີງ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລົງ­ທຶນ​ຂອງ ສປປ ລາວ.

ເປົ້າ​ໝາຍ​ໃນ​ການ​ພັດ­ທະ­ນາ​ເຂດ​ດັ່ງ­ກ່າວ ແມ່ນ​ຈະ​ພັດ­ທະ­ນາ​ເປັນ​ເຂດ​ເສດ­ຖະ­ກິດ​ຄົບ​ວົງ​ຈອນ ມີ​ຄວາມ​ທັນ​ສະ­ໄໝ ລວມ​ມີ​ສູນ​ການ​ຄ້າ ຫ້ອງ​ປະ­ຊຸມ ທີ່​ພັກ​ອາ­ໄສ ຫ້ອງ­ການ​ທີ່​ທັນ​ສະ­ໄໝ ເຂດ​ຂຽວ ແລະ ອື່ນໆ ການ​ພັດ­ທະ­ນາ​ໄດ້​ແບ່ງ​ອອກ​ເປັນ 3 ໄລ­ຍະ​ຄື: ໄລ­ຍະ​ທີ 1.ກໍ່­ສ້າງ​ໂຄງ​ລ່າງ​ພື້ນ­ຖານ ປັບ­ປຸງ​ໜອງ​ນ້ຳ ເຂດ​ຂຽວ ແລະ ສູນ​ການ​ຄ້າ ໄລ­ຍະ​ກໍ່­ສ້າງ​ແມ່ນ 24 ເດືອນ (ນັບ​ແຕ່​ວັນ​ທີ 1/4/2012-1/4/2014) ໄລ­ຍະ​ທີ 2.ກໍ່­ສ້າງ​ຫ້ອງ​ປະ­ຊຸມ ຫ້ອງ­ການ ທີ່​ພັກ​ອາ­ໄສ ແລະ ຫ້ອງ​ວາງ­ສະ­ແດງ​ສິນ­ຄ້າ ໄລ­ຍະ​ການ​ກໍ່­ສ້າງ​ແຕ່​ວັນ​ທີ 1/4/2014-1/10/2015 ແລະ ໄລ­ຍະ​ທີ 3.ກໍ່­ສ້າງ​ອາ­ຄານ​ເພື່ອ​ຈັດ​ງານ​ອະ­ເນກ​ປະ­ສົງ ໄລ­ຍະ​ການ​ກໍ່­ສ້າງ​ແມ່ນ 12 ເດືອນ ແຕ່​ປີ 2016-2017 ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ໂຄງ­ການ​ຮ່ວມ​ທຶນ​ລະ­ຫວ່າງ​ນັກ­ທຸ­ລະ­ກິດ​ພາຍ​ໃນ 40% ແລະ ນັກ­ທຸ­ລະ­ກິດ​ຕ່າງ­ປະ­ເທດ 60% ມີ​ມູນ​ຄ່າ​ການ​ລົງ­ທຶນ​ທັງ​ໝົດ 90 ກວ່າ​ລ້ານ​ໂດ​ລາ​ສະ­ຫະ­ລັດ ປະ­ມານ 700 ກ່ວ​າ​ຕື້​ກີບ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard