ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກຸ່ມຄ້າມະນຸສ ລາວ-ໄທ ຖືກຈັບ
Anonymous

Date:
ກຸ່ມຄ້າມະນຸສ ລາວ-ໄທ ຖືກຈັບ
Permalink   
 


ກຸ່ມຄ້າມະນຸສ ລາວ-ໄທ ຖືກຈັບ

ເຈົ້າໜ້າທີ່ ລາວ ແລະ ໄທ ຮ່ວມມືກັນ ຈັບພວກ ຄ້າມະນຸດ ໄດ້ ດ້ວຍການໃຫ້ ຄວາມຮ່ວມມື ຈາກຜູ້ຍິງ ລາວ ທີ່ເຄີຍ ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ ຢູ່ໄທ.

F-human-trafficking.jpg

ທີ່ຜ່ານມາ ຜູ້ຍິງລາວ ຫລາຍຄົນ ຖືກຊົດຊ່ວຍ ຈາກໂຮງ ໂສເພນີ ໃນໄທ ແລ້ວຖືກສົ່ງໄປ ຝຶກອົບຮົມ ທາງດ້ານຈິດໃຈ ຢູ່ບ້ານ ເກດຕຣະການ ໃກ້ໆກັບ ບາງກອກ. ຫລັງຈາກນັ້ນ ເຈົ້າໜ້າທີ່ ໄທແລະລາວ ກໍຮ່ວມກັນ ສຳພາດ ແລະ ສອບຖາມ ພວກນາງ ເພື່ອຢາກຮູ້ວ່າ ພວກເຂົາ ຖືກຂາຍ ເຂົ້າມາ ເມືອງໄທ ໄດ້ແນວໃດ? ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ຕ້ານ ການຄ້າ ມະນຸສ ຂອງຝ່າຍລາວ ທ່່ານນ່ຶງ ເວົ້າວ່າ:

“ໝາຍວ່າ ເຈົ້າໜ້າທີ່ ຂອງ ລາວຮ່ວມກັບ ເຈົ້າໜ້າທີ່ໄທ ໄປສຳພາດ ຜູ້ທີ່ຖືກ ເຄາະຮ້າຍ ຢູ່ບ້ານ ເກດຕຣະການ ຈາກຂໍ້ມູນ ຂະເຈົ້າຢູ່ໄທເອງ ກະນຳໄປ ຈັບເອົາຄົນ ທີ່ຄ້າມະນຸດ ນອກຈາກນັ້ນ ແມ່ນນຳມາ ຈັບເອົາຜູ້ທີ່ ສົມຮູ້ ຮ່ວມຄິດ ຢູ່ທາງລາວ ອີກຕື່ມ.”

ເຈົ້າໜ້າທີ່ ລາວ ທ່ານນີ້ ເວົ້າອີກວ່າ ຜູ້ຍິງລາວ ຫລາຍຄົນ ໃຫ້ການ ຮ່ວມມື ກັບເຈົ້າໜ້າທີ່ ເປັນຢ່າງດີ ສາມາດໃຫ້ ຣາຍລະອຽດ ກ່ຽວກັບ ພວກຄ້າມະນຸສ ແລະ ບອກວ່າ ພວກເຂົາ ໄດ້ຖືກຂາຍ ໄປເປັນ ໂສເພນີ ຢູ່ໃສແດ່. ແຕ່ຍິງລາວ ບາງຄົນຢ້ານ ບໍ່ກ້າເວົ້າຫຼາຍ ເພາະຢ້ານ ພວກຄ້າມະນຸສ ຈະໄປຂົ່ມຂູ່ ແລະ ທຳຮ້າຍ ພໍ່ແມ່ ພີ່ນ້ອງ ຂອງພວກຕົນ. ດັ່ງເຈົ້າໜ້າທີ່ ຕ້ານການ ຄ້າມະນຸສ ຂອງໄທ ທ່ານນຶ່ງ ເວົ້າວ່າ:

"ທ່ານເວົ້າວ່າ ຜູ້ໄດ້ຮັບ ເຄາະຮ້າຍ ປ່ຽນຄຳໃຫ້ການ ເພາະວ່າພວກ ຄ້າມະນຸດ ຈະໄປຂົ່ມຂູ່ ຍາດຕິພີ່ນ້ອງ ຂອງພວກເຂົາ ຢູ່ລາວ ພວກເຂົາຢ້ານ ພໍ່ແມ່ ພີ່ນ້ອງ ຈະຖືກ ທຳຮ້າຍ ຮ່າງກາຍ".

ເມື່ອປີກາຍ ເຈົ້າໜ້າທີ່ ລາວ ສາມາດ ຈັບພວກ ຄ້າມະນຸດ ແລະພວກ ສົມຮູ້ ຮ່ວມຄິດໄດ້ 40 ຄົນ ຍ້ອນອາໄສ ຂໍ້ມູນ ຈາກພວກທີ່ ໄດ້ຮັບ ເຄາະຮ້າຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard