ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ບໍ່ໃຫ້ ຄວາມສຳຄັນ ໃນ ກາຣສຶກສາ ສໍາຣວດ ເຣື່ອງ ຜົນກະທົບ ແລະ ຄວາມເສັຍຫາຍ
Anonymous

Date:
ສປປລາວ ບໍ່ໃຫ້ ຄວາມສຳຄັນ ໃນ ກາຣສຶກສາ ສໍາຣວດ ເຣື່ອງ ຜົນກະທົບ ແລະ ຄວາມເສັຍຫາຍ
Permalink   
 


ສປປລາວ ບໍ່ໃຫ້ ຄວາມສຳຄັນ ໃນ ກາຣສຶກສາ ສໍາຣວດ ເຣື່ອງ ຜົນກະທົບ ແລະ ຄວາມເສັຍຫາຍ

ນັກວິຊາກາຣ ດ້ານພລັງງານ ຊາວລາວ ຜູ້ໜຶ່ງວ່າ ໃນຣະຍະ ຜ່ານມາ ມີຫລາຍຄົນ ໄດ້ສຶກສາ ຄົ້ນຄວ້າ ເຖີງຜົລ ກະທົບ ຕໍ່ສີ່ງແວດລ້ອມ ພ້ອມກັບ ຄວາມຄຸ້ມຄ່າ ຂອງໂຄງກາຣ ສ້າງເຂື່ອນ ໃນລາວ ແລະໄດ້ສົ່ງ ຂໍ້ມູລຕ່າງໆ ໃຫ້ກັບ ຣັຖບາລລາວ ແຕ່ສ່ວນຫຼາຍແລ້ວ ທາງກາຣ ກ່ຽວຂ້ອງ ກໍບໍ່ຄ່ອຍຈະ ໃຫ້ຄວາມສົນໃຈ ເທົ່າທີ່ຄວນ ດັ່ງທີ່ທ່ານ ໄດ້ກ່າວວ່າ:

"ພຍາຍາມເຮັດ ບົທຄົ້ນຄວ້າ ກ່ຽວກັບເຣື່ອງ ເຂື່ອນ ແມ່ນໍ້າຂອງ ກາຣນໍາໃຊ້ ໄຟຟ້າ ທັ້ງໄຟຟ້າ ນ້ອຍ ແລະ ໄຟຟ້າໃຫຍ່ ອັນໃດໜ໋າ ຈະເປັນທາງເລືອກ ທີ່ດີກວ່າ ພວກເຮົາກໍໄດ້ ເອົາຜົລຕົວນັ້ນ ໄປສເນີ ໃຫ້ແກ່ ຣັຖບາລ ເນາະ ພວກເຮົາ ກໍສເນີໄດ້ ແຕ່ກາຣ ຕັດສິນໃຈນັ້ນ ຂະເຈົ້າຈະເປັນ ຜູ້ຕັດສິນໃຈ ເອງເນາະ".

ພ້ອມດຽວກັນນີ້ ທ່ານກໍວ່າ ເຖີງແມ່ນ ທາງຣັຖບາລ ໄດ້ເປີດໂອກາສ ໃຫ້ປະຊາຊົນ ຫລືອົງ ກາຣ NGO ສົ່ງຜົລຂອງ ກາຣຄົ້ນຄວ້າ ຫລືຂໍ້ສເນີ ແນະນຳ ກ່ຽວກັບ ໂຄງກາຣ ພັທນາຕ່າງໆ ຂອງ ຣັຖບາລ ແຕ່ບໍ່ປາກົດ ເຫັນວ່າ ທາງຣັຖບາລ ໄດ້ນຳເອົາໄປ ພິຈາຣະນາ ແຕ່ຢ່າງໃດ ເຊັ່ນດຽວກັບ ກາຣແສດງ ຄວາມເຫັນ ໃນເຣື່ອງຂອງ ກາຣສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນປະເທສຈີນ ທີ່ໄດ້ສ້າງ ຜົລກະທົບ ແລະ ມີກາຣປ່ຽນແປງ ຫລາຍຢ່າງ ຕໍ່ສະພາບ ແວດລ້ອມ ພັນປາ ແລະ ວີຖີຊີວີຕ ຂອງ ປະຊາຊົນ ທີ່ອາສັຍຢູ່ ຕາມແຄມຝັ່ງ ແມ່ນໍ້າຂອງ ຕລອດຮອດ ບັນຫາ ຄວາມບົກແຫ້ງ ຂອງ ແມ່ນໍ້າຂອງ ແຕ່ແລ້ວທາງ ຣັຖບາລ ກໍຍັງຈະສືບຕໍ່ ໂຄງກາຣ ສ້າງເຂື່ອນໃສ່ ແມ່ນໍ້າຂອງ ໃນເຂຕຂອງ ຝັ່ງລາວ ຢູ່ຕໍ່ໄປ.

ສະເພາະເຣື່ອງ ຄວາມຄຸ້ມຄ່ານັ້ນ ກາຣສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ທີ່ເປັນ ແມ່ນໍ້າສາຍຫລັກ ກໍຖືວ່າຍັງ ບໍ່ມີຄວາມ ຈຳເປັນ ເພາະສາມາຖ ໃຊ້ເຂື່ອນອື່ນໆ ຜລິຕກະແສ ໄຟຟ້າ ໄດ້ພຽງພໍກັບ ຄວາມຕ້ອງກາຣ ຢູ່ແລ້ວ!



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard