ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມບໍ່ເປັນຣະບຽບ ຂອງສັງຄົມໃນລາວ
Anonymous

Date:
ຄວາມບໍ່ເປັນຣະບຽບ ຂອງສັງຄົມໃນລາວ
Permalink   
 


ຄວາມບໍ່ເປັນຣະບຽບ ຂອງສັງຄົມໃນລາວ

F-Vientiane.jpg

ໃນໂຕເມືອງໃຫຍ່ ທີ່ມີຄວາມ ຈະເຣີນ ໃນດ້ານວັດຖຸ ແຕ່ໃນດ້ານ ຈິດໃຈ ຂອງຊຸມຊົນ ຈະເຣີນນໍາ ບໍ່ທັນ ຍ້ອນ ໃນສັງຄົມ ມີຄວາມເລື່ອມລໍ້າ ຕໍ່າສູງ ເອົາປຽບກັນ ປະຊາຊົນ ເກືອບທຸກຫົນ ທຸກແຫ່ງ ມີຄວາມກົດດັນ ຫົວໜ້າຄອບຄົວ ຕ້ອງຮັບ ພາລະໜັກ ເພື່ອໃຫ້ຄອບຄົວ ຢູ່ລອດ ເດັກນ້ອຍ ຈື່ງຂາດ ຜູ້ໃຫຍ່ ເອົາໃຈໃສ່ ເບີ່ງແຍງ. ພວກພໍ່ຄ້າ ແມ່ຄ້າ ກໍຖືກ ຊາວຕ່າງດ້າວ ບີບບັງຄັບ ຍ້ອນທຶນຮອນ ບໍ່ສູ້ເຂົາ ຈົນຊື້ບໍ່ໄດ້ ຂາຍບໍ່ອອກ ໃນວົງການ ພັກ-ຣັດ ກໍຫຼີ້ນເສັ້ນ ຫຼີ້ນສາຍ ໃຊ້ຕໍາແໜ່ງ ໜ້າທີ່ ເພື່ອປະໂຫຍດ ສ່ວນຕົວ ສີ່ງເຫຼົ່ານີ້ແຫຼະ ຄືບໍ່ກໍາເນີດ ຂອງ ການລະເມີດ ກົດໝາຍ ບ້ານເມືອງ ທີ່ສ້າງ ຄວາມປັ່ນປ່ວນ ໃນສັງຄົມ ທໍາລາຍ ປະເທດຊາດ ຕົນເອງ. ເຈົ້າໜ້າທີ່ ຈາກກົມ ຄົ້ນຄວ້າ ປັນຫາ ຄວາມວຸ້ນວາຍ ໃນສະພາ ແຫ່ງຊາດ ເວົ້າວ່າ:

"ກໍມີພຶດຕິກັມ ຕົວຈິງ ປຸກລະດົມ ອົບຮົມ ໃນດ້ານຈິດໃຈ ໃຫ້ແຕ່ລະຄົນ ແກ້ໄຂ ການປະພຶດ ຂອງຕົນເອງ ແນວໃດ ມັນບໍ່ດີ ໃຫ້ມັນດີ ເປັນຕົ້ນ ໃນໂອກາດ ບຸນປີໃໝ່ ເພິ່ນມີຂະບວນ ການແກ້ໄຂ ປາກົດການ ຫຍໍ້ທໍ້ ກົງຈັກ ຂອງຣັຖບານ ກໍຄືສັງຄົມ ຕ່າງໆ".

ເຈົ້າໜ້າທີ່ເວົ້າ ຕໍ່ໄປວ່າ ນະໂຍບາຍ ພາຍໃນ ຂອງ ຣັຖບານລາວ ຄືຈະເນັ້ນ ປັບປຸງ ໂຄງຮ່າງ ແລະກົນໄກ ໃນການ ບໍຣິຫານ ການແກ້ໄຂ ບັນຫາ ການເຮັດວຽກ ຫລ້າຊ້າ ບໍ່ມີ ປະສິດທິພາບ ໃຫ້ເຮັດແທ້ ທໍາຈິງ ແກ້ໄຂ ບັນຫາ ການສໍ້ຣາສ-ບັງຫລວງ ຊຶ່ງກໍາລັງ ຣະບາດໜັກ ໃນລາວ ແລະ ພຍາຍາມ ຫລຸດຜ່ອນ ຄວາມທຸກຍາກ ຍົກລະດັບ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃຫ້ດີຂຶ້ນ ທັງທາງດ້ານ ວັດຖຸ ແລະ ສິລທັມ ໃຫ້້ຈະເຣີນ ຄວບຄູ່ກັນໄປ. ຄວາມພຍາຍາມ ທີ່ກ່າວມານີ້ ທ່ານບອກວ່າ ຕ້ອງໄດ້ໃຊ້ ເວລາ:

"ມັນກໍຈໍາກັດ ຄັດແຄບລົງ ທຸກບາດກ້າວ ມັນໝົດບາດນຶ່ງ ຢາມດຽວ ເປັນໄປບໍ່ໄດ້ ກໍຊິພຍາຍາມ ຣັຖບານ ເພິ່ນກໍ ພຍາຍາມ ແກ້ໄຂ ສຸດຂີດ".

ເຖີງຢ່າງໃດກໍດີ ການແກ້ໄຂ ບັນຫາ ຄວາມວຸ້ນວາຍ ໃນສັງຄົມ ບໍ່ຈໍາເປັນຕ້ອງ ໄດ້ໃຊ້ ນັກວິຊາການ ຫຼື ງົບປະມານ ພຽງແຕ່ ຜູ້ນໍາ ຄນະຣັຖບານ ແລະ ພນັກງານຣັດ ທຸກຣະດັບ ມີວິນັຍ ຊື່ຕຣົງຕໍ່ ໜ້າທີ່ ການງານ ປະຊາຊົນ ທຸກຖ້ວນໜ້າ ຕ້ອງໄວ້ວາງໃຈ ເຊື່ອຖືຜູ້ນໍາ ຢູ່ພາຍໃຕ້ ກົດໝາຍ ບ້ານເມືອງ ອັນດຽວກັນ ເຖີງຈະໃຊ້ ເວລາ ຍາວນານ ຊໍ່າໃດ ກໍ່ຈະບັນລຸ ເປົ້າໝາຍນັ້ນໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard